ຂໍ້ຫ້າມສຳລັບຜູ້ນຳໃຊ້ເສັ້ນທາງ

ໃນ​ໄລ­ຍະ​ຜ່ານ​ມາ ຄໍ​ລຳ​ຈະ­ລາ­ຈອນ​ພວກ​ເຮົາ ໄດ້​ນຳ​ສະ­ເໜີ​ຫຼາຍໆ​ຫົວ­ຂໍ້ ເພື່ອ​ສ່ອງ​ແສງ​ໃຫ້​ສັງ­ຄົມ​ໄດ້​ຮູ້​ເຖິງ​ຂໍ້​ມູນ​ຂ່າວ­ສານ​ຂອງ​ສະ­ພາບ​ການ​ສັນ­ຈອນ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື ຂອບ​ເຂດ​ທົ່ວ​ປະ­ເທດ ແລະ ໃນ​ນັ້ນ ກໍ​ລວມ​ໄປ​ເຖິງ​ການ​ນຳ​ສະ­ເໜີ​ລະ­ບຽບ​ການ​ຕ່າງໆ ເພື່ອ​ເປັນ​ການ​ທວນ­ຄືນ ເຕືອນ​ສະ­ຕິ​ໃຫ້​ບັນ­ດາ​ນັກ​ຂັບ​ຂີ່​ເປັນ​ເຈົ້າ​ການ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ຢ່າງ​ເຂັ້ມ​ງວດ.

ດັ່ງ­ນັ້ນ ໃນ​ມື້­ນີ້​ຄໍ​ລຳ​ຈະ­ລາ­ຈອນ​ພວກ​ເຮົາ ຈຶ່ງ​ຂໍ​ນຳ​ສະ­ເໜີ​ຄືນ­ໃໝ່​ກ່ຽວ​ກັບ​ຂໍ້​ຫ້າມ ສຳ­ລັບ​ຜູ້­ນຳ​ໃຊ້​ເສັ້ນ­ທາງ​ທີ່​ລະ­ບຸ​ໃນ​ມາດ­ຕາ 51 ຂອງ​ກົດ­ໝາຍ​ຈະ­ລາ­ຈອນ​ທາງ­ບົກ ມາ​ໃຫ້​ບັນ­ດາ​ເພື່ອນ​ຜູ້​ອ່ານ​ທັງ​ຮູ້​ແລ້ວ ແລະ ຍັງ​ບໍ່​ທັນ​ຮູ້​ລະ­ອຽດ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ ເພື່ອ​ສ້າງ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ຖະ­ໜົນ​ຫົນ­ທາງ ກ້າວ​ໄປ​ສູ່​ການ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ.

