ມີພະນັກງານທະນາຄານຈຳນວນໜຶ່ງ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ

ກອງ​ປະ­ຊຸມ​ວຽກ​ງານ​ກວດ­ກາ​ທະ­ນາ­ຄານ​ແຫ່ງ ສປປ ລາວ ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່​ສະ​ຖາ​ບັນ​ການ​ທະ­ນາ­ຄານ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ເລ­ຂາ​ຄະ­ນະ​ພັກ ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ມີ​ທ່ານ ພຸດ​ທະ​ໄຊ ສີ­ວິ­ໄລ ຄະ­ນະ​ປະ​ຄຳ­ພັກ ທຫລ ປະ­ທານ​ກວດ­ກາ​ພັກ ຮອງ​ຜູ້​ວ່າ ທຫລ ທ່ານ ໄຊ​ຄຳ ອຸ່ນ​ມີ​ໄຊ ຮອງ​ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ຮອງ​ປະ­ທານ​ອົງ­ການ​ກວດ​ສອບ​ລັດ­ຖະ­ບານ ພ້ອມ​ຜູ້­ຕາງ­ໜ້າ​ຈາກ​ທະ­ນາ­ຄານ​ທຸ­ລະ​ກິດ​ລັດ ພະ­ນັກ­ງານ​ຫຼັກ ແຫຼ່ງ-ນຳ­ພາ​ຂອງ​ຂະ­ແໜງ​ທະ­ນາ­ຄານ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

ທ່ານ​ນາງ ຂັນ­ແກ້ວ ຫຼ້າ​ມະ­ນີ​ເງົາ ຮອງ​ປະ­ທານ​ຄະ­ນະ​ກວດ­ກາ​ພັກ ທຫລ ຫົວ­ໜ້າ​ກົມ​ບັນ­ຊີ-ການ​ເງິນ ໄດ້​ລາຍ​ງານ​ການ​ເຄື່ອນ ໄຫວ​ວຽກ​ງານ​ກວດ­ກາ ທຫລ ໄລ­ຍະ 1 ປີ­ຜ່ານ­ມາ ແລະ ທິດ​ທາງ​ແຜນ­ການ​ປີ 2020 ເຊິ່ງ​ຄະ­ນະ​ພັກ ຄະ­ນະ​ນຳ ແລະ ຄະ­ນະ​ກວດ­ກາ​ແຕ່​ລະ​ຂັ້ນ ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ໜ້າ­ທີ່ ແລະ ຂອບ​ເຂດ​ສິດ​ຄວາມ​ຮັບ​ຜິດ ຊອບ​ຂອງ​ບັນ­ດາ​ກົມ-ທຽບ​ເທົ່າ ສາ­ຂາ ທຫລ ປະ­ຈຳ​ພາກ ແລະ ສະ​ຖາ​ບັນ​ການ​ເງິນ​ທີ່­ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ​ຢ່າງ​ເປັນ​ປົກ­ກະ­ຕິ​ຕໍ່​ເນື່ອງ ເພື່ອ​ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ແຕ່​ລະ​ພາກ­ສ່ວນ​ຮັບ­ປະ­ກັນ​ຄວາມ​ຖືກ­ຕ້ອງ ແລະ ສອດ­ຄ່ອງ​ຕາມ​ພາ ລະ​ບົດ­ບາດ​ທີ່​ກຳ­ນົດ​ໄວ້ ເຊິ່ງ​ໃນ​ປີ 2019 ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ​ໄວ້​ທັງ​ໝົດ 16 ເປົ້າ​ໝາຍ.

ດ້ານ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແມ່ນ​ໄດ້​ເອົາ­ໃຈ­ໃສ່​ເຄື່ອນ​ໄຫວ​ວຽກ​ງານ​ຢ່າງ​ເປັນ​ປົກ­ກະ­ຕິ ໂດຍ​ຖື​ເປັນ​ວຽກ​ງານ​ທີ່​ສຳ­ຄັນ ແລະ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງ­ເຂດ​ວຽກ​ງານ ເພື່ອ​ຕິດ­ຕາມ​ຊຸກ­ຍູ້-ກວດ­ກາ ແລະ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃຫ້​ມີ​ປະ​ສິດ­ທິ​ຜົນ ມີ​ຄວາມ​ໂປ່ງ​ໃສ ແລະ ທັນ​ກັບ​ສະ­ພາບ​ການ ໃນ​ນີ້ ໄດ້​ສົມ­ທົບ​ກັບ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ລົງ​ເຄື່ອນ​ໄຫວ​ຕິດ­ຕາມ​ກວດ­ກາ-ຊຸກ­ຍູ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແຕ່​ຫົວ­ທີ​ທົ່ວ​ຂະ­ແໜງ­ການ​ທະ­ນາ­ຄານ.

