5 ປີຜ່ານມາ ໄຊເຊດຖາສາມາດສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງສຳເລັດ 48 ບ້ານ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ແນວ​ລາວ​ສ້າງ​ຊາດ​ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່​ພັດ​ຕາ​ຄານ​ດາວ​ວຽງ 2 ເປັນ​ປະ­ທານ​ຂອງ​ສະ­ຫາຍ ແສງ ພັນ​ມະ­ນີ ຄະ­ນະ​ພັກ​ເມືອງ ປະ­ທານ​ແນວ​ລາວ​ສ້າງ​ຊາດ​ເມືອງ​ໄຊ​ເຊດ​ຖາ ມີ​ພະ​ເຖ­ລາ­ນຸ­ເຖລະ ສະ­ຫາຍ ຖະ­ໜອມ ທຳ​ທອງ ກຳ­ມະ­ການ​ພັກ ນວ ປະ­ທານ​ແນວ​ລາວ​ສ້າງ​ຊາດ ນວ ສະ­ຫາຍ ໂພ​ຄຳ ໄຊ​ຍະ​ສອນ ກຳ­ມະ­ການ​ພັກ ນວ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ເຊດ​ຖາ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສະ­ຫາຍ ແສງ ພັນ​ມະ­ນີ ໄດ້​ຜ່ານ​ບົດ​ລາຍ​ງານ​ການ­ເມືອງ​ທັງ​ສອງ​ພາ​ກວ່າ: ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ຫ້ອງ­ການ​ແນວ​ລາວ​ສ້າງ​ຊາດ​ໄດ້​ເອົາ­ໃຈ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ເຮັດ​ໃຫ້​ມີ​ຜົນ­ງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ ເປັນ­ຕົ້ນ ການ​ສ້າງ​ຄອບ­ຄົວ ແລະ ບ້ານ​ສາ­ມັກ­ຄີ​ປອງ​ດອງ​ສຳ­ເລັດ 48 ບ້ານ ມີ​ຄອບ­ຄົວ​ທີ່​ຢັ້ງ­ຢືນ​ເປັນ​ຄອບ­ຄົວ​ສາ­ມັກ­ຄີ​ໄດ້ 20.063 ຄອບ­ຄົວ ຍັງ​ບໍ່​ໄດ້​ຮັບ​ການ​ຢັ້ງ­ຢືນ 171 ຄອບ­ຄົວ ພ້ອມ​ນັ້ນ ກໍ​ໄດ້​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ບັນ­ດາ​ຊັ້ນ​ຄົນ ແລະ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ ສາ­ມາດ​ເກັບ​ກຳ​ຊັ້ນ​ຄົນ​ໄດ້ 5 ຊັ້ນ​ຄົນ ຄື ຊົນ​ຊັ້ນ​ກຳ­ມະ­ກອນ ນັກ­ຮຽນ​ຮູ້​ປັນ­ຍາ​ຊົນ ຜູ້​ຊົງ​ຄຸນ​ວຸດ​ທິ ນັກ­ທຸ­ລະ­ກິດ-ການ​ຄ້າ­ຂາຍ ແລະ ຊົນ​ຊັ້ນ​ຊາວ​ກະ­ສິ­ກອນ ສ້າງ­ຕັ້ງ​ກອງ​ທຶນ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ມີ​ສະ­ມາ­ຊິກ 224 ສະ­ຫາຍ ທົ່ວ​ເມືອງ​ມີ​ວັດ 62 ວັດ ຖື​ສາ­ສະ­ໜາ​ພຸດ 98,85% ຖື​ສາ­ສະ­ໜາ​ເຢ​ຊູ​ຄຣິ​ສ 0,58% ມີ​ໂບດ 2 ໂບດ ຖື​ສາ­ສະ­ໜາ​ບາ​ຮາຍ 0,56% ປະ­ກອບ​ມີ 20 ຊົນ­ເຜົ່າ ຜ່ານ​ມາ ສາ­ມາດ​ໄກ່​ເກ່ຍ​ຂໍ້​ຂັດ​ແຍ່ງ​ຕ່າງໆ 1.293 ກໍ­ລະ­ນີ ເປັນ­ຕົ້ນ ຂໍ້​ຂັດ​ແຍ່ງ​ລະ­ຫວ່າງ​ກຳ­ມະ­ການ​ແນວ​ລາວ​ສ້າງ​ຊາດ​ບ້ານ ກັບ​ເຈົ້າ​ອະ­ທິ­ການ​ວັດ ທີ່​ດິນ ສິ່ງ​ເສບ​ຕິດ ຜົວ​ເມຍ​ຜິດ​ຖຽງ​ຢ່າ​ຮ້າງ​ກັນ ແລະ ອື່ນໆ ປຸກ­ລະ­ດົມ​ໃນ​ການ​ປົກ​ປັກ​ຮັກ­ສາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ວັດ­ທະ­ນະ­ທຳ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ ຊົນ­ເຜົ່າ​ເປັນ​ຢ່າງ​ດີ ຄົ້ນ­ຄວ້າ​ສະ­ເໜີ​ພະ­ນັກ­ງານ​ເປົ້າ​ໝາຍ ຕິດ­ຕາມ​ສ້າງ​ເຂົ້າ​ພັກ 3 ສະ­ຫາຍ ສົ່ງ​ພະ­ນັກ­ງານ​ໄປ​ຮຽນ​ຍົກ​ລະ­ດັບ​ຄວາມ​ຮູ້​ວິ­ຊາ​ສະ­ເພາະ 5 ຄັ້ງ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໄລ­ຍະ​ຜ່ານ​ມາ ສາ­ມາດ​ຈັດ​ປະ­ເພດ​ຕີ​ລາ­ຄາ​ບຸກ­ຄົນ​ດີ­ເດັ່ນ​ຂັ້ນ​ຕ່າງໆ​ໄດ້​ຫຼາຍ​ສະ­ຫາຍ.

