ແຂວງຊຽງຂວາງ ໄດ້ຮັບວັດຖຸ-ອຸປະກອນ ກຽມຮັບໃຊ້ງານກິລາແຫ່ງຊາດ

    ວັດ­ຖຸ-ອຸ­ປະ­ກອນ ແລະ ສິ່ງ​ປະ­ກອບ​ກິ­ລາ​ຫຼາຍ​ຍີ່­ຫໍ້ ໂດຍ​ສະ­ເພາະ​ຍີ່­ຫໍ້ FBT ຈຳ­ນວນ 28 ປະ­ເພດ​ກິ­ລາ ແລະ ຊຸດ​ກຳ­ມະ­ການ​ຕັດ­ສິນ ທີ່​ຈະ​ຮັບ​ໃຊ້​ເຂົ້າ​ໃນ​ການ​ຈັດ​ງານ​ມະ​ຫະ​ກຳ​ກິ­ລາ​ແຫ່ງ​ຊາດ ຄັ້ງ​ທີ Xl ຫຼື ຊຽງ​ຂວາງ ເກມ ທີ່​ແຂວງ​ຊຽງ​ຂວາງ ຮັບ​ກຽດ​ເປັນ​ເຈົ້າ­ພາບ ໄດ້​ມາ​ຮອດ​ຈຸດ­ໝາຍ​ປາຍ­ທາງ ທີ່​ເມືອງ​ແປກ​ແຂວງ​ຊຽງ​ຂວາງ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

 ໃນ​ວັນ​ທີ 18 ມີ­ນາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ຊຽງ​ຂວາງ ໄດ້​ມີ​ພິ­ທີ​ມອບ-ຮັບ​ວັດ­ຖຸ-ອຸ­ປະ­ກອນ ແລະ ສິ່ງ​ປະ­ກອບ​ກິ­ລາ​ຕ່າງໆ ຢ່າງ​ເປັນ​ທາງ​ການ ໂດຍ​ແມ່ນ​ສູນ​ຈຳ­ໜ່າຍ​ເຄື່ອງ​ກິ­ລາ​ຄົບ​ວົງ​ຈອນ ສະ​ເຕ​ດ້ຽມ ສະ­ປອດ ເປັນ​ຜູ້​ຈັດ​ຊື້ ແລະ ນຳ​ສົ່ງ ເປັນ​ການ​ກ່າວ​ມອບ​ໂດຍ​ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ເຈົ້າ​ຂອງ​ສູນ​ຈຳ­ໜ່າຍ​ເຄື່ອງ​ກິ­ລາ​ຄົບ​ວົງ​ຈອນ ສະ​ເຕ​ດ້ຽມ ສະ­ປອດ ຕົວ​ແທນ​ຈຳ­ໜ່າຍ​ເຄື່ອງ​ກິ­ລາ FBT ພຽງ​ຜູ້​ດຽວ​ໃນ ສປປ ລາວ ແລະ ຕາງ­ໜ້າ​ກ່າວ​ຮັບ​ໂດຍ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກິ­ລາ​ລະ­ດັບ​ສູງ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ທັງ​ເປັນ​ຫົວ­ໜ້າ​ກຳ­ມະ­ການ​ເຕັກ­ນິກ-ຈັດ­ການ​ແຂ່ງ­ຂັນ ມີ​ຄະ­ນະ​ກຳ­ມະ­ການ​ເຕັກ­ນິກ-ຈັດ­ການ​ແຂ່ງ­ຂັນ ບັນ­ດາ​ພະ­ນັກ­ງານ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ 2 ຝ່າຍ ເຂົ້າ​ຮ່ວມ.

