70 ປີ ແຫ່ງການເຕີບໃຫຍ່ຂະຫາຍຕົວຂອງສູນກາງແນວລາວສ້າງຊາດ

    ຕະຫຼອດໄລຍະ 70 ປີ ນັບແຕ່ມື້ສ້າງຕັ້ງຈົນມາຮອດປັດຈຸບັນ ອົງການແນວລາວສ້າງຊາດໄດ້ການມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະຍົກສູງຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີພີ່ນ້ອງປວງຊົນລາວທັງຊາດທີ່ດໍາລົງຊີວິດຢູ່ ສປປ ລາວ ແລະ ດໍາລົງຊີວິດຢູ່ຕ່າງປະເທດ ໃຫ້ມີຄວາມສາມັກຄີເປັນອັນໜຶ່ງອັນດຽວ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມສີວິໄລເປັນກ້າວໆມາ.

    ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13/8/1950-13/8/2020) ວັນທີ 10 ສິງຫາ 2020 ທີ່ສູນກາງແນວລາວສ້າງຊາດວ່າ: ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ລັດຖະບານລາວຕໍ່ຕ້ານໄດ້ໄຂຂຶ້ນຢູ່ແຂວງ ຕວຽນກວາງ ສສ ຫວຽດນາມ ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າ: ແນວລາວອິດສະຫຼະ ໄດ້ຮັບຮອງເອົາສະເດັດເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວອິດສະຫຼະ ພ້ອມກັນນີ້ ກໍໄດ້ຕົກລົງຊື່ເອີ້ນຂອງປະເທດ ແມ່ນປະເທດລາວ ຮັບຮອງເອົາໂຄງການການເມືອງ 12 ຂໍ້ ຮັບຮອງເອົາທຸງກາວົງເດືອນຂອງຊາດ ກາໝາຍຊາດ ເພງຊາດລາວ ແລະ ປະກາດສ້າງຕັ້ງໜັງສືພິມລາວອິດສະຫຼະ ແລະ ກອງປະຊຸມໄດ້ຜ່ານມະຕິສ້າງຕັ້ງລັດຖະບານລາວຕໍ່ຕ້ານ ເຊິ່ງຄະນະປະກອບມີ 6 ທ່ານ ໂດຍແມ່ນສະເດັດເຈົ້າສຸພານຸວົງ ເປັນນາຍົກລັດຖະມົນຕີ (ລັດຖະມະຫາເສນາ) ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ (ລັດຖະເສນາ) ໃນວັນທີ 6-9 ມັງກອນ 1956 ກອງປະຊຸມແນວລາວອິດສະຫຼະໄດ້ໄຂຂຶ້ນທີ່ເມືອງໂສຍ ແຂວງຫົວພັນ ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ຜູ້ແທນສົມບູນ 138 ທ່ານ ໃນກອງປະຊຸມໄດ້ຕົກລົງປ່ຽນຊື່ ແນວລາວອິດສະຫຼະ ມາເປັນ ແນວລາວຮັກຊາດ ໃນນັ້ນແຕ່ງຕັ້ງສະເດັດເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວຮັກຊາດ.

    ວັນທີ 9-11 ກັນຍາ 1979 ກອງປະຊຸມໃຫຍ່ແນວລາວຮັກຊາດ ສະໄໝທີ IV ໄດ້ໄຂຂຶ້ນຢູ່ນະຄອນ ຫຼວງວຽງຈັນ ເຊິ່ງກອງປະຊຸມໄດ້ຕົກລົງປ່ຽນຊື່ ແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ທ່ານປະທານ ສຸພານຸວົງ ຖືກແຕ່ງຕັ້ງເປັນປະທານສູນກາງແນວລາວສ້າງຊາດ ແລະ ແຕ່ງຕັ້ງຮອງປະທານ 3 ທ່ານ ໂດຍມີການແຕ່ງຕັ້ງຄະນະກໍາມະການສູນກາງແນວລາວສ້າງຊາດ ຈໍານວນ 76 ທ່ານ ປັດຈຸບັນ ແນວລາວສ້າງຊາດ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ 10 ຄັ້ງ ແລະ ມີປະທານສູນກາງແນວລາວສ້າງຊາດແຕ່ລະສະໄໝ 8 ທ່ານ ພ້ອມນັ້ນມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດມີ 7 ມູນເຊື້ອ ໂດຍອີງຕາມພາລະບົດບາດແລ້ວມູນເຊື້ອໃນການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ຊັ້ນຄົນ ສາສະໜາ ເພດ ໄວ ລວມທັງພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ກໍໄດ້ມີປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີເຊັ່ນດຽວກັນ.​ 

