ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການບໍລິຫານຈັດການອ່າງນໍ້າ ການຜະລິດໄຟຟ້າຂອງເຂື່ອນໄຟຟ້ານໍ້າຕົກ ແລະ ການກະກຽມແຜນຮັບມືສຸກເສີນໃນລະດູຝົນປີ 2020 ຂຶ້ນວັນທີ 7 ສິງຫາ 2020 ຢູ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ໂດຍເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງ ພບ ມີຫົວໜ້າກົມ ສະຖາບັນ ອໍານວຍການ ຟຟລ ຜູ້ພັດທະນາໂຄງການເຂື່ອນໄຟຟ້າ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ປັດຈຸບັນ ການບໍລິຫານຈັດການອ່າງນໍ້າຢູ່ເຂື່ອນຕ່າງໆທົ່ວປະເທດ ມີລັກສະນະເອກະລາດ ດ້ານນິຕິກຳຄຸ້ມຄອງກໍຍັງບໍ່ທັນພຽງພໍ ແລະ ບໍ່ມີສູນບັນຊາການຂັ້ນອ່າງໂຕ່ງ ແລະ ສູນບັນຊານໍ້າແຫ່ງຊາດ ເຊິ່ງເປັນສາເຫດໜຶ່ງເຮັດໃຫ້ການບໍລິຫານນໍ້າໃນຊຸມປີຜ່ານມາພົບຄວາມຫຍຸ້ງຍາກ ຍ້ອນການປະສານງານບໍ່ຕໍ່ເນື່ອງ ແລະ ບໍ່ທັນວາງແຜນຮ່ວມກັນນໍາໃຊ້ນໍ້າຢ່າງຈິງຈັງ ລວມທັງມີຂິດຈໍາກັດດ້ານປະສົບການໃນການບໍລິຫານນໍ້າ ການແລກປ່ຽນ-ວິເຄາະຂໍ້ມູນ ສັນຍາຊື້-ຂາຍໄຟຟ້າ ແລະ ຕະຫຼາດຊື້-ຂາຍພະລັງງານຕ່າງກັນ ການບໍລິຫານນໍ້າເປັນລັກສະນະສັ້ນ ການວາງແຜນໄລຍະຍາວບໍ່ຊັດເຈນ ແລະ ສະພາບດິນຟ້າອາກາດກໍມີການປ່ຽນແປງໄປເລື້ອຍໆ ເຊິ່ງບັນຫາດັ່ງກ່າວ ໄດ້ເປັນອຸປະສັກໃນການບໍລິຫານອ່າງນໍ້າຂອງເຂື່ອນໄຟຟ້າໃນທົ່ວປະເທດ ແລະ ເປັນສິ່ງທ້າທາຍຕໍ່ຄວາມປອດໄພຂອງເຂື່ອນ ລວມທັງການປ້ອງກັນນໍ້າຖ້ວມ ແລະ ໄພແຫ້ງແລ້ງຕໍ່ຂະແໜງການທີ່ນໍາໃຊ້ນໍ້າພໍສົມຄວນ ສະນັ້ນ ພາກສ່ວນຄຸ້ມຄອງອ່າງນໍ້າຂອງເຂື່ອນ ຈຶ່ງມີຄວາມຈໍາເປັນຕ້ອງຖອດຖອນບົດຮຽນກັບພາກສ່ວນກ່ຽວຂ້ອງໃນວຽກງານດັ່ງກ່າວ ເພື່ອແລກປ່ຽນບົດຮຽນ ປະສົບການ ຫາວິທີທາງແກ້ໄຂຮ່ວມກັນ ເພື່ອຫຼີກລ່ຽງຜົນກະທົບທີ່ອາດ ເກີດຂຶ້ນຕໍ່ສັງຄົມ ແລະ ກະກຽມຄວາມພ້ອມແຜນຮັບມືສຸກເສີນທຸກກໍລະນີ ເພື່ອຫຼຸດຜ່ອນຄວາມສ່ຽງຄວາມເສຍຫາຍດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເຮັດໃຫ້ການພັດທະນາຂະແໜງການ ພບ ເຕີບໃຫຍ່ຂະຫຍາຍຕົວຕາມທິດຍືນຍົງ ສະອາດ ສີຂຽວ ຮັບປະກັນ ແລະ ປອດໄພຕໍ່ສິ່ງແວດລ້ອມ-ສັງຄົມ.

ປັດຈຸບັ ນທົ່ວປະເທດມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ ກໍາລັງຕິດຕັ້ງ 9.972 ເມກາວັດ ສາມາດຜະລິດພະລັງງານໄດ້ 52.211 ລ້ານກິໂລວັດໂມງຕໍ່ປີ ມີລະບົບສາຍສົ່ງແຮງສູງ ກາງ ແລະ ແຮງຕໍ່າ ຍາວ 65.563 ກວ່າກິໂລແມັດ ສະຖານີຈ່າຍໄຟຟ້າ 74 ແຫ່ງ ສາມາດສະໜອງໄຟຟ້າຢູ່ໃນເທສະບານແຂວງ ນະຄອນຫຼວງ ເທສະບານເມືອງ ແລະ ນະຄອນໄດ້ 100% ມີບ້ານໄດ້ຊົມໃຊ້ໄຟຟ້າ 93% ແລະ ມີຄອບຄົວທົ່ວປະເທດໄດ້ຊົມໃຊ້ໄຟຟ້າແບບຖາວອນ 95%.

ກອງປະຊຸມຄັ້ງນີ້ ຍັງໄດ້ຄົ້ນຄວ້າ ປືກສາຫາລື ເພື່ອວາງທິດທາງໜ້າວຽກຕົ້ນຕໍ ເພື່ອຮັບປະກັນເຮັດໃຫ້ການບໍລິຫານ-ຈັດການ ນໍ້າ ການຄຸ້ມຄອງການຜະລິດກະແສໄຟຟ້າຂອງບັນດາເຂື່ອນ ແລະ ການວາງມາດຕະການເພື່ອຮັບປະກັນໃຫ້ການບໍລິຫານນໍ້າ ແລະ ຮອງຮັບການຜະລິດແຕ່ລະເຂື່ອນໃຫ້ມີປະສິດທິຜົນ ບໍ່ສົ່ງຜົນກະທົບຕໍ່ການຜະລິດ ຊີວິດການເປັນຢູ່ຂອງປະຊາຊົນໃນບໍລິເວນໃກ້ຄຽງ ພ້ອມນີ້ ຍັງໄດ້ແລກປ່ຽນຄໍາຄິດເຫັນ ໂດຍສະເພາະ ຄວາມເປັນເອກະພາບໃນການກຳນົດແຜນງານ ເປັນຕົ້ນ ການຮັບປະ ກັນການບໍລິຫານຈັດການນໍ້າຂອງເຂື່ອນຕ່າງໆ ໂດຍສະເພາະເຂື່ອນທີ່ຢູ່ໃນສາຍນໍ້າ ຫຼື ອ່າງໂຕ່ງດຽວກັນ ໃຫ້ມີການປະສານ ສົມທົບກັນຢ່າງລະອຽດ ແລະ ເປັນເອກະພາບ ເພື່ອຮັບປະກັນໃຫ້ມີຄວາມປອດໄພ ແລະ ເຮັດໃຫ້ການະລິດພະລັງງານໄຟຟ້າມີປະສິດທິຜົນຫຼາຍຂຶ້ນ.
# ຂ່າວ & ພາບ: ລັດເວລາ