ຜ່ານ​ການ​ດຳ­ເນີນ​ການ​ຕິດ­ຕາມ​ກວດ­ກາ​ປົກ­ກະ­ຕິ ແລະ ກວດ­ກາ​ສະ­ເພາະ​ກິດ ສາ­ມາດ​ພົບ​ເຫັນ​ບັນ­ດາ​ພຶດ­ຕິ​ກຳ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ​ຈຳ­ນວນ​ຫຼາຍ​ສົມ­ຄວນ ສ່ວນ​ຫຼາຍ​ແມ່ນ​ການ​ສວຍ​ໃຊ້​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ເພື່ອ​ຫາ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ເຊິ່ງ​ເກີດ​ຂຶ້ນ​ໃນ​ຂົງ­ເຂດ​ທະ­ນາ­ຄານ​ທຸ­ລະ​ກິດ​ລັດ ແລະ ທະ­ນາ­ຄານ​ສະ­ເພາະ​ກິດ​ເປັນ​ສ່ວນ​ໃຫຍ່ ບັນ­ຫາ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່ ແມ່ນ​ການ​ປອມ​ແປງ​ເອ­ກະ­ສານ​ເພື່ອ​ຖອດ​ເອົາ​ເງິນ​ໃນ​ບັນ­ຊີ​ເງິນ​ຝາກ​ປະ­ຈຳ​ຂອງ​ລູກ​ຄ້າ ຮັບ​ເງິນ​ຈາກ​ລູກ​ຄ້າ​ແລ້ວ​ບໍ່​ມອບ​ເຂົ້າ​ບັນ­ຊີ ລັກ​ເອົາ​ເງິນ​ໃນ​ຄັງ​ມາ​ໃຊ້​ຈ່າຍ​ສ່ວນ​ຕົວ ແລະ ຮຽກ­ຮ້ອງ​ຜົນ​ປະ­ໂຫຍດ​ຈາກ​ລູກ​ຄ້າ ນອກ­ຈາກ​ນັ້ນ ພະ­ນັກ­ງານ​ຂັ້ນ​ຊີ້​ນຳ-ນຳ­ພາ​ບາງ​ຂົງ­ເຂດ ຍັງ​ຖືກ​ເບົາ​ຕໍ່​ການ​ຕິດ­ຕາມ​ກວດ­ກາ​ພະ­ນັກ­ງານ​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ຈຶ່ງ​ກໍ່ ໃຫ້​ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ເກີດ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ຂະ­ແໜງ­ການ​ທະ­ນາ­ຄານ​ຢ່າງ​ມະ­ຫາ­ສານ ນອກ​ນີ້ ຍັງ​ມີ​ບຸກ­ຄົນ​ບໍ່​ຫວັງ​ດີ​ຈຳ­ນວນ​ໜຶ່ງ​ມາ​ປຸ້ນ​ຈີ້ ແລະ ງັດ​ແງະ​ຕູ້​ນີ​ລະ​ໄພ​ຂອງ​ບາງ​ສຳ­ນັກ­ງານ ເຊິ່ງ​ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ທັງ​ໝົດ 36 ຕື້​ກວ່າ​ກີບ ເກັບ​ຄືນ​ໄດ້ 5 ຕື້​ກວ່າ​ກີບ ຕິດ​ພັນ​ກັບ​ພະ­ນັກ­ງານ-ລັດ­ຖະ­ກອນ​ທັງ​ໝົດ​ຈຳ­ນວນ 76 ຄົນ ຍິງ 12 ຄົນ ໃນ​ນັ້ນ ຖືກ​ປະ­ຕິ­ບັດ​ວິ­ໄນ​ຂັ້ນ4 ຈຳ­ນວນ 38 ຄົນ ຂັ້ນ 3 ຈຳ­ນວນ 21 ຄົນ ຂັ້ນ2 ຈຳ­ນວນ 12 ຄົນ ແລະ ຂັ້ນ 1 ຈຳ­ນວນ 5 ຄົນ.

error: Content is protected !!