ສື່ມວນຊົນມີບົດບາດສຳຄັນ ໃນການກະຕຸກຊຸກຍູ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ວັນ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ 13 ສິງ­ຫາ 1950-13 ສິງ­ຫາ 2020 ຄົບ­ຮອບ 70 ປີ ທ່ານ ພັນ​ເອກ ຄຳ​ສາວ ແກ້ວ​ວິ­ເສດ ຫົວ­ໜ້າ​ບັນ­ນາ­ທິ­ການ​ໜັງ­ສື­ພິມ ກອງ­ທັບ​ປະ­ຊາ­ຊົນ​ລາວ ໄດ້​ໃຫ້​ສຳ­ພາດ​ວ່າ: ໜັງ­ສື­ພິມ​ກອງ­ທັບ​ປະ­ຊາ­ຊົນ​ລາວ ແມ່ນ​ພາກ­ສ່ວນ​ໜຶ່ງ​ຂອງ​ສື່​ມວນ​ຊົນ​ປະ­ຕິ­ວັດ​ລາວ ມີ​ມູນ­ເຊື້ອ​ອັນ​ສະ­ຫງ່າ​ລາ­ສີ ໃນ​ການ​ເປັນ​ເຄື່ອງ­ມື​ໂຄ­ສະ­ນາ ສຶກ​ສາ​ອົບ­ຮົມ​ໃຫ້​ນາຍ ແລະ ພົນ­ທະ­ຫານ ກໍ່​ຄື​ປະ­ຊາ­ຊົນ​ຊັ້ນ​ຄົນ​ຕ່າງໆ ມີ​ນ້ຳ­ໃຈ​ຮັກ​ຊາດ ຄຽດ​ແຄ້ນ​ສັດ­ຕູ ແລະ ປຸກ­ລະ­ດົມ​ມາ­ນະ​ຈິດ​ໃນ​ການ​ສູ້​ຮົບ ຕໍ່­ສູ້​ກູ້​ຊາດ ປະ­ກອບ­ສ່ວນ​ເຂົ້າ​ໃນ​ໄຊ­ຊະ­ນະ​ລວມ​ຂອງ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ໃນ​ເວ­ລາ​ຕໍ່​ມາ​ຢ່າງ​ສົມ​ກຽດ.

ທ່ານ ພັນ​ເອກ ຄຳ​ສາວ ແກ້ວ​ວິ­ເສດ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ ຄວາມ​ສຳ­ຄັນ​ຂອງ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ​ເຊິ່ງ​ສື່​ມວນ​ຊົນ​ລາວ ເປັນ​ກຳ­ລັງ ແລະ ພາ­ຫະ­ນະ​ຕົ້ນ­ຕໍ ມີ​ບົດ­ບາດ​ສຳ­ຄັນ​ໃນ​ສະ­ໜາມ­ຮົບ​ການ­ເມືອງ​ແນວ​ຄິດ ແລະ ວັດ­ທະ­ນະ­ທຳ, ຕິດ​ພັນ​ກັບ​ພາ­ລະ­ກິດ​ປະ­ຕິ­ວັດ​ຂອງ​ພັກ ກໍ​ຄື ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ. ພັກ​ເຮົາ​ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳ­ຄັນ ແລະ ເອົາ­ໃຈ­ໃສ່​ວຽກ​ງານ​ສື່​ມວນ​ຊົນ ໃນ​ການ​ໂຄ­ສະ­ນາ ສຶກ​ສາ​ອົບ­ຮົມ ແລະ ປຸກ​ລະ ດົມ​ຂົນ­ຂວາຍ​ມະ­ຫາ­ຊົນ ຕະ­ຫຼອດ​ໄລ­ຍະ​ທີ່​ຜ່ານ​ມາ ສື່​ມວນ​ຊົນ​ໄດ້​ກາຍ­ເປັນ​ກະ­ບອກ​ສຽງ​ທີ່​ສຳ­ຄັນ ເປັນ​ອາ­ວຸດ​ອັນ​ແຫຼມ​ຄົມ​ໃນ​ວຽກ​ງານ​ແນວ​ຄິດ ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ໄຊ­ຊະ­ນະ​ລວມ ຂອງ​ການ​ປະ­ຕິ­ວັດ ຕະ­ຫລອດ​ໄລ­ຍະ 70 ປີ ແຫ່ງ​ການ​ກຳ­ເນີດ ແລະ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ສື່​ມວນ​ຊົນ​ລາວ​ຜ່ານ​ມາ.

