ສ້າງຄວາມເຂົ້າໃຈ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ

ກະ­ຊວງ​ການ​ຕ່າງ­ປະ­ເທດ ຮ່ວມ​ກັບ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໃນ​ນາມ​ກອງ​ເລ­ຂາ​ແຫ່ງ​ຊາດ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (ປພຍ/SDGs) ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ຢູ່ ສປປ ລາວ ແລະ ວຽກ​ງານ​ກ່ຽວ­ຂ້ອງ​ຕ່າງໆ ໃນ​ວັນ​ທີ 6 ສິງ­ຫາ 2020 ທີ່​ນະ­ຄອນ​ໄກ­ສອນ​ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ​ເຂດ ໃຫ້​ບັນ­ດາ​ເຈົ້າ​ໜ້າ­ທີ່ໆ​ກ່ຽວ­ຂ້ອງ​ຈາກ​ແຂວງ​ພາກ​ກາງ ຊຶ່ງ​ລວມ​ມີ: ແຂວງ​ວຽງ​ຈັນ ໄຊ​ສົມ­ບູນ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ແລະ ສະ­ຫວັນ​ນະ​ເຂດ ໂດຍ​ການ​ກ່າວ​ເປີດ​ຂອງ​ທ່ານ ທອງ​ຜ່ານ ສະ­ຫວັນ​ເພັດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ ທ່ານ ທ່ອນ​ແກ້ວ ພຸດ​ທະ​ໄກ​ຍະ​ລາດ ຮອງ​ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ຊຶ່ງ​ມີ​ຜູ້­ຕາງ­ໜ້າ​ຈາກ​ບັນ­ດາ​ພະ­ແນກ­ການ ແລະ ເມືອງ​ພາຍ​ໃນ​ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ອ້ອມ​ຂ້າງ ຈາກ​ບັນ­ດາ 4 ແຂວງ​ພາກ​ກາງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ໃຫ້​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຂອງ​ພາກ​ລັດ ກ່ຽວ​ກັບ​ຄວາມ​ສຳ­ຄັນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ປພຍ ຂອງ ສປປ ລາວ ເພື່ອ​ຮັບ­ປະ­ກັນ​ການ​ປະ­ກອບ­ສ່ວນ ແລະ ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ທັງ​ໃນ​ລະ­ດັບ​ສູນ​ກາງ ແລະ ທ້ອງ­ຖິ່ນ ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ຄະ­ນະ​ຜູ້​ແທນ​ຈາກ​ບັນ­ດາ​ແຂວງ​ພາກ​ກາງ ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່ ແລະ ແລກ­ປ່ຽນ​ບົດ­ຮຽນ​ວຽກ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ປພຍ ໂດຍ​ໄດ້​ເຊື່ອມ​ສານ​ເຂົ້າ​ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ຊຶ່ງ​ຖື​ເອົາ​ວຽກ​ງານ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ເປັນ​ບຸ­ລິ­ມະ­ສິດ​ຕົ້ນ­ຕໍ ໂດຍ​ສຸມ​ໃສ່​ການ​ພັດ­ທະ­ນາ​ແບບ​ມີ​ສ່ວນ​ຮ່ວມ​ຂອງ​ຫຼາຍ​ພາກ­ສ່ວນ ເວົ້າ​ລວມ ເວົ້າ​ສະ­ເພາະ ແມ່ນ​ໄດ້​ຮັບ​ຟັງ​ການ​ເຜີຍ­ແຜ່​ເອ­ກະ­ສານ​ສຳ­ຄັນ​ຂອງ ປພຍ ເຊັ່ນ: ແຜນ​ປະ­ຕິ­ບັດ​ງານ​ແຫ່ງ​ຊາດ​ເພື່ອ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ປພຍ ແລະ ແຜນ​ດຳ­ເນີນ​ງານ​ການ​ສື່­ສານ ໂຄ­ສະ­ນາ ແລະ ເຜີຍ­ແຜ່ ປພຍ ທົ່ວ​ປະ­ເທດ ແລະ ທິດ​ທາງ​ການ​ເຊື່ອມ​ສານ ປພຍ ຮອດ​ປີ 2030 ເຂົ້າ​ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ.

 ໃນ​ໂອ­ກາດ​ດຽວ​ກັນ ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ນຳ​ສະ­ເໜີ​ກ່ຽວ​ກັບ​ການ​ກະ­ກຽມ​ຮ່າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021 – 2025) ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ສະ­ຖິ­ຕິ ເພື່ອ​ຕອບ​ສະ­ໜອງ​ຕໍ່​ການ​ສ້າງ​ນະ­ໂຍ­ບາຍ​ດ້ານ​ການ​ພັດ­ທະ­ນາ​ທີ່​ສອດ­ຄ່ອງ ແລະ ແທດ­ເໝາະ​ກັບ​ສະ­ພາບ​ການ​ພັດ­ທະ­ນາ​ຕົວ​ຈິງ​ຂອງ ສປປ ລາວ ແລະ ບັນ­ດາ​ເນື້ອ​ໃນ​ເອ­ກະ­ສານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຫຼັກ­ການ​ຂອງ​ຖະ­ແຫຼງ­ການ​ວຽງ​ຈັນ ວ່າ​ດ້ວຍ​ການ​ເປັນ​ຄູ່​ຮ່ວມ​ງານ ເພື່ອ​ການ​ພັດ­ທະ­ນາ​ທີ່​ມີ​ປະ­ສິດ­ທິ­ພາບ (2016-2025) ນອກ­ຈາກ​ນັ້ນ ກອງ​ປະ­ຊຸມ​ຍັງ​ໄດ້​ມີ​ການ​ຈັດ​ພາກ​ປຶກ­ສາ​ຫາ­ລື (Panel Discussion) ເພື່ອ​ຮັບ​ຟັງ​ກ່ຽວ​ກັບ​ຄວາມ​ພະ­ຍາ­ຍາມ​ຂອງ​ທ້ອງ­ຖິ່ນ ໃນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວາ­ລະ​ດ້ານ​ການ​ພັດ­ທະ­ນາ​ແຫ່ງ​ຊາດ ກອງ​ປະ­ຊຸມ​ດັ່ງ­ກ່າວ ຍັງ​ເປັນ​ເວ­ທີ ແລະ ກາ­ລະ​ໂອ­ກາດ​ໃຫ້​ທ້ອງ­ຖິ່ນ ໄດ້​ແລກ­ປ່ຽນ​ວຽກ​ງານ​ຕົວ​ຈິງ​ຢູ່​ທ້ອງ­ຖິ່ນ ບັນ­ດາ​ຂໍ້​ຫຍຸ້ງ­ຍາກ ແລະ ສິ່ງ​ທ້າ​ທາຍ​ທີ່​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ​ໃນ­ຕໍ່­ໜ້າ ເພື່ອ​ໃຫ້​ບັນ­ລຸ​ເປົ້າ​ໝາຍ​ດ້ານ​ການ​ພັດ­ທະ­ນາ.

error: Content is protected !!