5 ວິທີປິ່ນປົວ ໂຣກເອັນອັກເສບ ອາການບໍ່ຮຸນແຮງ

ແພດ​ໝໍ​ຕັກ­ເຕືອນ ເຄື່ອນ​ໄຫວ​ຊ້ຳໆ​ດົນໆ ສ່ຽງ “ໂຣກ​ເອັນ​ອັກ­ເສບ” ປ່ອຍ​ໄວ້​ດົນ ສ່ຽງ​ເກີດ​ພາ­ວະ​ແຊກ​ຊ້ອນ ແນະ ນຳ 5 ວິ­ທີ​ປະ­ຖົມ­ພະ­ຍາ­ບານ​ໃນ​ກໍ­ລະ­ນີ​ອາ­ການ​ບໍ່​ຮຸນ​ແຮງ.

ໂຣກ​ເອັນ​ອັກ­ເສບ ຄື ການ​ອັກ­ເສບ​ຂອງ​ເອັນ​ກ້າມ­ຊີ້ນ ຊຶ່ງ​ສາ­ມາດ​ເກີດ​ຂຶ້ນ​ໄດ້​ກັບ​ທຸກ​ຄົນ ໂດຍ​ບໍ­ລິ­ເວນ​ທີ່​ພົບ​ຫຼາຍ ໄດ້­ແກ່ ບ່າ​ໄຫຼ່ ຂໍ່​ສອກ ຂໍ່​ມື ຂໍ່​ເຂົ່າ ແລະ ຂໍ່​ຕີນ ເມື່ອ​ເອັນ​ກ້າມ­ຊີ້ນ​ອັກ­ເສບ ຈະ​ມີ​ອາ­ການ​ປວດ ແລະ ບວມ ເຄື່ອນ​ໄຫວ​ເອັນ​ກ້າມ­ຊີ້ນ​ໄດ້​ລຳ­ບາກ ມີ​ອາ­ການ​ຟົກ​ຊ້ຳ ມີ​ກ້ອນ​ບວມ​ໃຄ່​ຕາມ​ກ້າມ­ຊີ້ນ ອາ­ການ​ປວດ​ດັ່ງ­ກ່າວ​ອາດ​ກະ­ທົບ​ຕໍ່​ການ​ເຮັດ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ໃຫ້​ມີ​ຄວາມ​ຍາກ​ລຳ­ບາກ ຫຼື ປວດ​ຫຼາຍ​ຍິ່ງ​ຂຶ້ນ ໂຣກ​ນີ້​ຫາກ​ມີ​ການ​ອັກ­ເສບ​ບໍ່​ຫຼາຍ ສ່ວນ​ໃຫຍ່​ເກີດ​ຂຶ້ນ​ພາຍ​ໃນ 2-3 ມື້ ແຕ່​ຖ້າ​ມີ​ອາ­ການ​ຮຸນ​ແຮງ ອາດ​ເປັນ​ຕໍ່​ເນື່ອງ​ໄດ້​ດົນ 6 ເດືອນ ຈົນ​ເຖິງ 2 ປີ.

ສາ­ເຫດ​ເກີດ​ຈາກ​ໄດ້​ຮັບ​ບາດ­ເຈັບ​ກະ­ທັນ­ຫັນ ຫຼື ເກີດ​ຈາກ​ການ­ເຄື່ອນ­ໄຫວ​ຂອງ​ເອັນ​ກ້າມ­ຊີ້ນ​ບໍ​ລິ ເວນ​ເດີມ​ຊ້ຳໆ​ເປັນ​ເວ­ລາ​ດົນ ເຮັດ​ໃຫ້​ເອັນ​ບໍ­ລິ­ເວນ ທີ່​ຖືກ​ໃຊ້​ງານ​ເຄັ່ງ​ຕຶງ​ຂຶ້ນ​ເລື້ອຍໆ ໂດຍ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ເອັນ​ກ້າມ­ຊີ້ນ​ອັກ­ເສບ ໄດ້­ແກ່.

1. ຜູ້​ທີ່​ມີ​ອາ­ຍຸ​ຫຼາຍ ຈະ​ຍິ່ງ​ມີ​ໂອ­ກາດ​ເກີດ​ພາ­ວະ ເອັນ​ອັກ­ເສບ​ເນື່ອງ​ຈາກ​ເອັນ​ກ້າມ­ຊີ້ນ​ເລີ່ມ​ມີ​ຄວາມ​ຢືດ​ຫົດ​ໜ້ອຍ​ລົງ.
2. ມີ​ການ­ເຄື່ອນ­ໄຫວ​ຮ່າງ­ກາຍ​ບາງ​ສ່ວນ​ຜິດ​ທ່າ​ຫຼາຍ​ຄັ້ງ.
3. ເກີດ​ຈາກ​ການ​ຫຼິ້ນ​ກີ­ລາ​ບາງ​ຊະ­ນິດ​ທີ່​ເອັນ​ກ້າມ­ຊີ້ນ​ຕ້ອງ​ເຮັດ​ວຽກ​ຊ້າໆ ເຊັ່ນ: ເຕະ­ບານ ກະ­ຕໍ້ ຕີ​ດອກ​ປີກ​ໄກ່ ລອຍ­ນ້ຳ ແລະ ແລ່ນ.

