ຫາລືສົ່ງເສີມການຜະລິດ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ໃນອັດຕາດອກເບ້ຍສົມເຫດສົມຜົນ

ກອງ​ປະ­ຊຸມ​ພົບ​ປະ​ຄະ­ນະ​ສະ­ເພາະ​ກິດ​ສົ່ງ­ເສີມ​ການ​ຜະ­ລິດ ແລະ ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ໄດ້​ຢູ່​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ ຫຼື ຄະ­ນະ​ສະ­ເພາະ​ກິດ ຕາມ​ຂໍ້​ຕົກ­ລົງ 51/ນຍ ກັບ​ພາກ­ສ່ວນ​ກຸ່ມ​ຜູ້​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ກຸ່ມ​ລ້ຽງ­ສັດ ກຸ່ມ​ຕະ­ຫຼາດ ກຸ່ມ​ພໍ່­ຄ້າ​ຄົນ​ກາງ ແລະ ທະ­ນາ­ຄານ​ທຸ­ລະ​ກິດ​ຈຳ­ນວນ​ໜຶ່ງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 6 ສິງ­ຫາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ​ຕາມ​ຂໍ້​ຕົກ­ລົງ 51/ນຍ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ຮອງ​ກົມ ພະ­ແນກ­ການ ຮອງ​ເຈົ້າ­ເມືອງ​ອ້ອມ​ຂ້າງ ທະ­ນາ­ຄານ​ທຸ­ລະ​ກິດ ກຸ່ມ​ຜະ­ລິດ ເຈົ້າ​ຂອງ​ຕະ­ຫຼາດ ພໍ່­ຄ້າ​ຄົນ​ກາງ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ສົ່ງ­ເສີມ​ການ​ຜະ­ລິດ ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ໄດ້​ຢູ່​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ຢູ່ ນວ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ຮ່ວມ​ກັບ ນວ ສາ­ມາດ​ກຳ​ໄດ້​ຫຼາຍ​ບັນ­ຫາ​ທີ່​ເປັນ​ດ້ານ​ດີ-ດ້ານ​ອ່ອນ ທ່າ­ແຮງ​ບົ່ມ​ຊ້ອນ ແລະ ບາງ​ຂໍ້​ຈຳ­ກັດ​ຂອງ​ບັນ­ດາ​ຫົວ­ໜ່ວຍ​ຜູ້​ຜະ­ລິດ ຕະ­ຫຼາດ​ຂາຍ­ຍົກ-ຂາຍ­ຍ່ອຍ ພໍ່­ຄ້າ​ຄົນ​ກາງ ຜູ້​ຊົມ­ໃຊ້ ແລະ ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ແລະ ສິ່ງ​ທ້າ​ທາຍ ເຊິ່ງ​ຢູ່ ນວ ເປັນ​ຈຸດ​ການ​ທົດ​ລອງ​ວຽກ​ງານ​ດັ່ງ­ກ່າວ ເພື່ອ​ຮັບ​ຮູ້​ໄດ້​ເຖິງ​ບົດ­ຮຽນ ສະ­ພາບ​ການ​ຕົວ​ຈິງ​ຈາກ​ຜູ້​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ ເພື່ອ​ໃຫ້​ຄະ­ນະ​ສະ­ເພາະ​ກິດ ສັງ​ລວມ​ໄດ້​ບັນ­ຫາ​ສິ່ງ​ທ້າ​ທາຍ ຂໍ້​ສະ­ດວກ ແລະ ຂໍ້​ຫຍຸ້ງ­ຍາກ​ໃນ​ການ​ກຳ­ນົດ​ທິດ​ທາງ​ແກ້​ໄຂ​ໃຫ້​ທັນ​ສະ­ພາບ​ການ​ຕົວ​ຈິງ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ ແລະ ສອດ­ຄ່ອງ​ກັບ​ພື້ນ­ຖານ​ການ​ຜະ­ລິດ​ໃນ​ແຕ່​ລະ​ຂັ້ນ ພ້ອມ​ນັ້ນ ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື​ບາງ​ບັນ­ຫາ​ຄື: ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ຕ່າງໆ​ນັບ​ແຕ່​ກອງ​ປະ­ຊຸມ​ຄັ້ງ​ຜ່ານ​ມາ​ຮອດ​ປັດ­ຈຸ­ບັນ ປຶກ­ສາ​ຫາ­ລື​ເພື່ອ​ແກ້​ໄຂ​ບັນ­ຫາ​ການ​ເຂົ້າ​ເຖິງ​ສິນ​ເຊື່ອ​ຂອງ​ຜູ້​ປະ­ກອບ​ການ ກຸ່ມ​ການ​ຜະ­ລິດ ໃຫ້​ສາ­ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ໃນ​ອັດ­ຕາ​ດອກ​ເບ້ຍ​ສົມ​ເຫດ​ສົມ​ຜົນ ບໍ່​ມີ​ຫຼັກ​ຊັບ​ຄ້ຳ­ປະ­ກັນ ແຕ່​ຮັບ­ປະ­ກັນ​ໃຫ້​ທຶນ­ຮອນ​ທີ່​ກູ້​ຢືມ​ໄປ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ຜະ­ລິດ​ພາຍ​ໃນ​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ສາ­ມາດ​ຕອບ​ສະ­ໜອງ​ໄດ້​ຄວາມ​ຕ້ອງ­ການ​ພາຍ​ໃນ ແລະ ສາ­ມາດ​ສົ່ງ​ອອກ ນອກ​ນັ້ນ ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ຜະ­ລິດ (ຜູ້​ຕ້ອງ­ການ​ທຶນ­ຮອນ) ແລະ ຜູ້​ໃຫ້​ສິນ​ເຊື່ອ (ທະ­ນາ­ຄານ) ເພື່ອ​ໃຫ້​ມີ​ຄວາມ​ເຂົ້າ­ໃຈ​ເປັນ​ເອ­ກະ​ພາບ ແລ້ວ​ສາ­ມາດ​ຕົກ­ລົງ​ກັນ​ໄດ້ ຈາກ​ນັ້ນ​ຈຶ່ງ​ຈະ​ໄດ້​ສົມ­ທົບ​ກັບ​ຜູ້​ຊົມ­ໃຊ້ (ຕະ­ຫຼາດ).

ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: ໃນ​ເດືອນ​ພຶດ­ສະ­ພາ ຫາ ມີ​ຖຸ​ນາ ປີ 2020 ຄະ­ນະ​ສະ­ເພາະ​ກິດ​ຂອງ​ພວກ​ເຮົາ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ສະ­ພາບ​ຕົວ​ຈິງ​ຢູ່​ຈຸດ​ການ​ຜະ­ລິດ​ຈຳ­ນວນ​ໜຶ່ງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ສະ­ເພາະ​ແມ່ນ​ກຸ່ມ​ການ​ຜະ­ລິດ​ກະ­ສິ­ກຳ​ພືດ​ຜັກ​ອິນ​ຊີ​ໃນ​ເຂດ​ບ້ານ​ທົ່ງ​ມັງ ບ້ານ​ໂນນ​ແຕ້ ບ້ານ​ທ່າ​ສົ້ມ­ມໍ ແລະ ເວີນ​ຄຳ ຫຼັງ​ຈາກ​ນັ້ນ ກໍ​ໄດ້​ສັງ​ລວມ​ລາຍ​ງານ​ສະ­ພາບ​ຕົວ​ຈິງ​ໃຫ້​ແກ່​ລັດ­ຖະ­ບານ​ຮັບ​ຊາບ​ເປັນ​ໄລ­ຍະ ປັດ­ຈຸ­ບັນ ລັດ­ຖະ­ບານ​ໄດ້​ສືບ­ຕໍ່​ນຳ​ໃຊ້​ມາດ​ຕະ­ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ລວມ​ໄປ​ເຖິງ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ ແລະ ບັນ­ເທົາ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ­ເປັນ​ຂອງ​ວຽກ​ງານ​ສົ່ງ­ເສີມ​ການ​ຜະ­ລິດ ແລະ ຄວາມ​ຕ້ອງ­ການ​ຜະ­ລິດ​ພັນ​ທີ່​ຜະ­ລິດ​ໄດ້​ຢູ່​ພາຍ​ໃນ ເຫັນ​ໄດ້​ຈາກ​ໄລ­ຍະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ປິດ​ເມືອງ ຫຼື Lockdown ຍິ່ງ​ເຮັດ​ໃຫ້​ເຫັນ​ຄວາມ​ອາດ​ສາ­ມາດ​ໃນ​ການ​ສະ­ໜອງ ແລະ ຄວາມ​ຕ້ອງ­ການ​ພາຍ​ໃນ​ເວ­ລາ​ທີ່​ພວກ​ເຮົາ​ມີ​ການ​ຈຳ­ກັດ ຮັດ­ກຸມ​ການ​ນຳ​ເຂົ້າ ສະ­ນັ້ນ ມັນ​ຮຽກ­ຮ້ອງ​ໃຫ້​ພວກ​ເຮົາ​ຍິ່ງ​ເພີ່ມ​ທະ­ວີ​ການ​ເພິ່ງ​ພາ ແລະ ກຸ້ມ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ໃຫ້​ຄະ­ນະ​ສະ­ເພາະ​ກິດ​ຕາມ​ຂໍ້​ຕົກ­ລົງ 51/ນຍ ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ຊຸກ­ຍູ້​ການ​ຜະ­ລິດ​ໃນ​ລະ­ດູ­ຝົນ​ປີ 2020 ໃຫ້​ສາ­ມາດ​ລົງ­ມື​ແຕ່​ຫົວ­ປີ ແລະ ທັນ​ລະ­ດູ​ການ ສືບ­ຕໍ່​ສຸມ​ທຶນ­ຮອນ ສະ­ໜອງ​ແນວ​ພັນ​ພືດ ແນວ​ພັນ​ສັດ ແລະ ເຕັກ­ນິກ​ວິ­ຊາ​ການ​ເຂົ້າ​ໃສ່​ການ​ຜະ­ລິດ​ກະ­ສິ­ກຳ ການ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ-ກະ­ສິ­ກຳ​ສະ­ອາດ ຕາມ​ທ່າ­ແຮງ​ຂອງ​ປະ­ເທດ​ເຮົາ ເພື່ອ​ຄ້ຳ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ທາງ​ດ້ານ​ສະ­ບຽງ​ອາ­ຫານ​ໃຫ້​ພຽງ­ພໍ​ກັບ​ການ​ບໍ­ລິ­ໂພກ​ພາຍ​ໃນ ແລະ ກ້າວ​ໄປ​ເປັນ​ສິນ­ຄ້າ​ສົ່ງ​ອອກ ສະ­ນັ້ນ ຂໍ​ຮຽກ­ຮ້ອງ​ໃຫ້​ທຸກ​ພາກ­ສ່ວນ ຖື​ເອົາ​ວິ​ກິດ​ຊ່ວງ​ໄລ­ຍະ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ໃຫ້​ເປັນ​ໂອ­ກາດ​ໃນ​ການ​ສົ່ງ­ເສີມ​ການ​ຜະ­ລິດ ເພື່ອ​ສະ­ໜອງ​ໃຫ້​ແກ່​ການ​ບໍ­ລິ­ໂພກ​ພາຍ​ໃນ-ການ​ສົ່ງ​ອອກ ພ້ອມ​ທັງ​ສຸມ​ໃສ່​ຜະ­ລິດ​ສິນ­ຄ້າ​ທີ່​ຕະ­ຫຼາດ​ຕ້ອງ­ການ ມີ​ທ່າ­ແຮງ​ໄດ້​ປຽບ ມີ​ຜົນ​ຕອບ​ແທນ​ສູງ ແລະ ອື່ນໆ ໂດຍ​ນຳ​ໃຊ້​ເຄື່ອງ­ມື​ເຕັກ­ນິກ​ເຂົ້າ​ຊ່ວຍ​ໃນ​ການ​ຜະ­ລິດ ເພື່ອ​ຮັບ­ປະ­ກັນ​ໃຫ້​ຜົນ​ຜະ­ລິດ​ໃຫ້​ໄດ້​ຫຼາຍ ແລະ ມີ​ຄຸນ​ນະ​ພາບ​ສູງ.

error: Content is protected !!