ຈະສູ້ຊົນຮັກສາການຂະຫຍາຍຕົວລວມ ຜະລິດກະສິກຳໃຫ້ບັນລຸ 3,23%

2020 ເປັນ​ປີ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສືບ­ຕໍ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ທຳ​ມະ​ຊາດ (ນ້ຳ​ຖ້ວມ ແລະ ແຫ້ງ­ແລ້ງ) ຕໍ່​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ ຫົວ​ງານ​ຊົນ­ລະ­ປະ­ທານ​ຈຳ­ນວນ​ໜຶ່ງ​ເປ່​ເພ ໃຊ້​ບໍ່​ໄດ້ ຍ້ອນ​ນ້ຳ​ງື່ມ​ບົກ​ແຫ້ງ ຫົວ​ງານ​ຊົນ​ປະ­ທານ​ເຊາະ​ເຈື່ອນ ຍຸບ ແລະ ມີ​ໄພ​ແຫ້ງ­ແລ້ງ​ແກ່­ຍາວ​ພໍ​ສົມ­ຄວນ ນອກ​ນີ້ ຍັງ​ເກີດ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຂະ­ແໜງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ຈຶ່ງ​ໄດ້​ສຸມ​ໃສ່​ສູ້​ຊົນ​ປະ­ຕິ­ບັດ​ຕົວ​ເລກ​ຄາດ­ໝາຍ ແຜນ​ຄ້ຳ­ປະ­ກັນ​ດ້ານ​ສະ ບຽງ​ອາ­ຫານ ການ​ຜະ­ລິດ​ສິນ­ຄ້າ ແລະ ການ​ສະ­ໜອງ​ວັດ­ຖຸ​ດິບ​ປ້ອນ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ໂດຍ​ສະ­ເພາະ​ສຸມ​ໃສ່​ການ​ຜະ­ລິດ​ລະ­ດູ­ຝົນ​ປີ 2020 ຕາມ​ມະ­ຕິ​ຂອງ​ສະ­ພາ​ປະ­ຊາ­ຊົນ ນວ ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂໍ້​ຕົກ­ລົງ​ຂອງ​ເຈົ້າ​ຄອງ ນວ ແລະ ຄາດ­ໝາຍ​ແຜນ­ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 51/ນຍ ເປົ້າ​ໝາຍ​ລວມ​ສືບ­ຕໍ່​ຄ້ຳ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ​ໃຫ້​ໄດ້​ໂດຍ​ພື້ນ­ຖານ ສົ່ງ­ເສີມ​ການ​ຜະ­ລິດ​ພືດ ສັດ ແລະ ປາ ເປັນ​ສິນ­ຄ້າ ປ້ອນ​ຕະ­ຫຼາດ​ພາຍ​ໃນ​ຕົວ​ເມືອງ ແລະ ການ​ສົ່ງ​ອອກ​ຈຳ­ນວນ​ໜຶ່ງ.

ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໃຫ້​ຮູ້​ວ່າ: ເພື່ອ​ໃຫ້​ບັນ­ລຸ​ຕາມ​ການ​ຄາດ­ໝາຍ ແລະ ເປົ້າ​ໝາຍ​ລວມ​ນັ້ນ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໄດ້​ສົມ­ທົບ​ກົບ​ຫ້ອງ­ການ​ປົກ­ຄອງ​ເມືອງ ຄົ້ນ­ຄວ້າ​ຫັນ​ເປັນ​ໂຄງ­ການ​ລະ­ອຽດ ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ຂະ­ແໜງ­ການ ກອງ ສູນ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ 9 ເມືອງ ດ້ວຍ​ການ​ອອກ​ຂໍ້​ຕົກ­ລົງ ສະ­ບັບ​ເລກ​ທີ 1569/ກປ​ນວ ໄດ້​ສົມ­ທົບ​ກັບ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ປະ­ຕິ­ບັດ​ໂຄງ­ການ​ຮ່ວມ​ມື​ກັບ​ສາ­ກົນ 6 ໂຄງ­ການ ແລະ ແຜນ​ວຽກ​ຈຸດ​ສຸມ​ຈຳ­ນວນ​ໜຶ່ງ ເປັນ­ຕົ້ນ​ແຜນ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຜະ­ລິດ​ພາຍ​ໃນ ແລະ ແຜນ​ຕ້ານ​ແລ້ງ-ຕ້ານ​ຖ້ວມ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ ການ​ຜະ­ລິດ​ລະ­ດູ­ຝົນ ປີ 2020 ແມ່ນ​ເປັນ​ຂະ​ບວນ​ການ​ຟົດ­ຟື້ນ ຊາວ​ກະ­ສິ­ກອນ ຜູ້​ປະ­ກອບ​ການ​ພາຍ​ໃນ ແລະ ນັກ​ລົງ­ທຶນ​ຕ່າງ­ປະ­ເທດ ໄດ້​ປະ­ກອບ­ສ່ວນ​ສ້າງ​ປັດ­ໃຈ​ໃໝ່​ຂຶ້ນ​ຫຼາຍ​ອັນ ແລະ ມີ​ຄວາມ​ພົ້ນ​ເດັ່ນ ໂດຍ​ສະ­ເພາະ 6 ເດືອນ​ທ້າຍ​ປີ ຂະ­ແໜງ​ກະ­ສິ­ກຳ ແລະ ປ່າ­ໄມ້​ທົ່ວ ນວ ຈະ​ສູ້​ຊົນ​ຮັກ­ສາ​ການ​ຂະ­ຫຍາຍ­ຕົວ​ລວມ​ຜະ­ລິດ​ດ້ານ​ກະ­ສິ­ກຳ​ໃຫ້​ບັນ­ລຸ 3,23% ປະ­ກອບ­ສ່ວນ​ກວມ​ເອົາ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ປະ­ມານ 14% ສູ້​ຊົນ​ຜະ­ລິດ​ເຂົ້າ​ເນື້ອ­ທີ່ 66.380 ເຮັກ­ຕາ ໃຫ້​ໄດ້​ເຂົ້າ­ເປືອກ 309.900 ໂຕນ ປູກ​ຜັກ 11.679 ເຮັກ­ຕາ ສະ­ເລ່ຍ​ຜົນ​ຜະ­ລິດ 136.848 ໂຕນ ປູກ​ໄມ້​ໃຫ້​ໝາກ 670 ເຮັກ­ຕາ ແລະ ສະ­ໜອງ​ທາດ​ຊີ້ນ​ໃຫ້​ໄດ້ 27.675 ໂຕນ ພ້ອມ​ທັງ​ສູ້​ຊົນ​ສົ່ງ­ເສີມ​ການ​ຜະ­ລິດ​ກະ­ສິ­ກຳ​ເປັນ​ສິນ­ຄ້າ​ສະ­ໜອງ​ຕະ­ຫຼາດ​ຕົວ​ເມືອງ ສົ່ງ­ເສີມ​ການ​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ໃຫ້​ເປັນ​ຂະ​ບວນ​ການ ແລະ ເປັນ​ລະ­ບົບ​ຕ່ອງ​ໂສ້​ການ​ຜະ­ລິດ​ທີ່​ເຂັ້ມ­ແຂງ.

error: Content is protected !!