ຜ່ານມາ ນວ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ 2 ລ້ານເທື່ອຄົນຕໍ່ປີ

    ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໃນວັນທີ 6 ສິງຫາ 2020 ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກ ຄະນະນຳພະແນກ ຖວທ ນວ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ນວ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງ ນວ ວາງອອກ ໃນນີ້ ຄະພະນະພັກຮາກຖານ ກໍຄືຄະນະພະແນກ ຖວທ ນວ ໄດ້ເອົາໃຈໃສ່ໃນໜ້າທີ່ວຽກງານ ໂດຍສະເພາະແມ່ນການຊີ້ນຳ-ນຳພາໃນຂົງເຂດວິຊາສະເພາະຂອງຕົນ ໃນນີ້ ສິ່ງທີ່ພົ້ນເດັ່ນທີ່ຢູ່ວຽກງານຂອງ ຖວທ ນວ ເຊັ່ນ ການປັບປຸງສື່ຕ່າງໆທີ່ເປັນກະບອກສຽງໃນການຮັບໃຊ້ໜ້າທີ່ການເມືອງຂອງພັກ ລັດ ກໍຄືອົງການປົກຄອງ ນວ ແລະ ປະຊາຊົນ ເປັນຕົ້ນແມ່ນ ວິທະຍຸ ນວ

ໜັງສືພິມວຽງຈັນໃໝ່ ວຽງຈັນທຸລະກິດສັງຄົມ ສະຖານີໂທລະພາບ ນວ (VTE9) ຖ້າທຽບໃສ່ໃນ 5 ປີຜ່ານມາ ໄດ້ມີການເຕີບໃຫຍ່ຂະຫາຍຕົວເປັນກ້າວໆມາ ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານວັດທະນະທຳ ເຮັດໃຫ້ມີຫຼາຍວຽກທີ່ພົ້ນເດັ່ນເຊັ່ນ ການບູລະນະປົກປັກຮັກສາ ປະຕິສັງຂອນວັດວາອາຮາມ ສະຖານທີ່ສຳຄັນຕ່າງໆ ໂດຍໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຈາກຄະນະຊີ້ນຳລະດັບຊາດ ຂັ້ນ ນວ ໄດ້ນຳພາ ຖວທ ນວ ປະຕິສັງຂອນຫໍພະແກ້ວ ພະທາດຫຼວງ ມາຮອດປັດຈຸບັນໄດ້ສຳເລັດແລ້ວ ໂດຍນຳໃຊ້ທຶນຈາກການປຸກລະດົມພໍ່ແມ່ປະຊາຊົນຜູ້ມີຈິດໃຈສັດທາ ຕະຫຼອດເຖິງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃນການມີສ່ວນຮ່ວມປະກອບສ່ວນໃນການພັດທະນາສ້າງສາ ນວ ປົກປັກຮັກສາສະຖານທີ່ເປັນທີ່ສັກກະລະບູຊາ ນອກຈາກນີ້ກໍໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມ ຈັດຕັ້ງປະຕິບັດບ້ານ ແລະ ຄອບຄົວວັດທະນະທຳ ປັດຈຸບັນສ້າງບ້ານ ແລະ ຄອບຄົວວັດທະນະທຳໄດ້ 97% ເຫັນວ່າປະຕິບັດໄດ້ແຜນການທີ່ວາງໄວ້ ຊຸກຍູ້ສົ່ງເສີມບັນດາກິດຈະກຳຕ່າງໆທີ່ຕິດພັນກັບວຽງານວັດທະນະທຳ ໂດຍສະເພາະການອະນຸຮັກຮັກສາຮີດຄອງປະເພນີອັນດີງາມຂອງຊາດໃຫ້ຍືນຍົງ ແລະ ຄຽງກັບຄົນລາວຕະຫຼອດໄປ.

