ມູນນິທິ ແຈັກ ໝ່າ ແລະ ມູນນິທິອາລີບາບາ ມອບເຄື່ອງມືການແພດໃຫ້ 10 ປະເທດໃນອາຊີ

    ມູນນິທິ ແຈັກ ໝ່າ ແລະ ມູນນິທິອາລີບາບາ ປະກາດມອບເຄື່ອງມືການແພດທີ່ຈໍາເປັນ ເຊັ່ນ: ຜ້າອັດປາກ 1,8 ລ້ານອັນ ຊຸດອຸປະກອນກວດເຊື້ອພະຍາດ COVID-19 ຈໍານວນ 210.000 ຊຸດ ເຄື່ອງນຸ່ງປ້ອງກັນການຕິດເຊື້ອ ອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ ໂດຍສະເພາະເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງວັດແທກອຸນຫະພູມແບບແນໃສ່ໜ້າຜາກ 36.000 ອັນ ໃຫ້ 10 ປະເທດໃນອາຊີ ຄື: ອັບຟະການິດສະຖານ ບັງກະລາເທດ ກຳປູເຈຍ ລາວ ເມົາດິບ ມົງໂກລີ ມຽນມາ ເນປານ ປາກິດສະຖານ ແລະ ສີລັງກາ ເມື່ອວັນທີ 21 ມີນາຜ່ານມາ ເພື່ອຊ່ວຍຕໍ່ສູ້ກັບພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

    ການຈັດສົ່ງເຄື່ອງບໍລິຈາກ ຈະດຳເນີນການໂດຍນຳໃຊ້ທ່າແຮງທີ່ເຂັ້ມແຂງຂອງ Electronic World Trade Platform (eWTP) ເພື່ອເອົາຊະນະສິ່ງທ້າທາຍດ້ານການຂົນສົ່ງ ແລະ ໂລຈິດສະຕິກຂອງຫຼາຍໆປະເທດ ທີ່ມີທີ່ຕັ້ງພູມສັນຖານຫ່າງໄກ.

    ໃນຕົ້ນອາທິດຜ່ານມາ ມູນນິທິ ແຈັກ ໝ່າ ແລະ ມູນນິທິອາລີບາບາ ໄດ້ປະກາດການບໍລິຈາກເຄື່ອງມືການແພດໃຫ້ປະເທດມາເລເຊຍ ອິນໂດເນເຊຍ ໄທ ແລະ ຟິລິບປິນ ເຊິ່ງນຳໃຊ້ eWTP ທີ່ມີທ່າແຮງດ້ານໂລຈິດສະຕິກດີເລີດ ເພື່ອການຂົນສົ່ງ ແລະ ການຈັດສົ່ງທີ່ວ່ອງໄວ ແລະ ໜ້າເຊື່ອຖືໄດ້ເຊັ່ນດຽວກັນ ໂຄງການ eWTP ມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງທົ່ວໂລກ ສາມາດດຳເນີນທຸລະກິດໄດ້ຢ່າງເຕັມສັກກະຍະພາບ ໂດຍການຫຼຸດຜ່ອນອຸປະສັກດ້ານການຄ້າ ແລະ ການເຮັດໃຫ້ບໍລິສັດເຫຼົ່ານີ້ສາມາດເຂົ້າເຖິງຕະຫຼາດການຄ້າໂລກໄດ້ງ່າຍຂຶ້ນ.

error: Content is protected !!