ສື່ມວນຊົນ ມີບົດບາດສຳຄັນຕໍ່ຫົວໜ່ວຍທຸລະກິດ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13/8/1950-13/8/2020) ທ່ານ ແກ້ວ​ລຳ​ພອນ ແສງ​ສຸ​ລິ​ເດດ ປະ­ທານ​ບໍ­ລິ­ສັດ ແກ້ວ​ທະ­ວີ­ຄູນ ເພີ່ມ​ພູນ​ຊັບ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ໃຫ້​ສຳ­ພາດ​ວັນ​ທີ 8 ສິງ­ຫາ 2020 ວ່າ: ຂ້າ­ພະ­ເຈົ້າ​ໃນ​ນາມ​ນັກ­ທຸ­ລະ­ກິດ  ກ່ອນ​ອື່ນ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ສື່​ມວນ​ຊົນ​ທຸກ​ຂະ­ແໜງ­ການ ໂດຍ​ສະ­ເພາະ​ສື່​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ກະ­ບອກ​ສຽງ​ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ໄດ້​ໃຫ້​ຄວາມ​ສຳ­ຄັນ​ຕໍ່​ທຸ­ລະ​ກິດ​ຂອງ​ຂ້າ­ພະ­ເຈົ້າ​ໃນ​ໄລ­ຍະ​ຜ່ານ​ມາ ທີ່​ມີ​ນັກ​ຂ່າວ​ໄດ້​ມາ​ເອົາ​ຂ່າວ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ເປັນ­ຕົ້ນ​ການ​ປູກ ແລະ ການ​ຂາຍ​ສິນ­ຄ້າ​ປະ­ເພດ​ພືດ​ຜັກ​ກະ­ສິ­ກຳ​ອິນ​ຊີ​ຂອງ​ບໍ­ລິ­ສັດ ທີ່​ປູກ​ຢູ່​ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ແລະ ຢູ່​ນະ­ຄອນ ຫຼວງ​ວຽງ​ຈັນ ທີ່​ເປັນ​ສິນ­ຄ້າ​ສົ່ງ​ອອກ​ຕ່າງ­ປະ­ເທດ ແລະ ສ່ວນ​ໜຶ່ງ​ໄດ້​ມາ​ຈຳ­ໜ່າຍ​ຂາຍ​ຢູ່​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຂາຍ​ທຸກ​ເຊົ້າ​ວັນ​ພຸດ ແລະ ວັນ​ເສົາ ເພື່ອ​ໃຫ້​ຄົນ​ລາວ​ໄດ້​ບໍ­ລິ­ໂພກ​ສິນ­ຄ້າ​ທີ່​ມີ​ຄຸນ​ນະ ພາບ ສະ­ອາດ ແລະ ປອດ​ສານ­ພິດ ອັນ​ໄດ້​ເຮັດ​ໃຫ້​ບໍ­ລິ­ສັດ ແລະ ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ຂອງ​ບໍ­ລິ­ສັດ​ເປັນ​ທີ່​ຮູ້­ຈັກ​ຂອງ​ສັງ­ຄົມ ກໍ​ຄື​ຜູ້​ບໍ­ລິ­ໂພກ​ທັງ​ຄົນ​ລາວ ແລະ ຄົນ​ຕ່າງ­ປະ­ເທດ​ທີ່​ມາ​ດຳ­ລົງ​ຊີ­ວິດ​ຢູ່​ປະ­ເທດ​ລາວ​ເຮົາ​ນັບ​ມື້​ຫຼາຍ​ຂຶ້ນ.