ໂດຍ​ສະ­ເພາະ​ພາຍ­ຫຼັງ​ປະ­ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ສື່​ມວນ​ຊົນ​ລາວ ໄດ້​ສືບ­ຕໍ່​ເຮັດ​ໜ້າ­ທີ່​ການ­ເມືອງ​ຂອງ​ຕົນ​ຢ່າງ​ແຂງ­ແຮງ ສຸມ​ໃສ່​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ ທາງ​ນະ­ໂຍ­ບາຍ​ຂອງ​ພັກ ລະ­ບຽບ​ກົດ­ໝາຍ​ຂອງ​ລັດ ສື່​ມວນ​ຊົນ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ກະ­ຕຸກ​ຊຸກ­ຍູ້ ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ ການ​ຂະ­ຫຍາຍ​ເສດ­ຖະ­ກິດ-ສັງ­ຄົມ ສ່ອງ​ແສງ​ວຽກ​ດີ​ຄົນ​ເດັ່ນ​ວຽກ​ຈິງ​ຄົນ​ແທ້ ປະ­ກອບ­ສ່ວນ​ຕ້ານ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ຕອບ​ໂຕ້​ການ​ໂຄ­ສະ­ນາ​ບິດ​ເບືອນ ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ພວກ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ ນອກ​ນີ້ ສື່​ມວນ​ຊົນ​ລາວ​ເຮົາ​ຍັງ​ເປັນ​ເວ­ທີ​ໃຫ້​ແກ່​ມະ­ຫາ­ຊົນ ໃນ​ການສະ­ແດງ​ອອກ​ເຖິງ​ວິ­ໄສ​ທັດ ອັນ​ມອງ​ກວ້າງ​ເຫັນ​ໄກ​ຂອງ​ພັກ ຕໍ່​ອະ­ນາ­ຄົດ​ອັນ​ໃສ​ແຈ້ງ​ຂອງ​ປະ­ເທດ​ຊາດ ເປັນ​ແຫຼ່ງ​ຂໍ້​ມູນ​ຂ່າວ­ສານ ສາ­ລະ​ໜ້າ​ຮູ້ ແລະ ຄວາມ​ບັນ­ເທີງ​ແກ່​ມະ­ຫາ­ຊົນ.

ສື່​ມວນ​ຊົນ​ໃນ​ຖາ­ນະ​ເປັນ​ເຄື່ອງ­ມື ເປັນ​ອາ­ວຸດ​ອັນ​ແຫຼມ​ຄົມ​ຂອງ​ພັກ ຕ້ອງ​ຢຶດ​ໝັ້ນ​ໃນ​ທັດ­ສະ­ນະ​ຂອງ​ພັກ ຢຶດ​ໝັ້ນ​ໃນ​ຄວາມ​ເປັນ​ຈິງ ທັງ​ເປັນ​ນັກ​ໂຄ­ສະ­ນາ ປຸກ­ລະ­ດົມ​ຂົນ­ຂວາຍ​ປະ­ຊາ­ຊົນ ເປັນ​ເວ­ທີ​ແຫ່ງ​ການ​ເສີມ​ຂະ­ຫຍາຍ​ປະ­ຊາ­ທິ­ປະ­ໄຕ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຢ່າງ​ແທ້​ຈິງ ດັ່ງ­ນັ້ນ ການ​ນຳ​ສະ­ເໜີ​ຂ່າວ​ຜ່ານ​ສື່​ຕ່າງໆ ຕ້ອງ​ຮັບ­ປະ­ກັນ​ດ້ານ​ເນື້ອ​ໃນ​ທີ່​ຖືກ­ຕ້ອງ​ຊັດ​ເຈນ ແຫຼມ​ຄົມ ວ່ອງ­ໄວ ທັນ​ເວ­ລາ ແລະ ສາ­ມາດ​ຕີ​ຖອຍ​ບັນ­ດາ​ຂ່າວ­ສານ ທີ່​ເປັນ​ພິດ​ເປັນ​ໄພ ຫຼື​ຂ່າວ​ປອມ ນັບ​ທັງ​ຖ້ອຍ​ທຳ­ນອງ​ທີ່​ບິດ​ເບືອນ ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ພວກ​ຄົນ​ບໍ່​ຫວັງ​ດີ ຕໍ່​ແນວ­ທາງ ນະ­ໂຍ­ບາຍ​ຂອງ​ພັກ.

