ໃນໄລຍະຜ່ານມາ ສປປ ລາວ ເຮົາໄດ້ປະເຊີນກັບເຫດການນ້ຳປ່າໄຫຼຊຸກໍ່ໃຫ້ເກີດນ້ຳຖ້ວມ ແລະ ຄວາມເສຍຫາຍຕາມມາເປັນຈຳນວນຫຼວງຫຼາຍ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວມື້ນີ້ຄໍລຳສິ່ງແວດລ້ອມຂອງພວກເຮົາຈະມານຳ ສາເຫດ ວີທີການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ.
ສຳລັບວິທີປ້ອງກັນ ແລະ ແກ້ໄຂຈາກສາເຫດນ້ຳຖ້ວມອັ່ງຂັງໃນຕົວເມືອງນັ້ນ ຕ້ອງວາງຜັງເມືອງໃຫ້ເໝາະສົມ ຮັກສາລະບົບລະບາຍນ້ຳຕາມທຳມະຊາດເພື່ອໃຊ້ລະບາຍນ້ຳ ແຕ່ຖ້າມີຄວາມຈຳເປັນຕ້ອງພັດທະນາເຂດທີ່ເປັນບ່ອນລະບາຍນ້ຳທຳມະຊາດ ຈະຕ້ອງໄດ້ກໍ່ສ້າງລະບົບລະບາຍນ້ຳທົດແທນ ພ້ອມນັ້ນ ການກໍ່ສ້າງທາງຈະຕ້ອງວາງລະບົບການລະບາຍນ້ຳ ເຊັ່ນ: ຕ້ອງວາງທໍ່ລະບາຍນ້ຳໃຫ້ເໝາະສົມກັບຕຳແໜ່ງທີ່ຕັ້ງຈຳນວນ ຂະໜາດ ແລະ ເຂດໃດມີສະພາບດິນເຈື່ອນບໍ່ຄວນດູດນ້ຳໃຕ້ດິນນຳມາໃຊ້ໂດຍບໍ່ມີການຄຸ້ມຄອງ ຕ້ອງມີການປ້ອງກັນການເຊາະເຈື່ອນຂອງໜ້າດິນດ້ວຍວິທີການທີ່ເໝາະສົມ ເຊັ່ນ: ປູກຫຍ້າຄາ ແລະ ພືດປົກຫຸ້ມ ແລະ ວິທີການອື່ນໆ.
ສ່ວນການເກີດນ້ຳປ່າໄຫຼຊຸບໍລິເວນພູສູງ ນັ້ນແມ່ນເກີດຈາກການຕັດໄມ້ທຳລາຍປ່າເຮັດໃຫ້ບໍ່ມີພືດ ແລະ ຕົ້ນໄມ້ປົກຫຸ້ມດິນທີ່ຈະຊ່ວຍດູດຊືມຮັບນ້ຳຝົນເອົາໄວ້ ແລະ ຊ່ວຍປົກຫຸ້ມຢຶດຜິວດິນ ຖ້າປະລິມານນ້ຳຝົນໃນເຂດດັ່ງກ່າວມີຫຼາຍ ຈົນເຮັດໃຫ້ປະລິມານນ້ຳຜິວດິນທີ່ລະບາຍອອກຈາກເຂດດັ່ງກ່າວ ກໍ່ໃຫ້ເກີດນ້ຳໄຫຼຊຸ ນ້ຳຈະພັດເອົາຕົ້ນໄມ້ ກິ່ງໄມ້ ຕະກອນ ດິນຊາຍ ແລະ ຫີນອອກຈາກໜ້າດິນ ກໍ່ໃຫ້ເກີດຄວາມເສຍຫາຍແກ່ບໍລິເວນເຂດທ້າຍນ້ຳຢ່າງຫຼວງຫຼາຍ ເຊິ່ງໄພພິບັດຈາກນ້ຳປ່າໄຫຼຊຸແມ່ນມີຄວາມຮຸນແຮງ ແລະ ຈຳເປັນຕ້ອງໃຊ້ເວລາໃນການແກ້ໄຂຈົນກວ່າເນື້ອທີ່ດັ່ງກ່າວຈະກັບຄືນສະພາບປົກກະຕິໄດ້.