ໂດຍ​ລວມ​ແລ້ວ ສື່​ມວນ​ຊົນ​ລາວ​ແມ່ນ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ເປັນ​ສື່​ກາງ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ກໍ​ຄື​ແນວ ທາງ​ນະ­ໂຍ­ບາຍ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ແລະ ນຳ​ເອົາ​ຄວາມ​ມຸ່ງ​ມາດ​ປາ­ຖະ­ໜາ​ຂອງ​ຮາກ​ຖານ ກໍ​ຄື​ສັງ­ຄົມ​ມາ​ໃຫ້​ຂັ້ນ​ເທິງ​ໄດ້​ຮັບ​ຮູ້ ເປັນ­ຕົ້ນ​ການ​ສະ­ເໜີ​ຂໍ້​ຫຍຸ້ງ­ຍາກ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ເພື່ອ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ຂອງ​ລັດ​ໄດ້​ຊ່ວຍ​ແກ້​ໄຂ ເປັນ­ຕົ້ນ​ດ້ານ​ວິ­ຊາ​ການ ທຶນ­ຮອນ ຕະ­ຫຼາດ​ຈຳ­ໜ່າຍ ແລະ ອື່ນໆ ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ ເຮັດ​ໃຫ້​ທຸ­ລະ​ກິດ​ດຳ­ເນີນ​ໄປ​ໄດ້​ດີ ແລະ ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ ອັນ​ໄດ້​ເຮັດ​ໃຫ້​ບໍ­ລິ­ສັດ​ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ລາວ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ນັບ​ແຕ່​ບໍ­ລິ­ສັດ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ມາ​ເກືອບ 20 ປີ ບໍ­ລິ­ສັດ​ໄດ້​ມີ​ບົດ­ບາດ ແລະ ມີ​ຊື່​ສຽງ​ຢູ່​ໃນ​ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ເພື່ອ​ສືບ­ຕໍ່​ເປັນ​ກະ­ບອກ​ສຽງ​ອັນ​ແຫຼມ​ຄົມ​ຂອງ​ສື່​ມວນ​ຊົນ​ລາວ ໃນ​ການ​ເຮັດ​ໜ້າ­ທີ່​ການ­ເມືອງ​ທີ່​ມີ​ກຽດ ຮັບ​ໃຊ້​ຊາດ ຮັບ​ໃຊ້​ສັງ­ຄົມ​ລາວ​ຕະ­ຫຼອດ​ໄປ​ນັ້ນ ຂ້າ­ພະ­ເຈົ້າ​ຢາກ​ໃຫ້​ສື່​ມວນ​ຊົນ​ສືບ­ຕໍ່​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ ແລະ ເຫດ­ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ດ້ວຍ​ຫຼາຍ​ຊ່ອງ​ທາງ ໂດຍ​ສະ­ເພາະ​ໃນ​ຍຸກ​ປັດ­ຈຸ­ບັນ ຍຸກ​ໄອ​ທີ​ທັນ​ສະ­ໄໝ ເຫັນ​ວ່າ​ມີ​ຫຼາຍ​ຂະ­ແໜງ ການ​ຂອງ​ສື່​ໄດ້​ມີ​ການ​ພັດ­ທະ­ນາ​ສື່​ແບບ​ໃໝ່ ເປັນ­ຕົ້ນ​ສື່​ອອນ​ລາຍ​ເຟ​ສ​ບຸກ​ເປັນ​ຂອງ​ຕົນ​ເອງ ທີ່​ເປັນ​ສື່​ທັນ​ສະ­ໄໝ ນຳ​ສະ­ເໜີ​ເຫດ­ການ​ວ່ອງ­ໄວ ທັນ​ເວ­ລາ ແລະ ເຂົ້າ​ເຖິງ​ເກືອບ​ທຸກ​ກຸ່ມ​ເປົ້າ​ໝາຍ.

ທ້າຍ​ນີ້ ໃນ​ນາມ​ຜູ້​ໃຊ້​ບໍ­ລິ­ການ​ສື່ ແລະ ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ສື່ ຂໍ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ມາ​ຍັງ​ການ­ຈັດ­ຕັ້ງ​ສື່ ການ​ນຳ​ຂອງ​ສື່​ທຸກ​ຂັ້ນ ແລະ ນັກ​ຂ່າວ​ທຸກ​ທ່ານ​ຈົ່ງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ ແລະ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ.

error: Content is protected !!