ພະນັກງານແພດໝໍຫຼາຍພັນຄົນ ກວດແຮງງານລາວປ້ອງກັນ COVID-19

ຂອບໃຈພາບຈາກ : ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ

    ພະຍາດເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ໄດ້ແຜ່ລະບາດໄປໃນຫຼາຍປະເທດທົ່ວໂລກ ໃນນັ້ນປະເທດໄທກໍແມ່ນໜຶ່ງໃນປະເທດທີ່ມີການລະບາດເພີ່ມຂຶ້ນ ຍ້ອນແນວນັ້ນ ທາງການໄທຈຶ່ງໄດ້ໃຊ້ຫຼາຍມາດຕະການເພື່ອຄວບຄຸມການແຜ່ລະບາດຂອງພະຍາດ ຈຶ່ງສົ່ງຜົນກະທົບເຖິງແຮງງານລາວເຮົາທີ່ໄປເຮັດວຽກຢູ່ໄທ ດັ່ງນັ້ນ ແຮງງານລາວຈຳນວນຫຼາຍຈຶ່ງໄດ້ເດີນທາງກັບຄືນປະເທດ.

    ທ່ານ ຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວວັນທີ 22 ມີນາ 2020 ວ່າ: ກະຊວງສາທາລະນະສຸກໄດ້ມີແຈ້ງການດ່ວນເຖິງພະນັກງານທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບມືກັບແຮງງານລາວທີ່ໄປເຮັດວຽກຢູ່ໄທ ເພື່ອຮັບມື ແລະ ເພີ່ມທະວີກັ່ນກອງຜູ້ເດີນທາງເຂົ້າທຸກຄົນ ໂດຍສະເພາະແຮງງານລາວທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດຂອງພະຍາດນີ້ ກະຊວງສາທາລະນະສຸກໄດ້ຈັດສົ່ງພະນັກງານແພດ ແລະ ນັກສຶກສາພະຍາບານຫຼາຍພັນຄົນອອກສົມທົບກັບເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄປປະຈໍາຢູ່ດ່ານຕ່າງໆໃນຂອບເຂດທົ່ວປະເທດ ເພາະມີແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດຈຳນວນຫຼາຍກໍາລັງເດີນທາງກັບຄືນບ້ານເກີດຂອງຕົນ

    ຍ້ອນວ່າປະເທດໄທໄດ້ປິດດ່ານຊາຍແດນຈາກວິກິດການພະຍາດ COVID-19 ກະຊວງສາທາລະນະສຸກຈຶ່ງຮຽກຮ້ອງເຖິງປະຊາຊົນ ແລະ ເຈົ້າໜ້າທີ່ທີ່ປະຈໍາຢູ່ບັນດາດ່ານເຂົ້າ-ອອກປະເທດ ຈົ່ງເອົາໃຈໃສ່ກວດກັ່ນກອງທຸກຄົນທີ່ເຂົ້າອອກດ່ານຢ່າງເຄັ່ງຄັດ ໂດຍປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ ໂດຍຈັດສະຖານທີ່ກັກກັນໃຫ້ເຂົາເຈົ້າຢ່າງເໝາະສົມເປັນເວລາ 14 ວັນ ເຖິງວ່າຈະບໍ່ມີອາການສະແດງອອກຫຼືບໍ່ກໍຕາມ.

ຂອບໃຈພາບຈາກ: ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ

    ສຳລັບຜູ້ທີ່ເດີນທາງເຂົ້າມາລາວ ໂດຍສະເພາະແຮງງານລາວທີ່ເດີນທາງກັບຈາກປະເທດກຸ່ມສ່ຽງນັ້ນ ກົມຄວບຄຸມພະຍາດຕິດຕໍ່ ໄດ້ແນະນຳໃຫ້ຕ້ອງປະຕິບັດມາດຕະການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນໄລຍະ 14 ວັນ ໂດຍປະຕິບັດການວັດແທກອຸນຫະພູມຮ່າງກາຍ 2 ຄັ້ງຕໍ່ວັນ (ເຊົ້າ-ແລງ) ສັງເກດຕົນເອງມີອາການໄຂ້ ໄອ ຫຼື ຫາຍໃຈຍາກ ແລະ ອາການອື່ນໆ (ພ້ອມທັງໝາຍໃສ່ຕາຕະລາງໃນການຕິດຕາມອາການ ແລະ ອຸນຫະພູມຮ່າງກາຍ) ຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ ໂຮງແຮມ ຫໍພັກ ສະຖານທີ່ຈັດກຽມໄວ້ເປັນເວລາ 14 ວັນ ໃຫ້ມີຜູ້ສົ່ງອາຫານ ແລະ ນໍ້າໃຫ້ຢູ່ໜ້າຫ້ອງ ບໍ່ໃຫ້ເດີນທາງອອກໄປທາງນອກ ບໍ່ໃຫ້ໃກ້ຊິດກັບຄົນອື່ນໂດຍບໍ່ໄດ້ຮັບການອະນຸຍາດ ຖ້າ

Cr: ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ

ບໍ່ມີຫ້ອງເປັນຂອງຕົນເອງ ໃຫ້ຈັດສັນບໍລິເວນພັກເຊົາຂອງຕົນໃຫ້ຫ່າງຈາກຄົນອ້ອມຂ້າງຢ່າງໜ້ອຍ 2 ແມັດ ແລະ ບໍ່ໃຫ້ໃຊ້ເຄື່ອງປະປົນກັບຄົນອື່ນ ເປີດປ່ອງຢ້ຽມເພື່ອລະບາຍອາກາດໃນຫ້ອງໃຫ້ຖ່າຍເທ ໝັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ 70%-95% ຮັກສາມາລະຍາດໃນການໄອຈາມ ໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ ຖີ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃສ່ຖັງຂີ້ເຫຍື້ອທັນທີ ຖ້າວ່າຮູ້ສຶກບໍ່ສະບາຍ ມີໄຂ້ ໄອ ຫຼື ມີບັນຫາລະບົບຫາຍໃຈ ຫຼືມີຄວາມຕ້ອງການການບໍລິການແພດອື່ນໆ ແມ່ນໃຫ້ໂທປຶກສາສາຍດ່ວນ 166 ພ້ອມທັງເລົ່າປະຫວັດການເດີນທາງມາແຕ່ເຂດສ່ຽງໃຫ້ທ່ານໝໍຢ່າງລະອຽດ ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລະ ບໍ່ມີອາການຜິດປົກກະຕິຫຍັງ ແມ່ນສາມາດອອກໄປເຄື່ອນໄຫວດຳເນີນວຽກປະຈຳວັນຕາມປົກກະຕິ ສຳລັບຜູ້ທີ່ຖືກການຈຳກັດບໍລິເວນຢູ່ສະຖານທີ່ພັກດ້ວຍຕົນເອງ ໃຫ້ປະຕິບັດຕາມຄຳແນະນຳຢ່າງເຂັ້ມງວດ ຖ້າຜູ້ໃດລະເມີດ ຝ່າຝືນ ບໍ່ຈັດຕັ້ງປະຕິບັດຕາມຈະຖືກປັບໃໝຕາມລະບຽບກົດໝາຍຂອງລາວ.

ຂອບໃຈພາບຈາກ: ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ
error: Content is protected !!