ແກ້ວທະວີຄູນ ຮັບບໍລິການຕົບແຕ່ງເວທີງານດ້ວຍພືດຜັກປອດສານພິດ

    ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນບໍລິສັດຈຳໜ່າຍ ແລະ ຂາຍພືດຜັກກະສິກຳສະອາດ (ປອດສານພິດ) ຈຸດຂາຍຢູ່ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນ ເດີ່ນຈອດລົດສູນການຄ້າລາວ-ໄອເຕັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

ຂາຍທຸກວັນພຸດ ແລະ ວັນເສົາ ເລີ່ມແຕ່ເວລາ 5:30-12:30 ໂມງ ນອກຈາກຂາຍແລ້ວ ບໍລິສັດຍັງຮັບບໍລິການເອົາສິນຄ້າພືດຜັກມາຕົບແຕ່ງເປັນເວທີຈັດກອງປະຊຸມ ງານສູ່ຂວັນ ງານແຕ່ງງານ ງານຂຶ້ນເຮືອນໃໝ່ ແລະ ງານສຳຄັນຕ່າງໆ ພ້ອມນີ້ ຍັງເຮັດເປັນກະຕ່າຂອງຂວັນອວຍພອນຕື່ມອີກ ເພື່ອເປັນການທົດແທນການຕົບແຕ່ງດ້ວຍດອກໄມ້ ແລະ ວັດຖຸອື່ນໆ ເຊິ່ງພາຍຫຼັງງານສຳເລັດແລ້ວ ສິ່ງຕົບແຕ່ງທີ່ເປັນພືດຜັກ ກໍຍັງສາມາດນຳເອົາໄປບໍລິໂພກໄດ້ຕື່ມອີກ.

    ດັ່ງນັ້ນ ຜູ້ທີ່ສົນໃຈ ຕ້ອງການໃຫ້ບໍລິສັດໄປຕົບແຕ່ງເວທີກອງປະຊຸມໃຫຍ່ ແລະ ງານສຳຄັນຕ່າງໆ ສາມາດຕິດຕໍ່ພົວພັນໄດ້ນຳບໍລິສັດດັ່ງກ່າວ.

error: Content is protected !!