    ໂອ​ກາ​ດັ່ງ­ກ່າວ ທ່ານ ທອງ​ຜີວ ສີ​ປັນ­ຍາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ­ລາ ແຂວງ​ຊຽງ​ຂວາງ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ອີງ​ຕາມ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ­ແຂວງ​ຊຽງ​ຂວາງ ປະ­ທານ​ຈັດ​ງານ​ມະ​ຫະ​ກຳ​ກິ­ລາ​ແຫ່ງ​ຊາດ ຄັ້ງ​ທີ Xl ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ກຳ­ມະ­ການ​ຈັດ​ຊື້​ວັດ­ຖຸ ອຸ­ປະ­ກອນ ແລະ ສິ່ງ​ປະ­ກອບ​ຕ່າງໆ ເພື່ອ​ຮັບ​ໃຊ້​ໃນ​ງານ​ລະ­ຫວ່າງ​ກຳ­ມະ­ການ​ເຕັກ­ນິກ-ຈັດ­ການ​ແຂ່ງ­ຂັນ ກັບ ສູນ​ກິ­ລາ​ສະ​ເຕ​ດ້ຽມ ສະ­ປອດ ຫຼ້າ​ສຸດ​ມື້­ນີ້​ເພື່ອ​ຈັດ​ຕັ້ງ​ປະ­ຕິ­ວັດ​ຕາມ​ສັນ­ຍາ ແລະ ເປັນ​ການ​ຢັ້ງ­ຢືນ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ຫຼັກ­ການ ພວກ​ເຮົາ​ຈຶ່ງ​ໄດ້​ຈັດ​ພິ­ທີ​ມອບ-ຮັບ​ວັດ­ຖຸ​ອຸ­ປະ­ກອນ​ດັ່ງ­ກ່າວ​ຢ່າງ​ເປັນ​ທາງ​ການ.

    ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ລາຍ​ງານ​ວ່າ: ພາຍ­ຫຼັງ​ໄດ້​ຮັບ​ການ​ປະ­ມູນ​ຈັດ​ຊື້​ວັດ­ຖຸ-ອຸ­ປະ­ກອນ​ກິ­ລາ ສູນ​ກິ­ລາ​ສະ​ເຕ​ດ້ຽມ ສະ­ປອດ ກໍ​ໄດ້​ຮີບ​ຮ້ອນ​ສັ່ງ​ເຄື່ອງ​ກິ­ລາ​ນຳ​ບໍ­ລິ­ສັດ FBT ແລະ ຜະ­ລິດ​ຕະ​ພັນ​ເຄື່ອງ​ກິ­ລາ​ຕ່າງໆ ທີ່​ທາງ​ແຂວງ​ຕ້ອງ­ການ ພ້ອມ​ທັງ​ພົວ­ພັນ​ປະ­ສານ​ສົມ­ທົບ​ກັບ ສະ­ຫະ­ພັນ​ກິ­ລາ​ແຫ່ງ​ຊາດ ທີ່​ກ່ຽວ­ຂ້ອງ​ມາ​ປຶກ­ສາ​ຫາ­ລື​ຮ່ວມ​ກັນ ແລະ ໄດ້​ກຳ­ນົດ​ເອົາ​ຊະ­ນິດ ຍີ່­ຫໍ້ ແລະ ມາດ​ຕະ­ການ​ຂອງ​ອຸ­ປະ­ກອນ​ກິ­ລາ​ທັງ​ໝົດ ທີ່​ຈະ​ນຳ​ໃຊ້​ແຂ່ງ­ຂັນ​ກິ­ລາ​ແຫ່ງ​ຊາດ ຄັ້ງ​ທີ Xl ທີ່​ແຂວງ​ຊຽງ​ຂວາງ ຮັບ​ກຽດ​ເປັນ​ເຈົ້າ­ພາບ ຈາກ​ນັ້ນ​ກໍ​ໄດ້​ຫ້າງ​ຫາ​ກະ­ກຽມ​ວັດ­ຖຸ-ອຸ­ປະ­ກອນ​ທັງ​ໝົດ 28 ປະ­ເພດ​ກິ­ລາ ຄົບ​ຖ້ວນ​ຕາມ​ແຜນ­ການ​ຈັດ​ຊື້​ຈັດ​ຂ້າງ ແລະ ຈັດ​ສົ່ງ​ງວດ​ທີ 1 ມາ​ຮອດ​ແຂວງ​ຊຽງ​ຂວາງ ໃນ​ວັນ​ທີ 14 ມີ­ນາ 2020 ເວ­ລາ 14:30 ໂມງ ເກັບ​ມ້ຽນ​ໄວ້​ສະ­ໜາມ­ກິ­ລາ​ໄຊ­ຊະ­ນະ ມີ​ອຸ­ປະ­ກອນ​ບານ­ເຕະ ມວຍ​ສາ­ກົນ ມວຍ​ລາວ ເທ​ຄວັນ​ໂດ ໜ້າ​ເກັກ ເທັນ​ນິດ ປັນ​ຈັກ​ສີ​ລັດ ວູ​ຊູ ບານ­ສົ່ງ​ໃນ​ຮົ່ມ ບານ­ສົ່ງ​ຫາດ​ຊາຍ ກະ­ຕໍ້ ແລ່ນ-ລານ ປິ່ງ​ປ່ອງ ດອກ​ປີກ​ໄກ່ ບານ­ບ້ວງ ເປ​ຕັງ ແລະ ກະ­ຕໍ້-ກະ­ຕໍ້​ຊິນ​ລອນ.

    ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ບອກ​ຕື່ມ​ອີ​ກວ່າ: ຫຼ້າ​ສຸດ​ຮອດ​ວັນ​ທີ 17 ມີ­ນາ 2020 ສືບ­ຕໍ່​ຂົນ­ສົ່ງ​ເຄື່ອງ​ກິ­ລາ​ງວດ​ທີ 2 ຮອດ​ແຂວງ​ຊຽງ​ຂວາງ ແລະ ຈັດ​ເຄື່ອງ​ລົງ​ເກັບ​ໄວ້​ໃນ​ສະ­ໜາມ­ກິ­ລາ​ໄຊ­ຊະ­ນະ​ມີ: ອຸ­ປະ­ກອນ​ກິ­ລາ​ບິນ​ລຽດ-ສະ­ນຸກ​ເກີ ຍິງ​ທະ­ນູ ລົດ­ຖີບ ໝາກ­ເສິກ ໝາກ​ແລ້ ມວຍ​ປ້ຳ ຄາ​ຣາ​ເຕ​ໂດ ເຮືອ​ຊ່ວງ ບານ­ບ້ວງ ປິ່ງ​ປ່ອງ ຢູ​ໂດ ລອຍ­ນ້ຳ ຍິງ​ປືນ ແລະ ຊຸດ​ກຳ­ມະ­ການ​ຕັດ­ສິນ ຊຶ່ງ​ວັດ­ຖຸ-ອຸ­ປະ­ກອນ​ກິ­ລາ​ທຸກ​ປະ­ເພດ ທຸກ​ອັນ​ໄດ້​ເຊັກ ແລະ ກວດ­ກາ​ຈາກ​ຄະ­ນະ​ກຳ­ມະ­ການ​ເຕັກ​ນິດ​ແຂວງ ສູນ​ກາງ ແລະ ພາກ­ສ່ວນ​ກຳ­ມະ­ການ​ທີ່​ກ່ຽວ­ຂ້ອງ ແຂວງ​ຊຽງ​ຂວາງ ຢ່າງ​ລະ­ອຽດ ແລະ ຖືກ­ຕ້ອງ​ຄົບ​ຖ້ວນ​ຕາມ​ແຜນ­ການ​ຈັດ​ຊື້​ທຸກ​ຢ່າງ ຊຶ່ງ​ຂ້າ­ພະ­ເຈົ້າ​ຕາງ­ໜ້າ​ສູນ​ກິ­ລາ ສະ​ເຕ​ດ້ຽມ ສະ­ປອດ ຂໍ​ຢັ້ງ­ຢືນ ແລະ ຮັບ­ປະ­ກັນ​ດ້ວຍ​ກຽດ​ວ່າ ອຸ­ປະ­ກອນ​ກິ­ລາ​ທັງ​ໝົດ ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ງານ​ມະ​ຫະ​ກຳ​ກິ­ລາ​ແຫ່ງ​ຊາດ ຄັ້ງ​ທີ Xl ມີ​ຄຸນ​ນະ​ພາບ ແລະ ໄດ້​ມາດ­ຕະ­ຖານ​ຂອງ​ສາ­ກົນ​ຢ່າງ​ແທ້​ຈິງ.

error: Content is protected !!