ສຳລັບວິທີທາງໃນການປ້ອງກັນ ແລະ ແກ້ໄຂສາເຫດນັ້ນນອກຈາກຕັດໄມ້ທຳລາຍປ່າແລ້ວ ຕ້ອງເລັ່ງປູກຕົ້ນໄມ້ທົດແທນສ່ວນທີ່ເສຍຫາຍ ແລະ ຖືກທຳລາຍ ສ້າງລະບົບປ້ອງກັນການເຊາະເຈື່ອນຂອງດິນໃນເຂດສັນພູ ສ້າງແຫຼ່ງນ້ຳຂະໜາດຕ່າງໆ ເຊັ່ນ: ສ້າງຝາຍ ແລະ ຫ້ວຍ ຂະໜາດກາງ ແລະ ໃຫຍ່ເພື່ອຮອງຮັບນ້ຳ ແລະ ກໍຄ່ອຍໆປ່ອຍນ້ຳລົງເພື່ອຫຼີກລ່ຽງການກໍ່ໃຫ້ເກີດນ້ຳຖ້ວມ ແລະ ຍັງສາມາດເກັບຮອງຮັບນ້ຳໄວ້ໃຊ້ໃນໄລຍະລະດູແລ້ງ.
ສ່ວນນ້ຳລົ້ນຝັ່ງຢູ່ແມ່ນ້ຳຕ່າງໆ ເນື່ອງຈາກປະລິມານ ແລະ ອັດຕານ້ຳໄຫຼມາຈາກຕົ້ນນ້ຳມີຫຼາຍເກີນຄວາມສາມາດຂອງແມ່ນ້ຳທີ່ຈະຮັບນ້ຳໄດ້ ແມ່ນ້ຳ ຫຼື ຫ້ວຍ ໜອງຄອງບຶງມີຂະໜາດນ້ອຍ ແລະ ຕື້ນ ມີສິ່ງກີດຂວາງ ເຊັ່ນ: ມີຜັກຕົບຈຳນວນຫຼາຍປິດກັ້ນການໄຫຼຂອງນ້ຳ ແລະ ການມີລະບົບຄວບຄຸມໃນແມ່ນ້ຳ ເຊັ່ນ: ເຂື່ອນ ອ່າງເກັບນ້ຳ ຝາຍ ຫຼື ປະຕູລະບາຍນ້ຳ ຕາມປົກກະຕິແລ້ວລະບົບຄວບຄຸມດັ່ງກ່າວຈະເປັນສິ່ງທີ່ຊ່ວຍປ້ອງກັນ ແລະ ຫຼຸດຄວາມຮຸນແຮງຂອງໄພພິບັດ ແຕ່ຖ້າມີການອອກແບບກໍ່ສ້າງບໍ່ເໝາະສົມ ຫຼື ມີການບໍລິຫານຈັດການນ້ຳບໍ່ດີ ກໍຈະເປັນສາເຫດໃຫ້ເກີດໄພພິບັດໄດ້ ເຊັ່ນ: ຖ້າເປັນຮ່ອງນ້ຳ ຫຼືແມ່ນ້ຳທີ່ມີຂະໜາດນ້ອຍ ແລະ ປະລິມານຂອງນ້ຳໄຫຼລົ້ນຝັ່ງກໍຈະບໍ່ສ້າງຄວາມເສຍຫາຍຫຼາຍ ແຕ່ຖ້າເປັນແມ່ນ້ຳຂະໜາດໃຫຍ່ ທີ່ປາສະຈາກລະບົບຄວບຄຸມຈະກໍ່ໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ.