ສົ່ງເສີມຊາວກະສິກອນ ຜະລິດແນວພັນເຂົ້າເພີ່ມຂຶ້ນ 90% ແຮໄວ້ຕ້ານແລ້ງ ຕ້ານຖ້ວມ 150 ໂຕນຕໍ່ປີ

ສະ­ຫາຍ ສີ​ປະ​ໄພ ໄຊ​ສົງ­ຄາມ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ ຫົວ­ໜ້າ​ກົມ​ສົ່ງ­ເສີມ​ເຕັກ­ນິກ ແລະ ປຸງ​ແຕ່ງ​ກະ­ສິ­ກຳ ໄດ້​ຂຶ້ນ​ໄດ້​ຂື້ນ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ­ເມືອງ​ທັງ 2 ພາກ ໂດຍ​ສະ­ເພາະ ຕີ​ລາ­ຄາ​ການ​ຊີ້​ນຳ​ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ II ໃນ 5 ປີ­ຜ່ານ­ມາ (2015-2020) ແລະ ທິດ​ທາງ​ແຜນ­ການ​ໃນ­ຕໍ່­ໜ້າ ໃນ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ຄະ­ນະ​ພັກ​ຮາກ​ຖານ​ກົມ​ສົ່ງ­ເສີມ​ເຕັກ­ນິກ ແລະ ປຸງ​ແຕ່ງ​ກະ­ສິ­ກຳ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ວ່າ:

