ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກພະຍຸຊິນລາກຸ ແຕ່ວັນທີ 2-3 ສິງຫາ 2020 ເຮັດໃຫ້ມີຝົນ ຕົກຕິດຕໍ່ກັນຫຼາຍຊົ່ວໂມງ ແມ່ນ້ຳສາຍຫຼັກ ແລະ ສາຂາແມ່ນ້ຳຫຼາຍສາຍຍຶ່ງຂຶ້ນ ເກີດມີນ້ຳເຂົ້າຖ້ວມຂັງ 8 ເມືອງຄື: ໄຊຍະບູລີ ບໍ່ແຕນ ເມືອງເງິນ ເມືອງຄອບ ເມືອງພຽງ ແກ່ນທ້າວ ທົ່ງມີໄຊ ແລະ ໄຊສະຖານ ປະຊາຊົນ 64 ບ້ານ 2.629 ຄອບຄົວ ໄດ້ຮັບຜົນກະທົບໜັກຈາກສະພາບນ້ຳຖ້ວມຊຸ ມູນຄ່າເສຍຫາຍ 26,5 ຕື້ກວ່າກີບ.

ເມືອງທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ແມ່ນເມືອງພຽງ ເນື້ອທີ່ນາຖືກນ້ຳຖ້ວມຫຼາຍກວ່າ 300 ເຮັກຕາ ເມືອງບໍ່ແຕນ ເສັ້ນທາງຂາດຫຼາຍຈຸດ ຂົວອູ່ 2 ແຫ່ງບໍ່ສາມາດນຳໃຊ້ໄດ້ ສະເພາະເທສະບານແຂວງ ຄື:ເມືອງໄຊຍະບູລີ ປະຊາຊົນທີ່ອາໄສຢູ່ລຽບແຄມແມ່ນ້ຳຮຸ່ງ 12 ບ້ານ ໄດ້ຮັບຜົນກະທົບ ມາຮອດປັດຈຸບັນຫຼາຍເມືອງລະດັບນ້ຳໄດ້ຫຼຸດລົງ ແລະ ເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ.

ຕໍ່ສະພາບການດັ່ງກ່າວ ວັນທີ 6 ສິງຫາ 2020 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຜູ້ປະສົບໄພພິບັດຢູ່ແຂວງດັ່ງກ່າວ ໃນນີ້ ມີເງິນ 50 ລ້ານກີບ ເຂົ້າ ໜຽວຈາກກອງທຶນເພື່ອນຮ່ວມງານ KR1 ຈຳນວນ 258 ໂຕນ ມູນຄ່າ 2,4 ຕື້ກວ່າກີບ ເຄື່ອງນຸ່ງຫົ່ມ ເກີບ ເຄື່ອງໃຊ້ຄົວເຮືອນ ແລະ ເຕັ່ນ ມູນຄ່າ 344 ລ້ານກວ່າກີບ ລວມມູນຄ່າທັງໝົດ 2,8 ຕື້ກວ່າກີບ ນອກນີ້ ກະຊວງສາທາລະນະສຸກຍັງໄດ້ມອບເຄື່ອງນຸ່ງຫົ່ມ 100 ແກັດ ມູນຄ່າ 20 ລ້ານກີບ ເຊິ່ງຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ເພື່ອນຳໄປຊ່ວຍເຫຼືອເບື້ອງຕົ້ນໃຫ້ຜູ້ທີ່ປະສົບໄພພິບັດດັ່ງກ່າວ.
