ມອບ-ຮັບໜ້າທີ່ເຈົ້າເມືອງສັງທອງ

ພິ­ທີ​ມອບ-ຮັບ​ໜ້າ­ທີ່​ເຈົ້າ­ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຜູ້​ເກົ່າ ແລະ ຜູ້​ໃໝ່ ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່​ເມືອງ​ສັງ​ທອງ ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ບັນ­ດາ​ຮອງ​ເຈົ້າ­ເມືອງ ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ພັກ ຫົວ­ໜ້າ​ຫ້ອງ­ການ​ອ້ອມ​ຂ້າງ​ເມືອງ ນາຍ­ບ້ານ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂດຍ​ອີງ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ເຈົ້າ​ຄອງ ນວ ວ່າ​ດ້ວຍ​ການ​ຍົກ­ຍ້າຍ​ທ່ານ ດາວ​ເພັດ ອາ​ລຸນ ເຈົ້າ­ເມືອງ​ສັງ​ທອງ​ຜູ້​ເກົ່າ ມາ​ປະ­ຈຳ­ການ​ຢູ່​ສະ­ຫະ­ພັນ​ກຳ­ມະ­ບານ ນວ ແລະ ມະ­ຕິ​ຕົກ­ລົງ​ຂອງ​ເຈົ້າ​ຄອງ ນວ ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຜູ້​ວ່າ­ການ​ແທນ​ເຈົ້າ­ເມືອງ​ສັງ​ທອງ ເຫັນ​ດີ​ແຕ່ງ­ຕັ້ງ​ທ່ານ ພົງ​ສະ­ຫວັນ ສິ­ລິ​ພັນ ຮອງ​ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ນວ ເປັນ​ຜູ້​ວ່າ­ການ​ເລ­ຂາ​ຄະ­ນະ​ພັກ ເຈົ້າ­ເມືອງ​ສັງ​ທອງ​ຜູ້​ໃໝ່ ນອກ​ນີ້ ຍັງ​ມີ​ຄຳ​ສັ່ງ​ຂອງ​ເຈົ້າ​ຄອງ ວ່າ​ດ້ວຍ​ການ​ຍົກ­ຍ້າຍ​ທ່ານ ບົວ​ຄຳ ສີ​ສົງ­ຄາມ ຮອງ​ເຈົ້າ­ເມືອງ​ສັງ​ທອງ ໄປ​ປະ­ຈຳ­ການ​ຢູ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ນວ ແລະ ເຫັນ​ດີ​ຕົກ­ລົງ​ແຕ່ງ­ຕັ້ງ​ທ່ານ ໄຊ​ຍະ​ບັດ ຊຸມ​ມະ­ນີ​ວົງ ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ນວ ມາ​ເປັນ​ຮອງ​ເຈົ້າ­ເມືອງ​ສັງ​ທອງ ຂໍ້​ຕົກ­ລົງ​ເຈົ້າ­ເມືອງ​ສັງ​ທອງ ວ່າ​ດ້ວຍ​ການ​ຍົກ­ຍ້າຍ ແລະ ແຕ່ງ­ຕັ້ງ​ພະ­ນັກ­ງານ ຍົກ­ຍ້າຍ​ທ່ານ ນາງ ໄພ­ທູນ ອ່າງ​ມັດ­ສາ ຄະ­ນະ​ປະ­ຈຳ​ພັກ ປະ­ທານ​ກວດ­ກາ​ພັກ-ລັດ​ເມືອງ​ສັງ​ທອງ ເປັນ​ຫົວ­ໜ້າ​ຫ້ອງ­ການ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ​ເມືອງ​ສັງ​ທອງ.

error: Content is protected !!