    ແນວລາວສ້າງຊາດ ຍາມໃດກໍຕັ້ງໜ້າເປັນແບບຢ່າງ ປຸກລະດົມປະຊາຊົນລາວບັນດາເຜົ່າ ອະນຸຮັກສາເອກະລັກວັດທະນະທໍາທີ່ດີງາມຂອງຊາດ-ຂອງເຜົ່າ ຮັກສາຊີວິດສັງຄົມວັດທະນະທໍາທີ່ສົດໃສ ປະກອບສ່ວນຢ່າງຕັ້ງໜ້າ ຈໍາກັດສິ່ງຫຍໍ້ທໍ້ໃນສັງຄົມ ຕ້ານການສໍ້ລາດບັງຫຼວງ ການລ່ວງລະເມີດກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ ພ້ອມນັ້ນ ໄດ້ເຄື່ອນໄຫວຕໍ່ສູ້ທາງການເມືອງ ແລະ ດຶງດູດເອົາການສະໜັບສະໜູນຊ່ວຍເຫຼືອຈາກຕ່າງປະເທດ ເພື່ອນມິດສັງຄົມນິຍົມ ປະເທດ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ ໂດຍສະເພາະແມ່ນຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານກັບຫວຽດນາມ ອັນໄດ້ສ້າງກໍາລັງແຮງສັງລວມໃນການຕໍ່ສູ້ຕ້ານສັດຕູໂຕດຽວ ແລະ ພ້ອມກັນສ້າງສາປະເທດຊາດ ເຊິ່ງຕະຫຼອດ 70 ປີຜ່ານມາ ຍາມໃດກໍໄດ້ເອົາໃຈໃສ່ປັບປຸງຕົນເອງຕາມແຕ່ລະສະໄໝຂອງການປະຕິວັດ ປັບປຸງກົງຈັກການຈັດຕັ້ງໜັກແໜ້ນເຂັ້ມແຂງ ມີລະບົບຄະນະປະຈໍາ ຄະນະທີ່ປຶກສາຕ່າງໆ ເພີ່ມຈໍານວນກໍາມະການແນວລາວສ້າງຊາດຕາມໃນຂົງເຂດພັກ-ລັດ ເອກະຊົນ ຊັ້ນຄົນ ຊົນເຜົ່າ ສາສະໜາ ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ປັບປຸງກົດລະບຽບແນວລາວສ້າງຊາດ ລະບອບ-ແບບແຜນວິທີເຮັດວຽກ ບໍາລຸງກໍ່ສ້າງພະນັກງານໃຫ້ເຕີບໃຫຍ່ໃນຂະບວນການວຽກງານຕົວຈິງທັງທາງດ້ານປະລິມານ ແລະ ຄຸນນະພາບ ປັບປຸງພື້ນຖານໂຄງລ່າງບ່ອນປະຈໍາການ-ເຮັດວຽກ ເຄື່ອງມືອຸປະກອນຮັບໃຊ້ຫ້ອງການ ປັບປຸງວຽກງານໂຄສະນາ-ສື່ມວນຊົນທີ່ນັບມືທັນສະໄໝ ປັບປຸງການພົວພັນຮ່ວມມືກັບແນວໂຮມຕ່າງປະເທດປະເທດເພື່ອນມິດຍຸດທະສາດ ທັງຮ່ວມມືກັບອົງການຈັດຕັ້ງສາກົນ ສະມາຄົມ ມູນນິທິ ກຸ່ມບໍລິສັດ ເພື່ອຊ່ວຍເຫຼືອສັງຄົມ ເຝິກອົບຮົມວິຊາຊີບໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຕາມນະໂຍບາຍຂອງພັກ-ລັດ ແລະ ປັບປຸງສາຍໄຍການຈັດຕັ້ງຮອດທ້ອງຖິ່ນຮາກຖານ ຈາກຄຸນນະພາບນີ້ໄປສູ່ຄຸນນະພາບໃໝ່ທີ່ເປັນລະບົບລະບຽບກວ່າເກົ່າ ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກປະຊາຊົນປະຕິວັດລາວມອບໝາຍໃຫ້.​

    ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີທີ່ຈະມາເຖິງໃນວັນທີ 13 ສິງຫາ 2020 ໃນນາມຕາງໜ້າກໍາມະການກົມການເມືອງສູນກາງພັກ ຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ສ່ວນຕົວຂ້າພະເຈົ້າ ຂໍຮຽກຮ້ອງມາຍັງການນໍາພັກ-ລັດ ສະມາຊິກພັກ-ພະນັກງານ ທະຫານ-ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຊັ້ນຄົນ ສາສະໜາ ເພດ ໄວ ລວມທັງພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູາຕ່າງປະເທດ ຈົ່ງຮ່ວມຈິດຮ່ວມໃຈເປັນເອກະພາບກັນສືບທອດ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ເພື່ອປະຕິບັດປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະນະໂຍບາຍຕໍ່ວຽກງານແນວລາວສ້າງຊາດໃນການເຕົ້າໂຮມຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນແໜ້ນໜາ ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າປົກປັກຮັກສາໝາກຜົນຂອງການປະຕິວັດ ພາຍໃຕ້ການນໍາພາຂອງພັກ ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພວກເຮົາເວລາໃດກໍ່ບໍ່ລືມບຸນຄຸນ ແລະ ລະນຶກເຖິງບັນພະບູລຸດກໍຄືການນໍາພັກ-ລັດ ແນວລາວສ້າງຊາດ ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ເສຍສະຫລະຊີວິດ ເພື່ອປະເທດຊາດ.

error: Content is protected !!