ຢຶດຂອງກາງຢາບ້າເກືອບ 3 ແສນເມັດ ຖືກສານຕັດສິນລົງໂທດປະຫານຊີວິດ

ອີງ​ຕາມ​ຂໍ້​ມູນ​ຈາກ​ເພ​ຈ​ຂ່າວ­ສານ ປກສ ໃນ​ວັນ 29 ກໍ­ລະ­ກົດ 2020 ຄະ­ນະ​ສານ​ອາ­ຍາ ສານ​ຂັ້ນ​ຕົ້ນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕັດ­ສິນ​ລົງ­ໂທດ​ປະ­ຫານ​ຊີ­ວິດ​ຈຳ­ເລີຍ 2 ຄົນ ຊື່: ທ້າວ ຈື່​ກອງ​ແກ້ວ ອາ­ຍຸ 22 ປີ ແລະ ທ້າວ ຕູ້​ເລົ່າ ອາ­ຍຸ 26 ປີ ທັງ​ສອງ​ພັກ​ເຊົາ​ຢູ່​ບ້ານ​ຄຳ​ຮຸ່ງ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຖານ​ຄ້າ­ຂາຍ​ຢາ​ເສບ​ຕິດ  ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກັກ​ຕົວ​ດຳ­ເນີນ​ຄະ­ດີ ໃນ​ວັນ​ທີ 2 ກຸມ­ພາ 2019 ພ້ອມ​ຢາ​ບ້າ 146 ມັດ ກັບ 9 ຖົງ ລວມ​ຢາ​ບ້າ​ທັງ​ໝົດ 293.800 ເມັດ ພ້ອມ​ແປ້ງ​ຝຸ່ນ​ໃຊ້​ເປັນ​ສ່ວນ​ປະ­ສົມ​ຢາ​ເສບ​ຕິດ 1 ຖົງ ແລະ ປືນ​ສັ້ນ​ດັດ­ແປງ ແລະ ລູກ­ປືນ 6 ລູກ.

