ວັນທີ 7 ສິງຫາ 2020 ທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ໄດ້ຈັດພິທີ ໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ ແລະ ເສດຖະກິດໃຫ້ກັບຊາວໜຸ່ມລາວ ໂດຍໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງທຶນປະເທດຣັດເຊຍ 1,5 ລ້ານໂດລາສະຫະລັດ ຫຼື ປະມານ 13,58 ຕື້ກີບ ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານຫຼາຍຝ່າຍຄື: ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສູນກາງຊາວໜຸມປະຊາຊົນປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ ເພື່ອສ້າງສະພາບແວດລ້ອມທີ່ອຳນວຍໃຫ້ຊາວໜຸ່ມຮູ້ເຖິງທ່າແຮງຂອງເຂົາເຈົ້າ ແລະ ປະຕິບັດພາລະບົດບາດທີ່ສຳຄັນ ແລະ ສຳເລັດຜົນທາງເສດຖະກິດ-ສັງຄົມ ພາຍໃຕ້ກອບນະໂຍບາຍຂອງຊາວໜຸ່ມທົ່ວປະເທດ ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມໃນລາວທາງດ້ານເສດຖະກິດ-ສັງຄົມ ເນື່ອງຈາກຊາວໜຸ່ມເປັນຕົວແທນຂອງການປ່ຽນແປງ ໂດຍການກຳນົດ ແລະ ປົກປ້ອງຄວາມຕ້ອງການ ຄວາມສົນໃຈຂອງພວກເຂົາ ໂດຍການສ້າງການພັດທະນາທາງບວກໃນປະເທດ.
ບັນດາແຂວງເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອນີ້ ມີແຂວງຄຳມ່ວນ ແລະ ແຂວງຫົວພັນ ຕົວແບບສູນເຝິກວີຊາຊີບຊາວໜຸ່ມ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນແຂວງຄຳມ່ວນ ໂດຍສຸມໃສ່ຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງດ້ານຊີວິດການເປັນຢູ່ຂອງຊົນນະບົດ ແລະ ກະສິກຳໃຫ້ກັບຊາວໜຸ່ມທີ່ຍັງຂາດໂອກາດ ເພີ່ມໂອກາດທາງທຸລະກິດ ແລະ ທັກສະການພັດທະນາທຸລະກິດຂະໜາດນ້ອຍ (SME) ສຳລັບນັກທຸລະກິດຍິງໜຸ່ມ ແຂວງຫົວພັນສ້າງເວທີທາງສັງຄົມທີ່ຈະຖືກສ້າງຕັ້ງຂຶ້ນ 2 ແຂວງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ການມີສ່ວນຮ່ວມຂອງຊາວຫນຸ່ມ ໂດຍສຸມໃສ່ເປັນພິເສດຕໍ່ປະຊາກອນໃນຊົນນະບົດ ແລະ ຊົນເຜົ່າ ໃນຂະບວນການຕັດສິນໃຈຕ່າງໆໂດຍຜ່ານວິທະຍຸຊຸມຊົນ ທີ່ນຳພາໂດຍຊາວໜຸ່ມ ແລະ ສິ່ງທ້າທາຍດ້ານນະວັດຕະກຳຂອງຊາວໜຸ່ມທີ່ຈະໄດ້ນຳໃຊ້ຫ້ອງທົດລອງເພື່ອເລັ່ງການພັດທະນາຂອງອົງການ UNDP.
ທ່ານ ນາງ ຣິຄາດາ ຣິດເຈີ ຜູ້ຕາງໜ້າອົງການ UNDP ໄດ້ກ່າວເຖິງຄວາມສຳຄັນຂອງການສະໜັບສະໜູນຊາວໜຸ່ມຢູ່ລາວ ໃນເວລານີ້ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ເຊິ່ງມັນມີຜົນສະທ້ອນໃສ່ເສດຖະກິດ-ສັງຄົມທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະຊາວໜຸ່ມມີຄວາມສ່ຽງທີ່ຈະຖືກລົບກວນຍ້ອນການແຜ່ລະບາດຂອງພະຍາດລະບາດ ແລະ ຫຼາຍຄົນມີຄວາມສ່ຽງໄດ້ຮັບຜົນກະທົບທາງດ້ານການສຶກສາ ການວ່າຈ້າງງານ ສະຫວັດດີການ ແລະ ການມີສ່ວນຮ່ວມໃນສັງຄົມ ເຊິ່ງໄດ້ສະແດງໃຫ້ເຫັນວ່າໂຄງການພະຍາຍາມແກ້ໄຂບັນດາສິ່ງທ້າທາຍເຫຼົ່ານີ້ ແລະ ຕັ້ງໃຈທີ່ຈະມີສ່ວນຮ່ວມກັບຊາວໜຸ່ມໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃນຖານະຜູ້ປ່ຽນແປງຕົວຂອງເຂົາເຈົ້າເອງ.
ທ່ານ ວາລາດີເມີ ຄາລິນີນ ເອກອັກຄະລັດຖະທູດຣັດເຊຍປະຈຳລາວ ໄດ້ສະແດງຄວາມຊົມເຊີຍຕໍ່ UNDP ໃນການເປີດໂຄງການຢ່າງສຳເລັດຜົນ ພ້ອມທັງສະເໜີໃຫ້ຊາວໜຸ່ມໄດ້ຮັບຂີດຄວາມສາມາດສູງ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໂຄງການນີ້ ຈະສາມາດໃຫ້ການແຊກແຊງຢ່າງທັນການ ເພື່ອສະໜັບສະໜູນຊາວໜຸ່ມຢູ່ລາວ ແລະ ທ່ານຍັງໄດ້ເນັ້ນເຖິງຄວາມສຳຄັນຂອງໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນປະເທດຣັດເຊຍ ທີ່ຈະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມງານ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ.