10 ເລື່ອງຕ້ອງຮູ້ ກ່ອນຄິດໃສ່ຄອນແທກເລນ

ຄອນ​ແທກ​ເລນ ທາງ​ເລືອກ​ຂອງ​ຄົນ​ບໍ່​ຢາກ​ໃສ່​ແວ່ນ­ຕາ ແລະ ສຳ­ລັບ​ຄົນ​ທີ່​ຢາກ​ມີ​ຕາ​ໃຫຍ່ໆ ຫຼື ຕ້ອງ­ການ​ເພີ່ມ​ສີ­ສັນ​ໃຫ້​ກັບ​ດວງ​ຕາ ກໍ​ນິ­ຍົມ​ໃສ່​ຄອນ​ແທກ​ເລນ​ກັນ​ຈົນ​ເປັນ​ເລື່ອງ​ປົກ­ກະ­ຕິ ຊຶ່ງ​ມີ​ຫຼາຍ​ແບບ​ໃຫ້​ເລືອກ ທັງ​ໃສ່​ລາຍ​ວັນ ລາຍ​ອາ­ທິດ ລາຍ​ປີ ແລ້ວ­ແຕ່​ຕາມ​ຄວາມ​ເໝາະ​ສົມ​ໃນ​ບາງ​ຄັ້ງ ການ​ໃສ່​ຄອນ​ແທກ​ເລນ​ກໍ​ມີ​ຂໍ້​ຈຳ­ກັດ ບາງ​ຄົນ​ໃສ່​ແລ້ວ​ເຄືອງ​ຕາ ໜ່ວຍ​ຕາ​ແຫ້ງ… ເປັນ​ເພາະ​ດວງ​ຕາ​ເປັນ​ອະ​ໄວ​ຍະ​ວະ​ທີ່​ສຳ­ຄັນ ແລະ ບອບ​ບາງ​ຫຼາຍ ດັ່ງ­ນັ້ນ ຈຶ່ງ​ຕ້ອງ​ເລືອກ​ໃສ່​ຄອນ​ແທກ​ເລນ​ໃຫ້​ຖືກ​ວິ­ທີ ແລະ ປອດ​ໄພ ຈະ​ໄດ້​ບໍ່­ເກີດ​ອັນ­ຕະ­ລາຍ​ກັບ​ດວງ​ຕາ​ໄດ້ ເຊິ່ງ​ແພດ​ໄດ້​ແນະ­ນຳ​ຂໍ້​ຄວນ​ຮູ້​ສຳ­ລັບ​ຄົນ​ທີ່​ຕ້ອງ​ໃສ່​ຄອນ​ແທກ​ເລນ​ດັ່ງ­ນີ້:

1. ອາ­ການ​ທີ່​ພົບ​ສ່ວນ​ໃຫຍ່​ຂອງ​ຄົນ​ທີ່​ໃສ່​ຄອນ​ແທກ​ເລນ ຄື: ເຄືອງ​ຕາ ຕາ​ແຫ້ງ ຕາ­ມົວ ບາງ​ຄັ້ງ​ຮູ້­ສຶກ​ໜັກ​ຕາ ນ້ຳ​ຕາ​ໄຫຼ ບໍ່​ສະ­ບາຍ​ຕາ ຄ້າຍ​ມີ​ເສດ​ຝຸ່ນ​ຢູ່​ໃນ​ຕາ.

2. ບໍ່​ຄວນ​ໃສ່​ຄອນ​ແທກ​ເລນ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ​ດົນ​ນານ​ໃນ​ແຕ່​ລະ​ວັນ ແລະ ຄວນ​ໃຊ້​ແວ່ນ​ສາຍ­ຕາ​ໃນ​ບາງ​ວັນ ເພື່ອ​ເປັນ​ການ​ຢຸດ​ພັກ​ໃຫ້​ແກ້ວ­ຕາ​ດູດ​ຊຶມ​ອົກ​ຊິ​ແຊນ​ໄດ້​ຕາມ​ປົກ­ກະ­ຕິ.

3. ບໍ່​ໃສ່​ນອນ ຫຼື​ໃສ່​ຂ້າມ​ຄືນ ເພາະ​ການ​ໃສ່​ຄອນ​ແທກ​ເລນ ເຮັດ​ໃຫ້​ອົກ​ຊິ​ແຊນ​ຜ່ານ​ເຂົ້າ​ໄປ​ໃນ​ຕາ​ໄດ້​ໜ້ອຍ​ລົງ ມີ​ໂອ­ກາດ​ຕິດ­ເຊື້ອ​ຈາກ​ຄອນ​ແທກ ເລນ​ສູງ​ຂຶ້ນ.

4. ຄວນ​ຖອດ​ລ້າງ ແລະ ແຊ່​ຄອນ​ແທກ​ເລນ​ເພື່ອ​ຂ້າ​ເຊື້ອ​ໂຣກ​ດ້ວຍ​ນ້ຳ​ຢາ​ຂ້າ​ເຊື້ອ​ທີ່​ໄດ້​ມາດ­ຕະ­ຖານ​ເທົ່າ​ນັ້ນ ແລະ ຕ້ອງ​ແຊ່​ນ້ຳ​ຢາ​ຕິດ­ຕໍ່​ກັນ​ຢ່າງ​ໜ້ອຍ 6 ຊົ່ວ­ໂມງ ເພື່ອ​ໃຫ້­ການ​ຂ້າ​ເຊື້ອ​ໂຣກ​ເປັນ​ໄປ​ຢ່າງ​ມີ​ປະ­ສິດ­ທິ­ພາບ.

5. ການ​ໃຊ້​ນ້ຳ​ເກືອ​ເຮັດ​ຄວາມ​ສະ­ອາດ ຫຼື ແຊ່​ຄອນ​ແທກ​ເລນ ຈະ​ເຮັດ​ໃຫ້​ໂອ­ກາດ​ການ​ຕິດ­ເຊື້ອ​ສູງ​ຂຶ້ນ​ຫຼາຍ.

6. ຄວນ​ປ່ຽນ​ຄອນ​ແທກ​ເລນ​ຕາມ​ອາ­ຍຸ​ທີ່​ກຳ ນົດ ແລະ ບໍ່​ໃສ່​ຄອນ​ແທກ​ເລນ​ຮ່ວມ​ກັບ​ຜູ້​ອື່ນ.

7. ນ້ຳ​ຕາ​ທຽມ ມີ​ສ່ວນ​ປະ­ສົມ​ຂອງ​ນ້ຳ​ຕາ ອິ​ເລກ​ໂຕຣ​ໄລ ຊຶ່ງ​ເປັນ­ສານ​ທີ່​ຈຳ­ເປັນ​ສຳ­ລັບ​ແກ້ວ­ຕາ ຫຼາຍ​ກວ່າ​ຢາ­ຢອດ​ຕາ​ສຳ­ລັບ​ຄອນ​ແທກ​ເລນ  ຫາກ​ມີ​ບັນ­ຫາ​ເຄືອງ​ຕາ ໜ່ວຍ​ຕາ​ແຫ້ງ ຄວນ​ໃຊ້​ນ້ຳ​ຕາ​ທຽມ.

8. ຢາ­ຢອດ​ຕາ​ສຳ­ລັບ​ຄົນ​ໃສ່​ຄອນ​ແທກ​ເລນ​ຄວນ​ຢອດ​ກ່ອນ​ໃສ່​ຄອນ​ແທກ​ເລນ​ລະ­ຫວ່າງ​ໃສ່ ແລະ ກ່ອນ​ຖອດ​ຄອນ​ແທກ​ເລນ ຈະ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ ເຮັດ​ໃຫ້​ເກີດ​ຄວາມ​ສະ­ບາຍ​ຕາ ພາບ​ຄົມ​ແຈ້ງ​ຂຶ້ນ ແລະ ເຮັດ​ໃຫ້​ອາ­ການ​ຕາ​ແຫ້ງ​ໜ້ອຍ​ລົງ.

9. ຄອນ​ແທກ​ເລນ​ຊະ­ນິດ​ໃສ່​ລາຍ​ວັນ ສາ­ມາດ​ໃຫ້​ອົກ​ຊິ​ແຊນ​ຜ່ານ​ໄດ້​ດີ​ທີ່​ສຸດ ແລະ ເນື່ອງ​ຈາກ​ຖອດ​ຖິ້ມ​ທຸກ​ວັນ ຈຶ່ງ​ເຮັດ​ໃຫ້​ມີ​ການ​ສະ​ສົມ​ໂປຣ ຕິນ​ໃນ​ຄອນ​ແທກ​ເລນ​ໜ້ອຍ ແລະ ເກີດ​ອາ­ການ ເຄືອງ​ໄດ້​ໜ້ອຍ​ກວ່າ​ຊະ­ນິດ​ອື່ນໆ ແຕ່​ມີ​ລາ­ຄາ​ສູງ​ກວ່າ​ຄອນ​ແທກ​ເລນ​ຊະ­ນິດ​ລາຍ​ອາ­ທິດ ແລະ ລາຍ​ປີ.

10. ບໍ່​ຄວນ​ໃສ່​ຄອນ​ແທກ​ເລນ Big Eye ຫຼື ທີ່​ແບບ​ມີ​ສີ­ສັນ​ແຟນ​ຊີ​ເປັນ​ປະ­ຈຳ ເນື່ອງ​ຈາກ​ການ​ໃສ່​ຄອນ​ແທກ​ເລນ​ສີ ຈະ​ເຮັດ​ໃຫ້​ອົກ​ຊິ​ແຊນ​ຜ່ານ ເຂົ້າ​ສູ່​ແກ້ວ­ຕາ​ໄດ້​ໜ້ອຍ​ຫຼາຍ ແລະ ເຮັດ​ໃຫ້​ໜ່ວຍ​ຕາ​ແຫ້ງ​ຫຼາຍ​ກວ່າ​ການ​ໃສ່​ຄອນ​ແທກ​ເລນ​ປົກ­ກະ­ຕິ.

…ການ​ໃສ່​ຄອນ​ແທກ​ເລນ​ຖືກ​ວິ­ທີ ກໍ​ຈະ​ຊ່ວຍ ຖະ­ໜອມ​ດວງ​ຕາ​ໃຫ້​ຢູ່​ຄູ່​ກັບ​ເຮົາ​ໄປ​ອີກ​ຍາວ​ນານ…

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!