ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ອົງການອະນຸຮັກສັດປ່າ ແລະ ອົງການ GIZ ປະຈຳລາວ ໄດ້ຈັດສຳມະນາສື່ມວນຊົນ ກ່ຽວກັບການປ້ອງກັນອາດຊະຍາກຳທາງສັດປ່າຂຶ້ນວັນທີ 6-7 ສິງຫາ 2020 ທີ່ສຳນັກງານໜັງສືພິມວຽງຈັນທາຍ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປີດໂດຍທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ມີບັນດາຫົວໜ້າກົມ ຕາງໜ້າສຳນັກສື່ ອົງການກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ການຈັດສຳມະນາຄັ້ງ ເປັນໜຶ່ງໃນກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ວັນອະນຸຮັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ແລະ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ແລະ ເພື່ອສ້າງໂອກາດໃຫ້ສຳມະນາກອນໄດ້ຮຽນຮູ້ ແລກປ່ຽນປະສົບການ ກໍຄືການຍົກລະດັບຄວາມອາດສາມາດໃນການລາຍງານຂ່າວ ແລະ ໂຄສະນາວຽກງານອະນຸຮັກສັດປ່າຢູ່ລາວ ເຊິ່ງການຈັດສຳມະນາຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ 20 ກວ່າຄົນ ທີ່ມາຈາກສື່ຕ່າງໆຢູ່ສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງ ໂດຍໄດ້ເຊື້ອເຊີນເອົາຊ່ຽວຊານຈາກກົມປ່າໄມ້ ນັກອະນຸຮັກສັດປ່າປະຈຳພາກສະໜາມ ແລະ ວິຊາການສື່ມວນຊົນ ມາເປັນວິພະຍາກອນ.
ເອກະສານທີ່ນຳມາສະເໜີຄັ້ງນີ້ ປະກອບມີ ການພັດທະນາສື່ມວນຊົນລາວ ບົດບາດໜ້າທີ່ ແລະ ຄຸນຄ່າຂອງນັກຂ່າວລາວ ກົດໝາຍ ກົດລະບຽບ ຄຳສັ່ງ ແລະ ນະໂຍບາຍຂອງລັດຖະບານ ກ່ຽວກັບການປົກປັກຮັກສາສັດປ່າ ສົນທະນາຂໍ້ສະດວກ ຂໍ້ຫຍຸ້ງຍາກ ໃນການລາຍງານຂ່າວວຽກງານປ້ອງກັນອາດຊະຍາກຳທາງສັດປ່າ ເຕັກນິກ ແລະ ທັກສະໃນການຊອກຫົວຂໍ້ຂ່າວ ປະເດັນຂ່າວ ແລະ ຄົ້ນຫາຂໍ້ມູນ ວຽກງານອະນຸຮັກສັດປ່າ ແລະ ການບັງຄັບໃຊ້ກົດໝາຍ ແລະ ສິ່ງທ້າທາຍຂອງເຈົ້າໜ້າທີ່ອຸທິຍານແຫ່ງຊາດນ້ຳແອດພູເລີຍ ການຄ້າຂາຍສັດປ່າຜິດກົດໝາຍ ການຊ່ວຍເຫຼືອ ແລະ ການບຳບັດສັດປ່າໃນລາວ ແລະ ອື່ນໆ.