ອີງ​ຕາມ​ສຳ­ນວນ​ຄະ­ດີ: ໃນ​ເດືອນ​ມັງ ກອນ 2019 ທ້າວ ອາ­ລີ​ວ່າງ ໄດ້​ມາ​ຫາ​ທ້າວ ຈື່​ກອງ​ແກ້ວ ວ່າ​ມີ​ເຖົ້າ​ແກ່​ຕ້ອງ­ການ​ຊື້​ຢາ​ບ້າ​ຈຳ­ນວນ​ຫຼາຍ ຈາກ​ນັ້ນ ມາ​ວັນ​ທີ 25 ມັງ­ກອນ ທ້າວ ຈື່​ກອງ​ແກ້ວ ແລະ ທ້າວ ຕູ້​ເລົ່າ ໄດ້​ພາ­ກັນ​ໄປ​ເອົາ​ຕົວ­ຢ່າງ​ຢາ​ບ້າ​ນຳ​ທ້າວ ເຊັງ ໄປ​ໃຫ້​ເຖົ້າ​ແກ່​ເບິ່ງ​ຢູ່​ເຮືອນ​ຂອງ ທ້າວ ອາ­ລີ​ວ່າງ ຢູ່​ບ້ານ​ນາ​ສ້ຽວ ເມືອງ​ນາ​ຊາຍ​ທອງ ເມື່ອ​ກວດ​ຕົວ­ຢ່າງ​ຢາ​ບ້າ​ແລ້ວ ໄດ້​ຕົກ­ລົງ​ຊື້​ຂາຍ​ຢາ​ບ້າ ຈຳ­ນວນ 146 ມັດ ກັບ 9 ຖົງ ມາ​ວັນ​ທີ 2 ກຸມ­ພາ 2019 ທ້າວ ອາ­ລີ​ວ່າງ ໄດ້​ຂີ່​ລົດ­ຈັກ​ໄປ​ຮັບ​ເອົາ​ທ້າວ ຈື່​ກອງ​ແກ້ວ ໄປ​ເບິ່ງ​ເງິນ​ນຳ​ເຖົ້າ​ແກ່​ຢູ່​ເຂດ​ບ້ານ​ຫ້ວຍ​ເຕີຍ ເມືອງ​ໄຊ​ທາ­ນີ ເມື່ອ​ເຫັນ​ເງິນ​ແລ້ວ ໄດ້​ບອກ​ໃຫ້​ທ້າວ ອາ­ລີ​ວ່າງ ໄປ​ຫາ ທ້າວ ຕູ້​ເລົ່າ ຢູ່​ບ້ານ​ຄຳ​ຮຸ່ງ ຈາກ​ນັ້ນ ໄດ້​ຂັບ​ຂີ່​ລົດ­ຈັກ​ຄົນ​ລະ​ຄັນ​ອອກ​ໄປ​ເອົາ​ຢາ​ບ້າ​ນຳ​ຄົນ​ຂອງ​ທ້າວ ຈື່​ກອງ​ແກ້ວ ທີ່​ໄດ້​ຕິດ ຕໍ່​ຊື້​ກ່ອນ​ໜ້າ​ນີ້ ຢູ່​ເສັ້ນ­ທາງ​ເຂດ​ໂຮງ­ໝໍ​ແມ່ ແລະ ເດັກ ບ້ານ​ໜອງ​ພະ­ຍາ ເມືອງ​ໄຊ​ທາ­ນີ ເມື່ອ​ໄປ​ຮອດ ທ້າວ ຕູ້​ເລົ່າ ໄດ້​ບອກ​ໃຫ້​ທ້າວ ອາ­ລີ​ວ່າງ ຖ້າ​ຢູ່​ແຄມ​ທາງ​ເຂດ​ບ້ານ​ຕານ​ມີ​ໄຊ ຈາກ​ນັ້ນ ທ້າວ ຕູ້​ເລົ່າ ແມ່ນ​ຂີ່​ລົດ­ຈັກ​ໄປ​ເອົາ​ຢາ​ບ້າ​ຢູ່​ຈຸດ​ນັດ​ໝາຍ​ກັບ​ຜູ້​ຂາຍ ທີ່​ຈອດ​ລົດ​ກະ­ບະ​ຮຸນ​ໄດ​ສີ­ຟ້າ​ບໍ່​ຈື່​ປ້າຍ​ທະ ບຽນ​ລໍ­ຖ້າ​ຢູ່​ແຄມ​ທາງ ຊາຍ​ທີ່​ຂັບ​ລົດ​ກະ ບະ​ຮຸນ​ໄດ ໄດ້​ຫິ້ວ​ເອົາ​ກະ­ເປົາ 2 ໜ່ວຍ ທີ່​ບັນ­ຈຸ​ຢາ​ບ້າ​ມາ​ໃຫ້​ທ້າວ ຕູ້​ເລົ່າ ກັບ​ມາ​ຫາ ທ້າວ ອາ­ລີ​ວ່າງ ທີ່​ລໍ­ຖ້າ​ຢູ່​ກ່ອນ​ໜ້າ​ນັ້ນ ໂດຍ​ທ້າວ ອາ­ລີ​ວ່າງ ຂີ່​ລົດ​ນຳ​ໜ້າ​ໄປ​ຈຸດ​ຊື້​ຂາຍ​ທີ່​ທ້າວ ຈື່​ກອງ​ແກ້ວ ລໍ້​ຖ້າ​ກັບ​ເຖົ້າ​ແກ່​ນັ້ນ ພໍ​ຮອດ​ຈຸດ​ຊື້​ຂາຍ​ເຂດ​ບ້ານ​ຫ້ວຍ​ເຕີຍ ເມືອງ​ໄຊ​ທາ­ນີ ຈຶ່ງ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ ພ້ອມ​ຂອງ​ກາງ​ຈຳ­ນວນ​ດັ່ງ­ກ່າວ.

ໃນ​ເວ­ລາ​ໄຕ່​ສ່ວນ​ຄະ­ດີ​ຂອງ​ພວກ​ກ່ຽວ ທ້າວ ຈື່​ກອງ​ແກ້ວ ພະ­ຍາ­ຍາມ​ໃຫ້­ການ​ບ່າຍ​ບ່ຽງ​ຄວາມ​ຈິງ ໂດຍ​ອ້າງ​ວ່າ​ທ້າວ ຕູ່​ເລົ່າ ແມ່ນ​ບໍ່​ມີ​ສ່ວນ​ກ່ຽວ­ຂ້ອງ​ກັບ​ການ​ຊື້​ຂາຍ​ຄັ້ງ​ນີ້ ເພາະ­ວ່າ​ມື້​ຖືກ​ກັກ​ຕົວ​ນັ້ນ ໄດ້​ບອກ​ໃຫ້​ທ້າວ ຕູ່​ເລົ່າ ໄປ​ຮັບ​ຢູ່​ຈຸດ​ຊື້​ຂາຍ​ຢາ​ບ້າ ເພາະ­ວ່າ​ເປັນ​ວັນ​ເກີດ​ຂອງ​ທ້າວ ຈື່​ກອງ​ແກ້ວ ແລະ ຈະ​ພາ​ທ້າວ ຕູ້​ເລົ່າ​ໄປ​ສະ­ຫຼອງ​ວັນ​ເກີດ.