ຄະ­ນະ​ພັກ​ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳ​ຢ່າງ​ໃກ້­ຊິດ ແລະ ໄດ້​ສຸມ​ທຸກ​ກຳ­ລັງ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຕາມ​ແຜນ​ພັດ­ທະ­ນາ​ຂະ­ແໜງ­ການ​ຕົນ ແລະ ແຜນ​ພັດ­ທະ­ນາ​ກະ­ສິ­ກຳ ປ່າ­ໄມ້ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ​ຕາມ​ທິດ 3 ເສົ້າ​ຄ້ຳ 4 ແຜນ​ງານ​ໃຫຍ່ ແລະ 10 ແຜນ​ດຳ­ເນີນ​ງານ ໂດຍ​ໄດ້​ສຸມ​ໃສ່​ຍູ້​ແຮງ​ການ​ຜະ­ລິດ​ສະ­ບຽງ​ອາ­ຫານ ແລະ ການ​ຜະ­ລິດ​ເປັນ​ສິນ­ຄ້າ ເພື່ອ​ຊົມ­ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ ຊາວ​ກະ­ສິ­ກອນ​ໄດ້​ຕັ້ງ​ກຸ່ມ​ການ​ຜະ­ລິດ​ດ້ວຍ​ຄວາມ​ສະ­ໝັກ​ໃຈ​ໄດ້​ທັງ​ໝົດ 1.528 ກຸ່ມ ມີ​ສະ­ມາ­ຊິກ 34.771 ຄົນ ໄດ້​ສ້າງ­ຕັ້ງ ແລະ ຮັບ­ຮອງ​ເຄືອ​ຂ່າຍ​ຊາວ​ກະ­ສິ­ກອນ​ລາວ​ທັງ​ໝົດ 59 ຫົວ­ໜ່ວຍ​ການ​ຜະ­ລິດ ມີ​ສະ­ມາ­ຊິກ​ຈຳ­ນວນ 4.400 ຄົນ ທຽບ­ໃສ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ 2 ເພີ່ມ​ຂຶ້ນ 42 ກຸ່ມ ເທົ່າ​ກັບ 71,18% ສ້າງ​ຄອບ­ຄົວ​ຕົວ​ແບບ​ດ້ານ​ກະ­ສິ­ກຳ​ໄດ້ 150 ຄອບ­ຄົວ ບ້ານ​ຕົວ​ແບບ​ໄດ້ 30 ບ້ານ ພິ­ເສດ ໄດ້​ຕັ້ງ​ກຸ່ມ 4 ຮ່ວມ​ພັດ­ທະ­ນາ​ເປັນ​ກຸ່ມ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ນອກ­ຈາກ​ນັ້ນ ໄດ້​ຈັດ​ຕັ້ງ​ເຝິກ­ອົບ­ຮົມ​ສ້າງ​ຂີດ​ຄວາມ​ສາ­ມາດ​ໃຫ້​ພະ­ນັກ­ງານ​ສົ່ງ­ເສີມ​ໃນ​ລະ­ດັບ​ຕ່າງໆ ໄປ​ຄຽງ​ຄູ່​ກັບ​ປັບ­ປຸງ​ຮູບ​ແບບ​ການ​ຜະ­ລິດ​ແບບ​ໃໝ່ ເຊັ່ນ: ການ​ປູກ​ພືດ​ຜັກ​ສະ­ອາດ ແລະ ອິນ​ຊີ​ໃນ​ເຮືອນ​ຮົ່ມ ນຳ​ໃຊ້​ລະ­ບົບ​ການ​ໃຫ້​ນ້ຳ​ແບບ​ປະ­ຢັດ ນຳ​ໃຊ້​ຝຸ່ນ​ຊີ­ວະ​ພາບ ການ​ຜະ­ລິດ​ແບບ​ກະ­ເສດ​ສຸມ ແບບ​ປະ­ສົມ​ປະ­ສານ ນຳ​ໃຊ້​ຢາ​ປາບ​ສັດ­ຕູ​ພືດ​ທີ່​ເປັນ​ພູມ​ປັນ­ຍາ​ຊາວ­ບ້ານ ການ​ຜະ­ລິດ​ນຳ​ໃຊ້​ກົນ​ຈັກ ກໍ​ນັບ​ມື້​ຂະ­ຫຍາຍ­ຕົວ ຫັນ​ມາ​ນຳ​ໃຊ້​ກົນ​ຈັກ​ເພີ່ມ​ຂຶ້ນ 84% ຂອງ​ການ​ຜະ­ລິດ​ເຂົ້າ​ໃນ​ທົ່ວ​ປະ­ເທດ ແລະ ໄດ້​ສົ່ງ­ເສີມ​ຊາວ​ກະ­ສິ­ກອນ​ຜະ­ລິດ​ແນວ​ພັນ​ເຂົ້າ​ທີ່​ດີ 30.000 ໂຕນ ແນວ​ພັນ​ເຂົ້າ​ລຸ້ນ 3 ໄດ້ 7.000 ໂຕນ ສູນ ແລະ ສະ­ຖາ­ນີ​ສາ­ມາດ​ຜະ­ລິດ​ໄດ້​ປີ​ລະ 1.500 ໂຕນ ແລະ ສາ­ມາດ​ແຮ​ໄວ້​ຕ້ານ​ແລ້ງ​ຕ້ານ​ຖ້ວມ 150 ໂຕນ​ຕໍ່​ປີ ທຽບ­ໃສ່​ມະ­ຕິ​ກອງ​ປະ­ຊຸມ​ຄັ້ງ​ທີ 2 ເພີ່ມ​ຂຶ້ນ 90% ແລະ ໄດ້​ປຸງ​ແຕ່ງ​ສາ­ລີ​ເພື່ອ​ສົ່ງ​ອອກ 4 ເມືອງ​ຂອງ​ແຂວງ​ໄຊ​ຍະ​ບູ​ລີ ສາ­ມາດ​ຜະ­ລິດ​ໄດ້ 1 ລ້ານ​ໂຕນ/ປີ ປຸງ​ແຕ່ງ​ມັນ­ຕົ້ນ​ສົ່ງ​ອອກ​ໄດ້ 3 ແສນ​ໂຕນ​ຕໍ່​ປີ ການ​ພັດ­ທະ­ນາ​ໂຮງ­ສີ​ເຂົ້າ​ທີ່​ໄດ້​ມາດ­ຕະ­ຖານ​ສາ­ກົນ ເພື່ອ​ສົ່ງ​ອອກ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຢູ່​ພາກ​ກາງ ແລະ ພາກ​ໃຕ້ ກໍ​ມີ​ຫຼາຍ​ແຫ່ງ​ທີ່​ສາ­ມາດ​ສົ່ງ​ອອກ​ໄດ້​ຫຼາຍ​ແສນ​ໂຕນ​ຕໍ່​ປີ.

error: Content is protected !!