ໃນ​ມາດ­ຕາ​ດັ່ງ­ກ່າວ ຫ້າມ​ຜູ້​ໃຊ້​ເສັ້ນ­ທາງ​ມີ​ພຶດ­ຕິ​ກຳ​ດັ່ງ­ນີ້: ຂັບ​ຂີ່​ໃນ​ສະ­ພາບ​ມຶນ­ເມົາ ຂັບ​ຂີ່​ພາ­ຫະ­ນະ​ໄວ​ເກີນ​ກຳ­ນົດ ຂັບ​ເຈີດ​ຊ້າຍ ເຈີດ​ຂວາ ຊ່ວງ​ຊີງ​ຍານ­ພາ­ຫະ­ນະ​ອື່ນໆ ດ້ວຍ​ຄວາມ​ປະ­ໝາດ ແລະ ບໍ່​ຖືກ​ກົດ​ຈະ­ລາ­ຈອນ ໃຊ້​ໂທລະ­ສັບ​ມື​ຖື ແລະ ເຄື່ອງ​ຫຼິ້ນ​ເອ​ເລັກ​ໂຕຣ​ນິກ​ປະ­ເພດ​ຕ່າງໆ ໃນ​ເວ­ລາ​ຍ່າງ​ຂ້າມ​ທາງ ໃຊ້​ໂທລະ­ສັບ​ມື​ຖື​ເບິ່ງ​ໂທລະ­ພາບ ຮູບ​ພາບ VCD DVD ເຄື່ອງ​ຫຼິ້ນ​ເອ​ເລັກ​ໂຕຣ​ນິກ​ປະ­ເພດ​ຕ່າງໆ​ໃນ​ເວ­ລາ​ຂັບ​ຂີ່ ຍ່າງ​ຮຽງ​ກັນ​ເປັນ​ໜ້າ​ກະ­ດານ ເປັນ​ພຶງ ເປັນ​ແພ ທີ່​ກີດ­ຂວາງ​ການ​ສັນ­ຈອນ ກັ້ງ​ຄັນ­ຮົ່ມ​ເວ­ລາ​ຂັບ​ຂີ່​ລົດ­ຈັກ ລົດ­ຖີບ ບັນ­ທຸກ​ຜູ້­ໂດຍ­ສານ​ເກີນ​ຈຳ­ນວນ​ສິນ­ຄ້າ​ເກີນ​ນ້ຳ­ໜັກ ແລະ ຂະ­ໜາດ​ທີ່​ກຳ­ນົດ ບັນ­ທຸກ​ວັດ­ຖຸ​ອັນ­ຕະ­ລາຍ​ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ສ້ອມ­ແປງ​ຍານ­ພາ­ຫະ­ນະ​ຢູ່​ກາງ​ທາງ ກາງ​ຂົວ ເປີດ​ເຄື່ອງ​ສຽງ​ດັງ​ເກີນ​ກຳ­ນົດ​ໃນ​ເວ­ລາ​ຂັບ​ຂີ່​ແຂ່ງ​ລົດ​ທຸກ​ຊະ­ນິດ​ຕາມ​ເສັ້ນ­ທາງ ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ປະ​ຖ່ອນ​ໄມ້ ຝົດ​ໄມ້ ກ້ອນ​ຫີນ ຫຼື ສິ່ງ​ກີດ­ຂວາງ​ອື່ນໆ​ທີ່​ໜູນ​ຕີດ​ລົດ​ໄວ້​ຕາມ​ເສັ້ນ­ທາງ ແລະ ພຶດ­ຕິ​ກຳ​ອື່ນໆ​ທີ່​ເປັນ​ການ​ລະ­ເມີດ​ລະ­ບຽບ​ກົດ­ໝາຍ.

ນັ້ນ​ຖື​ວ່າ​ເປັນ​ຂໍ້​ຫ້າມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ຢ່າງ​ຈະ­ແຈ້ງ ແລະ ໃນ​ບັນ­ດາ​ຂໍ້​ຫ້າມ​ນັ້ນ ທຸກ​ທ່ານ​ກໍ​ຈະ​ພົບ​ເຫັນ​ໄດ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ເຊິ່ງ​ການ​ປະ­ຕິ­ບັດ​ກັບ​ຂໍ້​ຫ້າມ​ທີ່​ລະ­ບຸ​ໄວ້​ນັ້ນ ສິ່ງ​ທີ່​ຕາມ​ມາ​ກໍ​ຄື​ການ​ເກີດ​ອຸ­ບັດ­ເຫດ ສິ່ງ​ທີ່​ເຫັນ​ໄດ້​ໃນ​ສື່​ຕ່າງໆ​ຢູ່​ເປັນ​ປະ­ຈຳ​ນັ້ນ ກໍ​ຄື ການ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ແລະ ອື່ນໆ.

ນອກ­ຈາກ​ບັນ­ດາ​ຂໍ້​ຫ້າມ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ­ແລ້ວ ສິ່ງ​ສຳ­ຄັນ​ກໍ​ຄື​ນັກ​ຂັບ​ຂີ່​ເອງ​ກໍ​ຕ້ອງ​ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່ ກໍ​ຄື ມີ​ສະ­ຕິ​ຕໍ່​ລະ­ບຽບ​ກົດ­ໝາຍ ກໍ​ຄື ລະ­ບຽບ​ການ​ສັນ­ຈອນ ບັນ­ດາ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ ເຊິ່ງ​ເປັນ​ປັດ​ໄຈ​ສຳ­ຄັນ ເພື່ອ​ເຮັດ​ໃຫ້­ການ​ສັນ­ຈອນ ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ.

ໂດຍ: ເມັດ​ຝົນ

error: Content is protected !!