ເດືອນກໍລະກົດ ນວ ມີອຸບັດເຫດເກີດຂຶ້ນເກືອບ 100 ກໍລະນີ

ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: ເດືອນ​ກໍ­ລະ­ກົດ 2020 ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 99 ກໍ­ລະ­ນີ ຜູ້​ເສຍ​ຊີ­ວິດ 10 ຄົນ ທຽບ­ໃສ່​ເດືອນ​ມິ­ຖຸ­ນາ ການ​ເກີດ​ອຸ­ບັດ­ເຫດ​ເພີ່ມ​ຂຶ້ນ 23 ລາຍ ແຕ່​ຄົນ​ເສຍ​ຊີ­ວິດ​ຫຼຸດ​ລົງ 3 ຄົນ ມູນ​ຄ່າ​ຄວາມ​ເສຍ​ຫາຍ​ປະ­ມານ 1,9 ຕື້​ກີບ ອັນ​ດັບ​ໜຶ່ງ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ຍັງ​ແມ່ນ​ເມືອງ​ໄຊ​ທາ­ນີ.

ອຸ­ບັດ­ເຫດ​ທັງ​ໝົດ​ນັ້ນ ໄດ້​ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພ​ເລັກ​ໜ້ອຍ 58 ຄັນ ສົມ­ຄວນ 137 ຄັນ ໃຊ້​ບໍ່​ໄດ້ 3 ຄັນ ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 11 ຄົນ ສົມ­ຄວນ 31 ຄົນ ສາ­ຫັດ 8 ຄົນ ເສຍ​ຊີ­ວິດ 10 ຄົນ ສ່ວນ​ຄົນ​ຂັບ​ໄດ້​ຮັບ ບາດ­ເຈັບ​ເລັກ​ໜ້ອຍ 11 ຄົນ ສົມ­ຄວນ 31 ຄົນ ສາ­ຫັດ 8 ຄົນ ເສຍ​ຊີ­ວິດ 10 ຄົນ ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ແມ່ນ​ເກີດ​ຂຶ້ນ​ກັບ​ຜູ້​ໃຊ້ ແຮງ​ງານ ແລະ ນັກ​ສຶກ​ສາ ສຳ­ລັບ​ເມືອງ​ຈັນ­ທະ​ບູ​ລີ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 5 ລາຍ ສີ​ໂຄດ​ຕະ­ບອງ 12 ລາຍ ສີ​ສັດ­ຕະ​ນາກ 11 ລາຍ ໄຊ​ເສດ​ຖາ 15 ລາຍ ຫາດ​ຊາຍ​ຟອງ 15 ລາຍ ໄຊ​ທາ­ນີ 33 ລາຍ ນາ​ຊາຍ​ທອງ 2 ລາຍ ປາກ​ງື່ມ 4 ລາຍ ເມືອງ​ສັງ​ທອງ 1 ລາຍ.

ສາ­ເຫດ​ຕົ້ນ­ຕໍ​ຂອງ​ການ​ເກີດ​ອຸ­ບັດ­ເຫດ​ທີ່​ເຮັດ​ໃຫ້​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ ແລະ ເສຍ​ຊີ­ວິດ​ເປັນ​ຈຳ­ນວນ​ຫຼາຍ​ນັ້ນ ຍ້ອນ​ຜູ້​ຂັບ​ຂີ່​ບໍ່​ຮູ້​ກົດ​ລະ­ບຽບ​ຈະ­ລາ­ຈອນ​ດີ​ເທົ່າ​ທີ່​ຄວນ ຂາດ​ທັກ​ສະ​ຂັບ​ຂີ່​ປອດ​ໄພ ລວມ​ເຖິງ​ການ​ມີ​ວິ­ໄນ ນ້ຳ­ໃຈ​ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ຮ່ວມ​ກັບ​ຄົນ​ອື່ນ ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ​ຈາກ​ລົດ​ໃຫຍ່ ສ່ວນ​ຫຼາຍ​ແມ່ນ​ໃຊ້​ຄວາມ​ໄວ​ເກີນ​ກຳ­ນົດ ດື່ມ​ສິ່ງ​ມືນ​ເມົາ​ແລ້ວ​ຂັບ ລ້ຽວ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ແລະ ອື່ນໆ.

error: Content is protected !!