
ໃນລະຫວ່າງວັນທີ 18-20 ມີນາ 2020 ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນ ກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ຊຸກຍູ້-ຊີ້ນຳວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານຢູ່ເມືອງທົ່ງມີໄຊ ເມືອງໄຊສະຖານ ແລະ ເຂົ້າຮ່ວມມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງທົ່ວແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ສະຫາຍ ຈັນສີ ໂພສີຄໍາ ໄດ້ຮັບຟັງການສະຫຼຸບລາຍງານຂອງສະຫາຍ ດວງຕາ ໄຊວຸດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ກ່ຽວກັບຜົນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ເຖິງບາດກ້າວຂັ້ນຕອນການກະກຽມ ໄປເຖິງບາດກ້າວການດຳເນີນກອງປະຊຸມຈົນປະສົບຜົນສຳເລັດ ໂດຍສະຫຼຸບລວມເຫັນໄດ້ວ່າ ຜ່ານການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ 11 ເມືອງ ທົ່ວແຂວງໄດ້ຄະນະບໍລິຫານງານ ພັກເມືອງຊຸດໃໝ່ທັງໝົດ 277 ສະຫາຍ ຍິງ 48 ສະຫາຍ ທຽບໃສ່ສະໄໝຜ່ານມາຄະນະບໍລິຫານງານພັກເມືອງເພີ່ມຂຶ້ນ 20 ສະຫາຍ ຍິງ 13 ສະຫາຍ ໂຄງປະກອບມີ 3 ລຸ້ນ ຄື: 56-60 ປີ ມີ 32 ສະຫາຍ ອາຍຸ 46-55 ປີ ມີ 137 ສະຫາຍ ອາຍຸຕໍ່ກວ່າ 45 ປີ ມີ 108 ສະຫາຍ ເປັນເລຂາໜ່ວຍພັກຮາກຖານບ້ານ 25 ສະຫາຍ ຍິງ 4 ສະຫາຍ ຖ້າທຽບໃສ່ແຜນກຳນົດພະນັກງານນຳພາ-ຄຸ້ມຄອງທີ່ໄດ້ຮັບຮອງໄວ້ ປະຕິບັດໄດ້ 95%.
ພ້ອມນີ້ກໍໄດ້ຮັບຟັງການປະກອບຄຳເຫັນຈາກບັນດາສະຫາຍເລຂາຄະນະບໍລິຫານງານພັກເມືອງ 11 ເມືອງ ຄໍາເຫັນຈາກຜູ້ຕາງໜ້າອະນຸກໍາມະການເນື້ອໃນ ອະນຸກໍາມະການຂະບວນການ ອະນຸກຳມະການບຸກຄະລາກອນ ແລະ ຄຳເຫັນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງມີບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນອຸດົມສົມບູນ.

ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ຈັນສີ ໂພສີຄຳ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງທົ່ວແຂວງໄຊຍະບູລີ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ແຕ່ລະຂັ້ນເພີ່ມທະວີເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຕໍ່ສິ່ງທ້າທາຍຕ່າງໆໃຫ້ສູງຂຶ້ນກວ່າເກົ່າ ສາມາດເຕົ້າໂຮມໄດ້ຄວາມສາມັກຄີເປັນປຶກແຜ່ນ ສຸມໃສ່ປັບປຸງກໍ່ສ້າງຮາກຖານພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດເປັນແກນນໍາໃນລະບົບການເມືອງຢູ່ຂັ້ນຮາກຖານ ເປັນຫຼັກແຫຼ່ງໃນການນໍາພາພັດທະນາເສດຖະກິດ-ສັງຄົມໃນຂອບເຂດສິດຂອງຕົນ ຄະນະບໍລິຫານງານພັກເມືອງຊຸດໃໝ່ໃຫ້ຮີບຮ້ອນດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຕົນ ເພື່ອແບ່ງວຽກແບ່ງຄວາມຮັບຜິດຊອບໃຫ້ບຸກຄົນໃນຄະນະຢ່າງຈະແຈ້ງ ວາງແຜນງານ-ໂຄງການຕະຫຼອດໄລຍະສະໄໝຂອງຕົນ ຮັບຮອງເອົາແຜນດຳເນີນງານ ປະຕິບັດລະບອບເຮັດວຽກຕາມແຜນການທີ່ວາງໄວ້ ເສີມຂະຫຍາຍແບບແຜນເຮັດວຽກຕິດແທດກັບຮາກຖານຕົວຈິງ ຕິດແທດກັບມະຫາຊົນ ແລະ ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄຸນນະພາບ ກໍຄືພະນັກງານຮຸ່ນສືບທອດປ່ຽນແທນທີ່ດີ ຄົບມາດຖານເງື່ອນໄຂ ໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປ ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນໃຫ້ປະຊາຊົນ ແລະ ສະມາຊິກພັກ-ພະນັກງານທົ່ວເມືອງໄດ້ຮັບຮູ້ເຂົ້າໃຈ ມີຄວາມເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດ, ບັນຫາສໍາຄັນແມ່ນຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການສູງໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດ ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປາກົດເປັນຈິງ ສາມາດບັນລຸຜົນສຳເລັດໄດ້ຕາມຄາດໝາຍທີ່ວາງໄວ້.
ໂດຍ: ຄອນຄໍາ ໂສລັດຕະນະວົງ