ແຕ່​ຄຳ​ໃຫ້­ການ​ຂອງ​ທ້າວ ຈື່​ກອງ​ແກ້ວ ນັ້ນ ຄະ­ນະ​ສານ​ໄດ້​ຊັກ​ຖາມ​ຫຼາຍ​ບັນ­ຫາ​ບໍ່ ສາ­ມາດ​ຕອບ​ໄດ້ ແລະ ຈາກ​ຄົ້ນ­ຄວ້າ​ບັນ ດາ​ຂໍ້​ມູນ​ຫຼັກ​ຖານ ແລະ ເອ­ກະ­ສານ​ຕ່າງໆ ທີ່​ມີ​ຢູ່​ໃນ​ສຳ­ນວນ​ຄະ­ດີ​ຢ່າງ​ລະ­ອຽດ​ຖີ່​ຖ້ວນ ຮອບ­ດ້ານ ພາ­ວະ​ວິ­ໄສ​ແລ້ວ ເຫັນ​ວາ​ເປັນ​ພຽງ​ຂໍ້​ອ້າງ ເພື່ອ​ຢາກ​ໃຫ້​ທ້າວ ຕູ້​ເລົ່າ ພົ້ນ​ໂທດ​ໃນ​ຄັ້ງ​ນີ້.

ການ​ກະ­ທຳ​ຂອງ​ທ້າວ ຈື່​ກອງ​ແກ້ວ ແລະ ທ້າວ ຕູ້​ເລົ່າ ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ໃນ​ສະ­ຖານ​ການ​ຄ້າ­ຂາຍ​ຢາ​ເສບ​ຕິດ ທີ່​ແຕະ­ຕ້ອງ​ຕໍ່​ສະ­ຖຽນ​ລະ​ພາບ​ດ້ານ​ເສດ ຖະ​ກິດ​ຂອງ​ຊາດ ເຮັດ​ໃຫ້​ສັງ­ຄົມ​ບໍ່​ມີ​ຄວາມ​ສະ­ຫງົບ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສະ­ນັ້ນ ສານ​ຈຶ່ງ​ໄດ້​ຕັດ­ສິນ​ປະ­ຫານ​ຊີ ວິດ​ພວກ​ກ່ຽວ​ທັງ​ສອງ ພ້ອມ​ຢຶດ​ຂອງ​ກາງ​ທີ່​ພົວ­ພັນ​ກັບ​ການ​ຄ້າ­ຂາຍ​ຢາ​ເສບ​ຕິດ​ໄປ​ທຳ ລາຍ​ຖີ້ມ.

ສ່ວນ ທ້າວ ເຊັງ ພວກ​ກ່ຽວ​ໃຫ້­ການ​ຊັດ​ທອດ​ຫາ​ວ່າ: ໄດ້​ເປັນ​ຜູ້​ຂາຍ​ຢາ​ບ້າ​ໃຫ້​ນັ້ນ ເຈົ້າ​ທີ່​ໄດ້​ຂຶ້ນ​ເປັນ​ເປົ້າ​ໝາຍ​ຕິດ­ຕາມ​ເອົາ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ພາຍ­ຫຼັງ ສຳ­ລັບ​ທ້າວ ອາ­ລີ​ວ່າງ ຜູ້​ຖືກ​ຫາ​ໃນ​ຄະ­ດີ​ດຽວ​ກັນ​ນັ້ນ​ຜູ້ ກ່ຽວ​ຍັງ​ເປັນ​ເດັກ​ຕາມ​ປື້ມ​ສຳ­ມະ­ໂນ​ຄົວ​ເຈົ້າ​ໜ້າ­ທີ່ ຈຶ່ງ​ໄດ້​ແຍກ​ອອກ​ເປັນ​ສຳ­ນວນ​ໜຶ່ງ​ຕ່າງ­ຫາກ ແລະ ໄດ້​ສະ­ຫຼຸບ​ສົ່ງ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຂັ້ນ​ຕໍ່​ໄປ.

error: Content is protected !!