    ນອກຈາກນີ້ ວຽກງານທ່ອງທ່ຽວ ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ເປັນໃຈກາງຫຼັກໃນໜ່ວຍງານ ຖວທ ນວ 5 ປີຜ່ານມາ ໂດຍໄດ້ຮັບການຊີ້ນໍາ-ນຳພາຢ່າງໃກ້ຊິດຈາກການນຳທຸກຂັ້ນ ເຮັດໃຫ້ວຽກງານທ່ອງທ່ຽວພົ້ນເດັ່ນຂຶ້ນໃນ ນວ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມສະເລ່ຍເກືອບ 2 ລ້ານເທື່ອຄົນຕໍ່ປີ ຄຽງຄູ່ກັນນັ້ນ ກໍໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໂດຍສະເພາະບັນດາໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວຕ່າໆໃຫ້ມີການເຄື່ອນໄຫວຮັບປະກັນຄຸນນະພາບໃນການບໍລິການ ເຮັດໃຫ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆໃນ ນວ ສະແດງອອກໃນ 5 ປີຜ່ານມາ ມີສະຖານທີ່ແຫຼ່ງທ່ອງທ່ຽວໃໝ່ຫຼາຍແຫ່ງເກີດຂຶ້ນ ນັບທັງສະຖານທີ່ທ່ອງທ່ຽວທາງວັດທະນະທຳ ທຳມະຊາດ ສວນຕ່າງໆ ທີ່ສ້າງຂຶ້ນເພື່ອເປັນສະຖານທີ່ທ່ອງທ່ຽວໄປຄຽງກັບການຮັກສາວັດທະນະທຳ ຮີດຄອງປະເພນີ ນອກຈາກນັ້ນ ກໍໄດ້ບູລະນະ ປັບປຸງສະຖານທີ່ເກົ່າແກ່ຄືນໃໝ່ໃຫ້ມີຄວາມສວຍງາມ ແລະ ໜ້າທ່ຽວຊົມຫຼາຍຂຶ້ນ ບັນດາຜົນງານດັ່ງກ່າວ ເກີດຂຶ້ນໄດ້ກໍຍ້ອນໄດ້ຮັບການຊີ້ນຳຈາກຄະນະນຳທຸກຂັ້ນ ໂດຍສະເພາະຄະນະພັກ ຄະນະນຳ ຖວທ ນວ ໄດ້ຮ່ວມກັນຊີ້ນຳ-ນຳພາພັດທະນາ ແລະ ອຳນວຍຄວາມສະດວກໃຫ້ບັນດາກິດຈະການທີ່ຕົນຄຸ້ມຄອງ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ.

    ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ຍັງບາງບັນຫາທີ່ເປັນຈຸດອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ເປັນຕົ້ນແມ່ນ ກິດຈະການການບໍລິການຕ່າງໆຂອງບັນດານັກທ່ອງທ່ຽວ ຫາງສຽງຈາກສັງຄົມເຊັ່ນ ການບໍລິການຮ້ານບັນເທີງ ຮ້ານກິນດື່ມ ເທັກ ບາຕ່າງໆໃນ ນວ ໄດ້ເປີດເກີນໂມງເວລາທີ່ກຳນົດໄວ້ ມີສຽງເນືອງນັນ ການມົ້ວສຸມຕ່າງໆ ຕໍ່ກັບບັນຫາດັ່ງກ່າວ ຄະນະພັກ ຄະນະນຳ ກໍບໍ່ລົດລະໃນການແກ້ໄຂ ໂດຍສົມທົບກັບເຈົ້າໜ້າທີ່ຢ່າງຈິງຈັງ ຜ່ານມາກໍໄດ້ມີການແກ້ໄຂ ແຕ່ຍັງບໍ່ເຮັດໄດ້ດີເທົ່າທີ່ຄວນ ສະນັ້ນ ແຜນໃນຕໍ່ໜ້າ ຈະໄດ້ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນການ

ແກ້ໄຂບັນຫາສຽງເນືອງນັນ ການເປີດການບໍລິການເກີນໂມງເວລາຂອງບັນດາຫົວໜ່ວຍທຸລະກິດຮ້ານບັນເທິງ ຮ້ານອາຫານ ເປັນຈົ້າການສະເໜີຕໍ່ອົງການປົກຄອງ ນວ ກ່ຽວກັບການສ້າງນິຕິກຳວ່າດ້ວຍການຄວບຄຸມສຽງເນືອງນັນ ຄາດວ່າຈະໄດ້ປະກາດໃຊ້ໃນໄວໆນີ້ ພາຍຫຼັງທີ່ນິຕິກຳດັ່ງກ່າວໄດ້ປະກາດໃຊ້ແລ້ວ ຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ເປັນເຈົ້າການແກ້ໄຂຢ່າງເດັດຂາດ ແລະ ຈະສືບຕໍ່ສຸມໃສ່ການປະຕິສັງຂອນວັດວາອາຮາມຕ່າງໆທີ່ມີປະຫວັດສາດເປັນສັກກະລະບູຊາຂອງປະຊາຊົນທີ່ເກົ່າແກ່ຊຸດໂຊມ ນອກນັ້ນ ກໍໄດ້ເອົາໃຈໃສ່ການຟື້ນຟູການພັດທະນາການທ່ອງທ່ຽວທີ່ໄດ້ຜົນກະທົບຈາກການລະບາດຂອງໂຄວິດ-19 ເຊິ່ງຂົງເຂດດັ່ງກ່າວໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ ສະນັ້ນ ໃນນາມເປັນພາກສ່ວນຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດດັ່ງກ່າວກໍ່ຈະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຊອກຫາວິທີທາງແກ້ໄຂຊ່ວຍບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນເພື່ອໃຫ້ມີທຶນຮອນໃນການເຄື່ອນໄຫວກິດຈະການຕ່າງໆກັບຄືນສູ່ສະພາບປົກກະຕິໄດ້ໂດຍໄວ.

.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!