ສຳ­ລັບ​ທິດ​ທາງ​ແຜນ­ການ ແລະ ຄາດ­ໝາຍ​ສູ້​ຊົນ​ໃນ­ຕໍ່­ໜ້າ ຈະ​ເພີ່ມ​ທະ­ວີ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ທຸກ​ຊັ້ນ​ຄົນ ຊົນ­ເຜົ່າ ທຸກ​ເພດ​ໄວ ທຸກ​ສາ­ສະ­ໜາ ເປັນ​ກຳ­ລັງ​ແຮງ​ສັງ​ລວມ​ມະ­ຫາ​ສາ­ມັກ­ຄີ​ຂອງ​ວົງ​ຄະ­ນະ​ຍາດ​ແຫ່ງ​ຊາດ ປັງ​ປຸງ​ການ­ຈັດ­ຕັ້ງ​ແນວ​ລາວ​ສ້າງ​ຊາດ​ບ້ານ​ໃຫ້​ເຂັ້ມ­ແຂງ ແລະ ມີ​ປະ­ສິດ­ທິ­ພາບ​ດີ​ຂຶ້ນ​ກວ່າ​ເກົ່າ ສູ້​ຊົນ​ສຶກ​ສາ​ອົບ­ຮົມ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຕັ້ງ­ໜ້າ​ປະ­ກອບ­ສ່ວນ​ສ້າງ​ເມືອງ​ໄຊ​ເຊດ​ຖາ​ເປັນ​ສັງ­ຄົມ​ແຫ່ງ​ຄວາມ​ສາ­ມັກ­ຄີ​ປອງ​ດອງ ທຸກ​ຊົນ­ເຜົ່າ ຊັ້ນ​ຄົນ ສາ­ສະ­ໜາ ເພດ ໄວ ຢູ່​ຮ່ວມ​ກັນ ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ສ້າງ​ຄອບ­ຄົວ​ສາ­ມັກ­ຄີ ແລະ ບ້ານ​ສາ­ມັກ­ຄີ​ທີ່​ຍັງ​ບໍ່​ທັນ​ສຳ­ເລັດ ແລະ ອື່ນໆ ນອກ­ຈາກ​ນີ້​ກອງ​ປະ­ຊຸມ​ໄດ້​ປະ­ຊາ​ມະ­ຕິ​ແຕ່ງ­ຕັ້ງ​ເອົາ​ສະ­ຫາຍ ແສງ ພັນ​ມະ­ນີ ເປັນ​ປະ­ທານ​ແນວ​ລາວ​ສ້າງ​ຊາດ ສະ­ຫາຍ ທັດ​ທອນ ພົມ​ສີ ເປັນ​ຮອງ ທັງ​ເປັນ​ປະ­ທານ​ກວດ­ກາ ແລະ ສະ­ຫາຍ​ນາງ ສິ­ລິ​ພອນ ໂຄດ​ໃສ ເປັນ​ຮອງ​ປະ­ທານ ແລະ ເປັນ​ຮອງ​ປະ­ທານ​ກວດ­ກາ ພ້ອມ​ກັນ​ນັ້ນ ກໍ​ໄດ້​ມອບ​ໃບ​ຍ້ອງ​ໃຫ້​ບຸກ­ຄົນ​ທີ່​ມີ​ຜົນ­ງານ​ດີ­ເດັ່ນ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ໄລ­ຍະ​ຜ່ານ​ມາ ແລະ ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ຂັ້ນ​ເທິງ​ອີກ​ດ້ວຍ.

error: Content is protected !!