ເອັດທີທີ ເນັ້ນເກັບ 3 ແຕ້ມຈາກ ເອັດອີຊີ

ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊ​ຫົວ­ໜ້າ​ຄູ​ເຝິກ​ສະ­ໂມ­ສອນ ເອັດ​ທີ​ທີ ເອັຟ​ຊີ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້ ໃຫ້​ຮູ້​ວ່າ: ຫຼັງ​ຈາກ​ລົງສະ­ໜາມ​ນັດ​ທຳ​ອິດ ວັນ​ທີ 26 ກໍລະ​ກົດ​ຜ່ານ​ມາ ເອົາ​ຊະ­ນະ​ທີມ​ນ້ອງ​ໃໝ່ ສະ­ໂມ­ສອນ ບີ​ແກນ ຢູ​ໄນ​ເຕັດ 3-1 ປະ­ຕູ ກໍ​ມີ​ໂອ­ກາດ​ພັກ​ທີມ​ເຖິງ​ໜຶ່ງ​ອາ­ທິດ ແລະ ແຂ່ງ­ຂັນ​ໜ້ອຍ​ກວ່າ​ທີມ​ເມືອງ​ຫາດ ຢູ​ໄນ​ເຕັດ ທີມ​ນຳ​ກຸ່ມ​ທີ່​ລົງແຂ່ງ­ຂັນ​ໄປ 2 ນັດ ເກັບ 6 ຄະແນນ ປັດ­ຈຸ­ບັນ​ກໍ​ກ້າວ​ສູ່​ອາ­ທິດທີ 3 ທີມ​ພວກ​ເຮົາ​ໃນ​ເວ­ລາ​ນີ້ ​ບອກ​ໄດ້​ເລີຍ​ວ່າ​ທຸກ​ຄົນ​ມີ​ສະພາບ​ຈິດ­ໃຈ​ດີ ມີ​ສຸ­ຂະ­ພາບ​ກາຍແຂງ­ແຮງ ມີ​ພະ­ລະ​ກຳ­ລັງ​ດີ​ ເອົາໃຈ​ໃສ່​ຕໍ່​ການ​ເຝິກ­ຊ້ອມ ແລະ ພ້ອມ​ເກັບ 3 ຄະ­ແນນ​ນຳ ເອັດ​ອີ​ຊີ ຢູ​ໄນ​ເຕັດ.

ສຳ­ລັບ​ທຸກ​ທີມ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ 14 ສະ­ໂມ­ສອນ ໂດຍ​ສະ­ເພາະ ກຸ່ມ B ລ້ວນ​ແຕ່​ເປັນ​ທີມ​ທີ່​ເກ່ງ ສຳ­ຄັນ​ແມ່ນ​ຂຶ້ນ​ກັບ​ການ​ລົງ​ສະ­ໜາມ​ແຕ່​ລະ​ນັດ​ຈະວາງ​ແຜນ ແລະ ປຸກ­ລະ­ດົມ​ນັກກີ­ລາ​ໄດ້​ສ່ຳ​ໃດ ເອັດ​ທີ​ທີ ຈະ​ບໍ່​ປະມາດ​ເດັດ­ຂາດ ເກມ​ພົບ ເອັດ​ອີຊີ ຢູ​ໄນ​ເຕັດ ຈະ​ພະ­ຍາ­ຍາມ​ເນັ້ນເກມ​ບຸກ​ຢ່າງ​ຮັດ­ກຸມ ແລະ ເຊື່ອ​ວ່າ​ລູກ​ທີມ​ຈະ​ສາ­ມາດ​ເກັບ​ໄຊຊະ­ນະ​ຈາກ​ທີມ​ດັ່ງ­ກ່າວ​ໄດ້.

ຕະ­ລາງ​ການ​ແຂ່ງ­ຂັນ​ອາ­ທິດ​ທີ 3 ສະ­ເພາະ​ວັນ​ທີ 8 ສິງ­ຫາ 2020 ຢູ່​ສະ­ໜາມ​ກີ­ລາ​ສູນ​ເຝິກ​ບານ­ເຕະ​ແຫ່ງ​ຊາດ (ຫ້ວຍ​ຫົງ) ຄູ່​ທີ 1 ເຄ​ພີ​ເອັດ ພົບ ກອງ­ທັບ ເວ­ລາ 9:00 ໂມງ ສະ­ໜາມ 1 ຄູ່​ທີ 2 ນະ­ຄອນ­ຫຼວງ ເອັຟ​ຊີ ພົບ ເຮັດ​ບີ​ທີ 941 ເອັຟ​ຊີ ເວ­ລາ 16:00 ໂມງ ສະ­ໜາມ 1 ຄູ່​ທີ 3 ກາ​ຣູ​ດາ ເອັຟ​ຊີ ພົບ​ວຽງ​ຈັນ ຢູ​ໄນ​ເຕັດ ເວ­ລາ 16:00 ໂມງ ສະ­ໜາມ 2 ສ່ວນ​ວັນ​ທີ 9 ສິງຫາ 2020 ຢູ່​ສະ­ໜາມ​ກີ­ລາ​ສູນ​ເຝິກ​ບານ­ເຕະ​ແຫ່ງ​ຊາດ (ຫ້ວຍຫົງ) ຄູ່​ທີ 1 ເຄຣສ໌ ຢູ​ໄນ​ເຕັດ ພົບ ລາວ-ທ໋ອບ ເອັຟ​ຊີ ເວ­ລາ 16:00 ໂມງ ສະ­ໜາມ 1 ຄູ່ ທີ 2 ເມືອງ​ຫາດ ຢູ​ໄນ​ເຕັດ ພົບ​ບີ​ແກນ ຢູ​ໄນ​ເຕັດ ເວ­ລາ 16:00 ໂມງ ສະ­ໜາມ 2 ຄູ່ທີ 3 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ນອກ ເອັດ​ທີ​ທີ ເອັຟ​ຊີ ພົບ ເອັດ​ອີ​ຊີ ຢູ​ໄນ​ເຕັດ  ເວ­ລາ 16:00 ໂມງ.

error: Content is protected !!