ຄັດເລືອກນັກຮຽນກີລາຍິງທະນູຮຸ່ນສືບທອດ

ທ່ານ ຄຳ​ຫວານ ວັນ​ລີ​ວົງ ຄູ​ສອນ​ກີ­ລາ​ຍິງ​ທະ­ນູ​ຂອງ​ໂຮງ ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ ຍະ​ກຳ (ຮພກ) ນັກ­ກີ­ລາ​ຍິງ​ທະ­ນູ​ທີມ​ຊາດ​ລາວ ເຈົ້າ​ຂອງ​ຫຼຽນ​ຄຳ​ປະ­ເພດ​ຄູ່​ປະ­ສົມ ລາຍ­ການ ຄອມ​ປ່າວ ງານ​ກີ­ລາ​ຊີ­ເກມ ຄັ້ງ​ທີ 27 ປີ 2013 ໃຫ້​ສຳ­ພາດ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ການ​ຄັດ​ເລືອກ​ນັກ­ຮຽນ​ກີ­ລາ​ຍິງ​ທະ­ນູ ຈັດ ຂຶ້ນ​ວັນ​ທີ 3-14 ສິງ­ຫາ 2020 ຢູ່​ສູນ​ເຝິກ​ກີ­ລາ​ແຫ່ງ​ຊາດ ເພື່ອ​ຊີງ​ໂກ​ຕ້າ​ຮຽນ​ໂດຍ​ບໍ່​ເສຍ​ຄ່າ 60 ທຶນ ດຳ­ເນີນ​ໄປ​ດ້ວຍ​ບັນ­ຍາ­ກາດ​ທີ່​ເຄັ່ງ​ຕຶງ ເພາະ​ນັກ­ກີ­ລາ 9 ຄົນ ຍິງ 4 ຄົນ ທີ່​ສາ­ມາດ​ຜ່ານ​ການ​ຄັດ​ເລືອກ​ຮອບ​ສຸດ​ທ້າຍ ຈາກ 47 ຄົນ ລ້ວນ​ແຕ່​ເປັນ​ນັກ­ຮຽນ​ທີ່​ມີ​ພອນ​ສະ­ຫວັນ​ສູງ ແຕ່​ຈະ​ພະ ຍາ​ຍາມ​ຄັດ​ເລືອກ​ນັກ­ຮຽນ​ກີ­ລາ​ໃຫ້​ໄດ້​ຈຳ­ນວນ​ເປົ້າ​ໝາຍ​ຕົວ​ຈິງ 5 ຄົນ ຍິງ 3 ຄົນ ເຂົ້າ​ນອນ​ໃນ​ໂກ​ຕ້າ 60 ທຶນ ເພື່ອ​ສືບ­ຕໍ່​ສົ່ງ ເສີມ​ການ​ພັດ­ທະ­ນາ​ເຂົາ­ເຈົ້າ​ໃຫ້​ໄປ​ເຖິງ​ຈຸດ​ສຸດ​ຍອດ ກ້າວ​ຂຶ້ນ​ໄປ​ຕິດ​ທີມ​ຊາດ ສືບ­ຕໍ່​ສ້າງ​ຜົນ­ງານ​ໃນ​ການ​ແຂ່ງ­ຂັນ​ງານ​ກີ­ລາ​ຍິງ​ທະ­ນູ​ລະ­ດັບ​ພາກ​ພື້ນ ອະ­ນຸ​ພາກ​ພື້ນ ແລະ ສາ­ກົນ​ໃນ​ອະ­ນາ­ຄົດ.

ໂຮງ­ຮຽນ ຮພກ ສ້າງ­ຕັ້ງ​ປີ 2013 ໃນ​ນີ້ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ເປີດ​ການ​ຮຽນ-ການ​ສອນ​ຕາມ​ຫຼັກ​ສູນ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໂດຍ​ສອນ​ສາຍ​ສາ­ມັນ​ສຶກ​ສາ 60% ແລະ ສອນ​ສາຍ​ກີ­ລາ 40% ໃນ​ຊັ້ນ ມ5-ມ7 ຈາກ 12 ປະ­ເພດ​ກີ­ລາ ປະ­ກອບ​ມີ ກີ­ລາ​ແລ່ນ-ລານ ກະ ຕໍ້ ເປ​ຕັງ ປິ່ງ​ປ່ອງ ຍົກ​ນ້ຳ­ໜັກ ມວຍ​ປ້ຳ ວູ​ຊູ ມວຍ​ສາ­ກົນ ເທ​ຄວັນ​ໂດ ຢູ​ໂດ ກາ​ຣາ​ເຕ​ໂດ ແລະ ກີ­ລາ​ຍິງ​ທະ­ນູ.

error: Content is protected !!