ຫາກ​ມີ​ອາ­ການ​ເອັນ​ກ້າມ­ຊີ້ນ​ອັກ­ເສບ​ບໍ່​ຮຸນ​ແຮງ ຄວນ​ຢຸດ​ພັກ​ກິດ­ຈະ­ກຳ​ທີ່​ເຮັດ​ຢູ່ ແລະ ສາ­ມາດ​ປະ­ຖົມ­ພະ­ຍາ­ບານ​ເບື້ອງ​ຕົ້ນ​ດ້ວຍ​ຕົນ​ເອງ ດັ່ງ­ນີ້

1. ປະ​ຄົບ​ເຢັນ​ດ້ວຍ​ຜ້າ​ຫໍ່​ນ້ຳ­ກ້ອນ​ບໍ­ລິ­ເວນ​ທີ່​ອັກ ເສບ​ດົນ 20 ນາ­ທີ ມື້​ລະ 3-4 ຄັ້ງ.
2. ໃຊ້​ຜ້າ​ພັນ​ບໍ­ລິ­ເວນ​ຮອບໆ ເພື່ອ​ຮອງ​ຮັບ​ການ ໃຊ້​ງານ​ເອັນ​ກ້າມ­ຊີ້ນ​ບໍ­ລິ­ເວນ​ນັ້ນ.
3. ພະ­ຍາ­ຍາມ​ຍົກ​ສ່ວນ​ຂອງ​ຮ່າງ­ກາຍ​ທີ່​ມີ​ອາ­ການ​ບາດ­ເຈັບ​ຢູ່​ໃນ​ລະ­ດັບ​ສູງ ໂດຍ​ໃຊ້​ໝອນ​ຮອງ​ເມື່ອ​ນັ່ງ ຫຼື ນອນ.
4. ຮັບ​ປະ­ທານ​ຢາ ຫຼື ທາ​ເຈວ​ເຢັນ​ເພື່ອ​ບັນ­ເທົາ ອາ­ການ​ອັກ­ເສບ​ເບື້ອງ​ຕົ້ນ.
5. ຫຼີກ​ລຽ່ງ​ການ​ໃຊ້​ເອັນ​ກ້າມ­ຊີ້ນ​ສ່ວນ​ທີ່​ອັກ­ເສບ ທັງ​ນີ້ ຫາກ​ອາ­ການ​ບໍ່​ດີ​ຂຶ້ນ​ມີ​ອາ­ການ​ຮຸນ​ແຮງ​ຢ່າງ​ຕໍ່​ເນື່ອງ ຄວນ​ຮີບ​ພົບ​ແພດ​ຜູ້​ຊ່ຽວ­ຊານ ເພາະ​ປ່ອຍ​ຖິ້ມ​ໄວ້ ອາດ​ເຮັດ​ໃຫ້​ເກີດ​ພາ­ວະ​ແຊກ​ຊ້ອນ​ທີ່​ເປັນ​ອັນ­ຕະ­ລາຍ ເຊັ່ນ: ເສັ້ນ​ເອັນ​ຈີກ​ຂາດ ກ້າມ­ຊີ້ນ​ປາຍ​ແຂນ​ອ່ອນ​ແຮງ ເປັນ­ຕົ້ນ ແພດ​ອາດ​ປິ່ນ­ປົວ​ໂດຍ​ການ​ສີດ​ຢາ​ບັນ­ເທົາ​ອາ­ການ​ປວດ ເຮັດ​ກາ​ຍະ​ພາບ​ບຳ­ບັດ ພັກ​ໃຊ້​ງານ ແລະ ໃຊ້​ຢາ​ໃນ​ການ​ຮັກ­ສາ.

ຖ້າ​ອາ­ການ​ດັ່ງ­ກ່າວ​ຍັງ​ບໍ່​ດີ​ຂຶ້ນ ອາດ​ປິ່ນ­ປົວ​ດ້ວຍ​ການ­ຜ່າ­ຕັດ ສຳ­ລັບ​ວິ­ທີ​ການ​ປ້ອງ​ກັນ​ຄວນ​ຫຼີກ​ລ່ຽງ​ກິດ­ຈະ­ກຳ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ແຮງ​ຕຶງ​ຕໍ່​ເອັນ​ກ້າມ­ຊີ້ນ​ຫຼາຍ​ເກີນ​ໄປ ໂດຍ​ສະ­ເພາະ​ເມື່ອ​ເຮັດ​ຊ້ຳ​ເປັນ​ເວ­ລາ​ດົນ  ເຮັດ​ກິດ­ຈະ­ກຳ​ອອກ­ກຳ­ລັງ​ກາຍ ໃຫ້​ຫຼາກ​ຫຼາຍ ແລະ ຄວນ​ສັບ​ປ່ຽນ​ການ​ອອກ­ກຳ­ລັງ​ກາຍ​ຊະ­ນິດ​ອື່ນ ອົບ​ອຸ່ນ​ຮ່າງ­ກາຍ​ໃຫ້​ພ້ອມ​ກ່ອນ ການ​ເຮັດ​ກິດ­ຈະ­ກຳ ແລະ ໝັ່ນ​ຢືດ​ກ້າມ­ຊີ້ນ ຫຼັງ​ການ​ອອກ­ກຳ­ລັງ​ກາຍ ຕະ­ຫຼອດ​ຈົນ​ເລືອກ​ອຸ­ປະ­ກອນ​ການ​ຫຼິ້ນ​ກີ­ລາ​ທີ່​ເໝາະ​ສົມ ນ້ຳ­ໜັກ​ເບົາ ແລະ ໃຊ້​ທ່າ​ທາງ​ການ​ຫຼິ້ນ​ທີ່​ຖືກ­ຕ້ອງ.

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!