ການແຂ່ງຂັນຊ່ວງເຮືອປະເພດ 12 ແລະ 55 ສີພາຍ ລາຍການບຶງສາລະຄຳ ປະຈຳປີ 2020 ຈັດຂຶ້ນໃນລະຫວ່າງວັນທີ 8-9 ສິງຫານີ້ ຢູ່ບຶງສາລະຄຳ ເມືອງຫາດຊາຍຟອງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວເມືອງຫາດຊາຍຟອງ ກໍຄື ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມ ແລະ ເຊຍຢ່າງເປັນຂະບວນຟົດຟື້ນ.
ການແຂ່ງຂັນເຮືອ 2 ປະເພດ ໃນຄັ້ງນີ້ ສະເພາະເຮືອຍາວປະເພນີ ປະເພດ 55 ສີພາຍ ມີເຮືອເຂົ້າຮ່ວມ 8 ລຳ ແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າຮອບຕໍ່ໄປ ສ່ວນເຮືອກີລາ ປະເພດ 12 ສີພາຍ ມີເຮືອເຂົ້າຮ່ວມ 28 ລຳ ແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ແຕ່ລະກຸ່ມຜ່ານເຂົ້າຮອບຕໍ່ໄປ.
ຜ່ານການແຂ່ງຂັນເຮືອຍາວປະເພດ 55 ສີພາຍ ປາກົດວ່າ: ອັນດັບ 1 ນາວາສັກສິດ ແລະ ກໍເປັນແຊັມ 3 ສະໄໝ ອັນດັບ 2 ເຈົ້າແມ່ແກ້ວມັງກອນ (ແຂວງສາລະວັນ) ຮອງແຊັມ 2 ສະໄໝ ອັນດັບ 3 ນາວາສັກສິດ 2 ແລະ ອັນດັບ 4 ທິດາສາຍແວວ ສ່ວນປະເພດເຮືອ 12 ສີພາຍ ອັນດັບ 1 ອົງສາຟາມ ເມືອງວັງວຽງແຂວງວຽງຈັນ (ສີພາຍບ້ານນາລ້ອງ) ອັນດັບ 2 ນາວາສັກສິດ ອັນດັບ 3 ເພັດມີໄຊ (ບ້ານສີຖານໃຕ້) ແລະ ອັນດັບ 4 ນ້ອງທັບທິມ (ແຂວງສະຫວັນນະເຂດ) ນອກຈາກການແຂ່ງຂັນເຮືອ 2 ປະເພດດັ່ງກ່າວແລ້ວ ກໍຍັງມີການແຂ່ງຂັນເຮືອຄູ່ພິເສດ ປະເພດ 55 ສີພາຍ ລະຫວ່າງ ນາວາສັກສິດ ພົບກັບ ທິດາສາຍແວວ ຜົນປາກົດວ່າເປັນຝ່າຍເຮືອ ທິດາສາຍແວວ ເປັນຝ່າຍຊະນະ.