ຍາມໃດຄູກໍຍັງແມ່ນປັດໄຈຕັດສິນສຳຄັນ ຕໍ່ການສ້າງຄົນໃຫ້ມີຄຸນນະພາບແກ່ສັງຄົມ.
ດັ່ງນັ້ນ ການສ້າງຄູໃຫ້ມີຄຸນນະພາບ ຍັງແມ່ນປັດໄຈຕ້ອງໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ຄູເອງກໍຕ້ອງຕື່ນໂຕ ຮູ້ຈັກປັບປຸງຄົ້ນຄວ້າພັດທະນາຄວາມຮູ້ໃນສາຂາທີ່ຕົນຮຽນມາ ຫຼື ສິດສອນໃຫ້ກ້າວໜ້າ ທັງຮູ້ເລິກ ແລະ ຮູ້ກວ້າງ ຜູ້ຂຽນໄດ້ຟັງຫາງສຽງສັງຄົມທັງພະນັກງານທົ່ວໄປ ແລະ ຄູເອງບາງທ່ານກໍຍັງໃຫ້ທັດສະນະວ່າ: ຕຳແໜ່ງວິຊາການຂອງຄູ ມີຄວາມສຳຄັນຕໍ່ກຳລັງໃຈ ແລະ ອາຊີບແຕ່ໄດ້ມາແລ້ວມັນສົ່ງຜົນດີແກ່ສັງຄົມ ແລະ ນັກຮຽນຫຼາຍໜ້ອຍພຽງໃດ?.
ຄູກັບຕຳແໜ່ງວິຊາການ ຈຶ່ງແມ່ນສິ່ງທີ່ໜ້າຄິດໃຫ້ເລິກພໍສົມຄວນ ເພາະຖ້າວ່າໄດ້ຕຳແໜ່ງວິຊາການເຊັ່ນ: ອາຈານ ຜູ້ຊ່ວຍອາຈານ ຮອງສາດສະດາຈານ ຫຼື ສາດສະດາຈານ ພຽງແຕ່ດີສຳລັບໄດ້ເພີ່ມຂຶ້ນເງິນເດືອນສູງຂຶ້ນ ແລະ ກຽດຊື່ສຽງແກ່ຕົນຜູ້ດຽວແຕ່ຂາດຜົນງານວິຊາການທີ່ເປັນປະໂຫຍດຕໍ່ການຄົ້ນຄວ້າ ຫຼື ສັງຄົມບໍ່ໄດ້ຮັບປະໂຫຍດເທົ່າທີ່ຄວນ ກໍເປັນເລື່ອງທີ່ໜ້າຄິດນຳກັນ ເພາະບັນຫາຄູອາສາພວກເຮົາກໍເຫັນຢູ່ແລ້ວ.
ຜູ້ຂຽນ: ຂໍສັງລວມບາງປະເດັນຈາກຜົນການຄົ້ນຄວ້າວິໄຈຂອງສູນຍຸດທະສາດ ແລະ ການວິໄຈການສຶກສາປີ 2001 ຈາກບົດລາຍງານຜົນການສຳຫຼວດລັດຖະກອນຄູ ແລະ ຜູ້ບໍລິຫານ 2017-2018 (ກະຊວງສຶກສາ) ດັ່ງລຸ່ມນີ້ ໜ້າ 54 ຂໍ້ 2 ຂອງເອກະສານຜົນການວິໄຈບອກວ່າ: ອາດມີຄວາມຈຳເປັນທີ່ຕ້ອງເບິ່ງຫຼັກການຕ່າງໆ ກຳນົດເຂົ້າວິທະຍາໄລຄູ ແລະ ໂຮງຮຽນສ້າງຄູຄືນໃໝ່ ນັກຮຽນໃນແຜນ ປະລະໜ້າທີ່ກວ່ານັກຮຽນນອກແຜນ ເຫັນວ່າບໍ່ໄດ້ເອົາໃຈໃສ່ຈິງຈັງປະຕິບັດລະບົບໂຄຕ້າ ຍິ່ງໄປກວ່ານັ້ນ ຍັງໃຊ້ລະບົບນະໂຍບາຍເຂົ້າມາສວນທາງກັບຫຼັກການຄວາມສະເໝີພາບພາຍໃນລະບົບໂຄຕ້າ ໃນບົດວິໄຈຄວາມສອດຄ່ອງຂອງລະບົບການສຶກສາກັບເສດຖະກິດນັ້ນ ຍິ່ງໄດ້ເພີ່ມຂໍ້ສະເໜີທີ່ການສຶກສາຫຼາຍຂໍ້ທີ່ຕ້ອງໄດ້ທົບທວນຄືນ.
ຜູ້ຂຽນອ່ານເບິ່ງ: ຈາກສອງເອກະສານສຳຄັນທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ເນັ້ນໃຫ້ຜູ້ບໍລິຫານການສຶກສາ ແລະ ຄູຕ້ອງໄດ້ພັດທະນາຕົນເອງຕາມໜ້າທີ່ ແລະ ຈັນຍາບັນ ເພື່ອສ້າງໃຫ້ຂະບວນການສຶກສາເກີດມີຄຸນນະພາບເທົ່າທີ່ຄວນ ເພາະບາງເທື່ອເວລາໄດ້ເຂົ້າຟັງແລກປ່ຽນລະຫວ່າງສະຖາບັນ ຜູ້ບໍລິຫານການສຶກສາຍັງບໍ່ສາມາດກຳອະດີດ ແລະ ອະນາຄົດຂອງສະຖາບັນຕົນເອງໄດ້ ເຊິ່ງຕົກໃນລັກສະນະເວົ້າໂຄມໄປເລີຍ.
ຂໍສະເໜີແລກປ່ຽນ.
ໂດຍ : ດັ້ນກີບເມກ