ປາກງື່ມ ໄດ້ຮັບໃບຢັ້ງຢືນນໍາໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍ

    ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈົນສໍາເລັດ ໂດຍສົມທົບກັບຄະນະກໍາມະການພັກເມືອງ ຫັນລົງຮາກຖານ ເກັບກໍາຂໍ້ມູນບັນດາຫົວໜ່ວຍການຜະລິດ ຄອບຄົວຕົວແບບການຜະລິດ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໜຶ່ງບ້ານ ໜຶ່ງຜະລິດຕະພັນ ເມືອງໜຶ່ງບໍ່ໃຫ້ຫຼຸດ 5 ຜະລິດຕະພັນແຫ່ງຊາດໃຫ້ປາກົດຜົນເປັນຈິງ.

    ທ່ານນາງ ບຸນໂຮມ ຈັນເທພາ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງປາກງື່ມ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງປາກງື່ມ ເມື່ອບໍ່ດົນມານີ້ວ່າ: ຫົວໜ່ວຍການຜະລິດ ຄອບຄົວຕົວແບບການຜະລິດເປັນສິນຄ້າ ມີ 1.050 ພື້ນຖານ ແບ່ງເປັນ 4 ຂະແໜງການຄື: ອຸດສາຫະກໍາ ການຄ້າ ຫັດຖະກໍາປຸງແຕ່ງກະສິກໍາ ແລະ ການບໍລິການ ໃນນີ້ ໄດ້ຈັດລະບົບ ພ້ອມທັງຂຶ້ນແຜນຫັນເປັນໂຄງການ ໂດຍກໍານົດອອກເປັນ 4 ໂຄງການ ເພື່ອໃຫ້ບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພະແນກ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ສົມທົບກັບການນໍາເມືອງ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ເປີດກອງປະຊຸມປຶກສາຫາລື ເຝິກອົບຮົມບັນດາຄອບຄົວຕົວແບບເຮັດການຜະລິດເປັນສິນຄ້າ 105 ຄອບຄົວ ໂດຍແບ່ງເປັນ 4 ພາກສ່ວນຄື: ຄອບຄົວຕົວແບບດ້ານຫັດຖະກໍາ 4 ຫົວໜ່ວຍ ໃນນີ້ ຕໍ່າຫູກທໍໄໝ 2 ຫົວໜ່ວຍ ຫັດຖະກໍາຕີເຫຼັກ 1 ຫົວໜ່ວຍ ຈັກສານ 1 ຫົວໜ່ວຍ ຄອບຄົວຕົວແບບດ້ານກະສິກໍາ 336 ຄອບຄົວ ຄອບຄົວດ້ານອຸດສາຫະກໍາປຸງແຕ່ງ 235 ພື້ນຖານ ແລະ ຄອບຄົວຕົວແບບດ້ານການບໍລິການ 33 ພື້ນຖານ.

    ພາຍຫຼັງສໍາເລັດກອງປະຊຸມປຶກສາຫາລື ໄດ້ເນັ້ນໜັກໃຫ້ແຕ່ລະຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບໄປຈັດຕັ້ງປະຕິບັດ ໂດຍມີການແຂ່ງຂັນກັນ ພ້ອມທັງໄດ້ຈັດສົ່ງພະນັກງານວິຊາການລົງຕິດຕາມ ກວດກາ ຊຸກຍູ້ແຕ່ລະຂະແໜງການຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບໝາກຜົນ ແລະ ມີຄວາມຍືນຍົງ ພ້ອມນີ້ ຍັງໄດ້ແຕ່ງຕັ້ງພະນັກງານວິຊາການລົງກວດກາ ປະເມີນຜົນຄືນ ເພື່ອຄັດເລືອກເອົາຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບ ເຊິ່ງ 5 ປີຜ່ານມາ ຄັດເລືອກໄດ້ຫົວໜ່ວຍການຜະລິດສິນຄ້າແບບຍືນຍົງ ແລ້ວນໍາສະເໜີຂັ້ນເທິງພິຈາລະນາຮັບຮອງເປັນສິນຄ້ານໍາໃຊ້ກາໝາຍໂອດ໋ອບແຫ່ງຊາດ ປັດຈຸບັນເມືອງປາກງື່ມໄດ້ຮັບໃບຢັ້ງຢືນນໍາໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍຄື: ກຸ່ມຜັກອິນຊີບ້ານທ່າຊ້າງ ກຸ່ມຫັດຖະກໍາຕໍ່າຜ້າທໍໄໝບ້ານຊຽງແລທ່າ ກຸ່ມຫັດຖະກໍາຕໍ່າຫູກບ້ານທ່າຊ້າງ ກຸ່ມໂຮງສີເຂົ້າດອກຈໍາປາຂາວ ບ້ານດອນວັງໂພ ແລະ ກຸ່ມຫັດຖະກໍາຕີເຫຼັກບ້ານດອນສ້າງໄຜ່.

    ນອກນີ້ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກງື່ມ ຍັງຈະໄດ້ສືບຕໍ່ສຸມໃສ່ລົງຊີ້ນໍາຈັດຕັ້ງກຸ່ມການຜະລິດກະສິກໍາເປັນສິນຄ້າຢ່າງຕໍ່ເນື່ອງ ປັດຈຸບັນ ສາມາດຈັດຕັ້ງກຸ່ມສໍາເລັດແລ້ວ 18 ກຸ່ມ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!