ສື່ແມ່ຍິງລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາ

ທ່ານ ສາຍ­ສະ­ໝອນ ບຸດ​ດາ­ລາ ຫົວ­ໜ້າ​ກົມ​ຂ່າວ­ສານ​ແມ່­ຍິງ​ລາວ ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ໄດ້​ກ່າວ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13/8/1950-13/8/2020) ວ່າ: ສື່​ມວນ​ຊົນ​ແມ່­ຍິງ​ລາວ ໜຶ່ງ​ໃນ​ພາກ­ສ່ວນ​ພາ­ຫະ­ນະ​ວຽກ​ງານ​ການ­ເມືອງ-ແນວ​ຄິດ ໂດຍ​ໜັງ­ສື­ພິມ​ແມ່­ຍິງ​ລາວ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ວັນ​ທີ 8 ມີ­ນາ 1980 ເປັນ​ກະ­ບອກ​ສຽງ​ຂອງ​ແມ່­ຍິງ​ລາວ ທີ່​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ຕ່າງໆ​ໃຫ້​ກຸ່ມ​ເປົ້າ​ໝາຍ​ແຕ່​ສູນ​ກາງ​ຮອດ​ທ້ອງ­ຖິ່ນ ໂດຍ​ສະ­ເພາະ ເອື້ອຍ​ນ້ອງ​ແມ່­ຍິງ​ບັນ­ດາ­ເຜົ່າ ສື່​ແມ່­ຍິງ​ໄດ້​ຮັບ​ການ​ພັດ­ທະ­ນາ​ມາ​ເລື້ອຍໆ ມາ​ຮອດ​ປີ 2007 ໄດ້​ສ້າງ­ຕັ້ງ​ວາ­ລະ­ສານ​ສາວ​ລາວ ປີ 2007 ພິມ​ເປັນ​ສອງ​ພາ­ສາ ຄື​ພາ­ສາ​ລາວ ແລະ ພາ­ສາ​ອັງ­ກິດ ພິມ​ຄັ້ງ​ໜຶ່ງ 2.700 ຫົວ ມີ 40 ໜ້າ ພິມ​ຮອດ​ສະ­ບັບ​ທີ 79 ນອກ­ຈາກ​ນີ້​ແລ້ວ ຍັງ​ມີ​ຫຼາຍ​ຜະ­ລິດ​ຕະ​ພັນ​ເກີດ​ຂຶ້ນ​ຕື່ມ​ອີກ ມາ​ຮອດ​ປັດ­ຈຸ­ບັນ ມີ 7 ຊະ­ນິດ​ຄື: ໜັງ­ສື­ພິມ ວາ­ລະ­ສານ ລາຍ­ການ​ວິ­ທະ­ຍຸ ລາຍ­ການ​ໂທລະ­ພາບ ຟິມ​ສາ­ລະ​ຄະ­ດີ ເວັບ​ໄຊ ແລະ ສື່​ແບບ​ໃໝ່ (ອອນ​ລາຍ).

error: Content is protected !!