ສຳ­ລັບ​ສື່​ມວນ​ຊົນ​ກອງ­ທັບ ໃນ​ຖາ­ນະ​ທີ່​ເປັນ​ກະ­ບອກ​ສຽງ ຂອງ​ຄະ­ນະ​ພັກ ແລະ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ກໍ​ໄດ້​ເອົາ­ໃຈ­ໃສ່​ເກັບ​ກຳ ຂໍ້​ມູນ​ຂ່າວ­ສານ ການ­ເຄື່ອນ­ໄຫວ​ຂອງ​ຜູ້­ນຳ​ພັກ ລັດ ແລະ ກອງ­ທັບ ທັງ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ ຕະ­ຫລອດ​ເຖິງ​ການ­ເຄື່ອນ­ໄຫວ ປະ­ຕິ­ບັດ​ໜ້າ­ທີ່​ຂອງ ບັນ­ດາ​ກົມ​ກອງ​ທະ­ຫານ ສຳ­ນັກ­ງານ ພະ­ນັກ­ງານ-ນັກ­ຮົບ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໃນ​ຂະ​ບວນ​ການ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ ຍົກ​ເອົາ​ບັນ­ດາ​ກົມ​ກອງ​ດີ­ເດັ່ນ ຄອບ­ຄົວ​ຕົວ​ແບບ ແລະ ບຸກ­ຄົນ​ແບບ­ຢ່າງ ມາ​ຂຽນ​ເປັນ​ຂ່າວ ບົດ ແລະ ຮູບ​ພາບ​ຕ່າງໆ ເພື່ອ​ເຜີຍ­ແຜ່​ໂຄ­ສະ­ນາ​ທາງ​ໜ້າ​ໜັງ­ສື­ພິມ ເວັບ​ໄຊ ວິ­ທະ­ຍຸ-ໂທລະ­ພາບ ແລະ ວາ­ລະ­ສານ​ກອງ­ທັບ ໃຫ້​ມີ​ເນື້ອ​ໃນ​ອຸ­ດົມ­ສົມ­ບູນ ແລະ ຫຼາຍ​ຮູບ​ຫຼາຍ​ສີ ເປັນ​ເຈົ້າ​ການ​ໂຄ­ສະ­ນາ​ປຸກ­ລະ­ດົມ ຄວາມ​ສາ­ມັກ­ຄີ​ພາຍ​ໃນ​ສາ­ມັກ­ຄີ ລະ­ຫວ່າງ ກອງ­ທັບ​ກັບ​ປະ­ຊາ­ຊົນ ແລະ ສາ­ມັກ­ຄີ​ເພື່ອນ​ມິດ­ສາ​ກົນ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສື່​ມວນ​ຊົນ ກອງ­ທັບ​ປະ­ຊາ­ຊົນ​ລາວ ສາ­ມາດ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ແລະ ເຮັດ​ສຳ­ເລັດ​ໜ້າ­ທີ່​ຂອງ​ຕົນ​ໄດ້​ດີ​ນັ້ນ ໃນ​ການ​ຊີ້​ນຳ-ນຳ­ພາ ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ ນັບ​ທັງ​ການ​ກໍ່­ສ້າງ​ຖັນ​ແຖວ​ພະ­ນັກ­ງານ​ສື່​ມວນ​ຊົນ ໃຫ້​ມີ​ຄຸນ​ນະ​ພາບ​ນັ້ນ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ເອົາ­ໃຈ­ໃສ່​ຊີ້​ນຳ​ໃຫ້​ຄະ­ນະ​ພັກ ຄະ­ນະ​ບັນ­ຊາ​ທຸກ​ພາກ­ສ່ວນ​ກ່ຽວ­ຂ້ອງ ທັງ​ບັນ­ດາ​ກົມ​ກອງ ທ້ອງ​ຖີ່ນ ເອົາ­ໃຈ­ໃສ່​ກໍ່­ສ້າງ​ຖັນ​ແຖວ​ນັກ​ຂ່າວ​ຢູ່​ກົມ​ກອງ​ຂອງ​ຕົນ ກາຍ­ເປັນ​ລະ­ບົບ​ຕາ​ໜ່າງ​ຂ່າວ ໃຫ້​ແກ່​ໜັງ­ສື­ພິມ ວິ­ທະ­ຍຸ​ກະ­ຈາຍ­ສຽງ ແລະ ໂທລະ­ພາບ​ກອງ­ທັບ ກາຍ­ເປັນ​ເຄື່ອງ­ມື​ອັນ​ແຫຼມ​ຄົມ​ຂອງ​ພັກ ມີ­ໜ້າ​ທີ່​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ນະ­ໂຍ­ບາຍ ແລະ ລະ­ບຽບ​ກົດ­ໝາຍ ຂອງ​ລັດ ແລະ ການ­ເຄື່ອນ­ໄຫວ​ວຽກ​ງານ​ດ້ານ​ຕ່າງໆ ຂອງ​ກົມ​ກອງ​ທະ­ຫານ ຢ່າງ​ກວ້າງ­ຂວາງ ແລະ ແຂງ­ແຮງ.

error: Content is protected !!