ຮ່ວມມືສ້າງສວນ ແລະ ສູນສຶກສາວິທະຍາສາດດາລາສາດ

ພິ­ທີ​ລົງ​ນາມ​ສັນ­ຍາ ສ້າງ​ສວນ​ວິ­ທະ­ຍາ­ສາດ ແລະ ພຶດ​ສາ​ສາດ ພ້ອມ​ເປີດ​ສູນ​ສຶກ​ສາ​ວິ­ທະ­ຍາ­ສາດ ດາ­ລາ­ສາດ ແລະ ສວນ­ພຶກ­ສາ­ສາດ ລະ­ຫວ່າງ​ກະ­ຊວງ​ວິ­ທະ­ຍາ­ສາດ – ເຕັກ​ໂນ​ໂລ​ຊີ (ກວ​ຕ) ແລະ ບໍ­ລິ­ສັດ ແອັດ​ແລນ​ຕິກ ອິນ​ເຕີ​ເນ​ເຊີ​ແນວ ກຣຸບ ຈຳ­ກັດ​ຜູ້​ດຽວ ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່ ກວ​ຕ ຮ່ວມ​ລົງ​ນາມ​ໂດຍ​ທ່ານ​ນາງ ແກ້ວ​ໄພ​ວັນ ດວງ​ສະ­ຫວັນ ຫົວ­ໜ້າ​ຫ້ອງ­ການ​ສະ­ພາ​ວິ­ທະ­ຍາ­ສາດ​ແຫ່ງ​ຊາດ ກວ​ຕ ແລະ ທ່ານ ພູ​ວົງ ສຸ້ຍ​ຍະ​ວົງ ປະ­ທານ​ບໍ­ລິ­ສັດ ແອັດ​ແລນ​ຕິກ ອິນ​ເຕີ​ເນ​ເຊິ​ແນວ ກຣຸບ ຈຳ­ກັດ ມີ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ ກວ​ຕ ປະ­ທານ​ສະ­ພາ​ວິ­ທະ­ຍາ­ສາດ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະ­ນະ​ການ​ນຳ​ຈາກ​ສະ​ຖາ​ບັນ ແຂວງ ກະ­ຊວງ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ວິ­ຊາ​ການ​ພາກ​ລັດ ແລະ ເອ­ກະ​ຊົນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ແກ້ວ​ໄພ​ວັນ ດວງ​ສະ­ຫວັນ ກ່າວ​ວ່າ: ການ​ເຊັນ​ສັນ­ຍາ​ຄັ້ງ​ນີ້ ເພື່ອ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ທີ່​ຢັ້ງ­ຢືນ​ວ່າ: ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ໂດຍ​ນຳ​ໃຊ້​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ເປັນ​ແຮງ​ຂັບ​ເຄື່ອນ ແລະ ເປັນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ແຜນ​ງານ​ພັດ­ທະ­ນາ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ເຂົ້າ​ສູ່​ຂົງ­ເຂດ​ການ​ບໍ­ລິ­ການ ແລະ ການ​ຜະ­ລິດ ເວົ້າ​ລວມ ແລະ ເວົ້າ​ສະ­ເພາະ ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ການ​ຮ່ວມ​ມື​ລະ­ຫວ່າງ ກວ​ຕ ແລະ ບໍ­ລິ­ສັດ ແອັດ​ແລນ​ຕິກ ອິນ​ເຕີ​ເນ​ເຊິ​ແນວ​ຈຳ­ກັດ ຜູ້​ດຽວ ທີ່​ກົມ​ແຜນ­ການ​ໄດ້​ລົງ​ນາມ​ເດືອນ​ຕຸ­ລາ 2013.

ສຳ­ລັບ​ເປົ້າ​ໝາຍ ແນ­ໃສ່​ເຮັດ​ໃຫ້​ພື້ນ­ຖານ​ໂຄງ​ລ່າງ ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ຈິດ​ສຳ­ນຶກ​ຄວາມ​ຮັບ​ຮູ້​ດ້ານ​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ­ຕະ​ກຳ​ຂອງ​ສັງ­ຄົມ ນັບ​ມື້​ນັບ​ເຂັ້ມ­ແຂງ ກວ້າງ­ຂວາງ ພ້ອມ​ກັນ​ນີ້ ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ນຳ​ໃຊ້​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ເຂົ້າ​ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ຂະ­ໜາດ​ກາງ ແລະ ອື່ນໆ​ຕາມ​ແນວ­ທາງ​ຂອງ​ພັກ​ເຮົາ.

ໃນ​ການ​ຮ່ວມ​ມື​ຄັ້ງ​ນີ້ ຝ່າຍ​ບໍ­ລິ­ສັດ​ຈະ​ເປັນ​ຜູ້​ສະ­ໜັບ­ສະ­ໜູນ​ດ້ານ​ງົບ­ປະ­ມານ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ­ເຄື່ອນ­ໄຫວ​ວຽກ​ງານ ສ່ວນ ກວ​ຕ ຈະ​ເປັນ​ຜູ້​ສະ­ໜັບ­ສະ­ໜູນ​ດ້ານ​ເຕັກ­ນິກ​ວິ­ຊາ​ການ ພົວ­ພັນ​ຮ່ວມ​ມື​ກັບ​ສາ­ກົນ ຜົນ​ປະ­ໂຫຍດ​ທັງ​ໝົດ​ທີ່​ເກີດ​ໃນ​ຂະ​ບວນ​ການ​ຮ່ວມ​ມື ການ​ບໍ­ລິ­ການ ແລະ ອື່ນໆ ຂອງ​ສວນ​ວິ­ທະ­ຍາ­ສາດ ແລະ ພຶກ­ສາ­ສາດ ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ ແລະ ມີ​ໄລ­ຍະ​ການ​ຮ່ວມ​ມື 25 ປີ.

error: Content is protected !!