ນວ ພົບກໍລະນີຜູ້ເປັນພະຍາດໄຂ້ຍຸງລາຍເກືອບ 200 ກໍລະນີ

    ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ກອງ​ປະ­ຊຸມ​ຖອດ​ຖອນ​ບົດ­ຮຽນ​ຄະ­ນະ​ກຳ­ມະ­ການ​ຕ້ານ ແລະ ຄວບ​ຄຸມ​ໄຂ້­ຍຸງ​ລາຍ​ປີ 2019 ແລະ ທິດ​ທາງ​ແຜນ­ການ​ປີ 2020 ຂຶ້ນ​ວັນ​ທີ 27 ກຸມ­ພາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ໄຊ​ພອນ ນັນ­ທະ​ພອນ ຫົວ­ໜ້າ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນວ ມີ​ຮອງ​ຫົວ­ໜ້າ​ພະ​ແນກ ນາຍ­ບ້ານ ອາ­ສາ​ສະ­ໝັກ​ບ້ານ ແລະ ຂະ­ແໜງ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ​ນາງ ໄຊ​ພອນ ນັນ­ທະ​ພອນ ກ່າວ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ຫຼື ວຽກ​ງານ​ກ່ຽວ​ກັບ​ການ​ຮັກ­ສາ​ສຸ­ຂະ­ພາບ ໂດຍ​ສະ­ເພາະ ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ການ​ຕ້ານ​ໄຂ້­ຍຸງ​ລາຍ​ມີ​ຄວາມ​ຫຍຸ້ງ­ຍາກ​ພໍ​ສົມ­ຄວນ​ເນື່ອງ​ຈາກ​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ​ບໍ່​ທັນ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ ແລະ ການ​ເປັນ​ເຈົ້າ​ການ​ຕ້ານ​ພະ­ຍາດ​ໄຂ້­ຍຸງ​ລາຍ ສະ­ນັ້ນ ຈຶ່ງ​ເຮັດ​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ຂະ­ຫຍາຍ​ເປັນ​ບໍ­ລິ­ເວນ​ກວ້າງ ປີ 2019 ທົ່ວ​ປະ­ເທດ​ມີ​ຄົນ​ເຈັບ­ເປັນ​ໄຂ້­ຍຸງ​ລາຍ 39.003 ກໍ­ລະ­ນີ ເສຍ​ຊີ­ວິດ 76 ກໍ­ລະ­ນີ ໃນ​ນີ້ ນວ ມີ​ກໍ­ລະ­ນີ​ຄົນ​ເຈັບ​ສູງ​ກວ່າ​ໝູ່ ມີ 10.813 ກໍ­ລະ­ນີ ເສຍ​ຊີ­ວິດ 25 ຄົນ ແຂວງ​ສະ­ຫວັນ​ນະ​ເຂດ​ມີ 6.401 ກໍ­ລະ­ນີ ເສຍ​ຊີ­ວິດ 22 ກໍ­ລະ­ນີ ແຂວງ​ສາ­ລະ​ວັນ 3.538 ກໍ­ລະ­ນີ ເສຍ​ຊີ­ວິດ 5 ກໍ­ລະ­ນີ ສ່ວນ​ປີ 2020 ເລີ່ມ​ຈາກ​ອາ­ທິດ​ທີ 1 ຫາ​ອາ­ທິດ​ທີ 8 ຢູ່ ນວ ມີ​ລາຍ​ງານ​ໄຂ້­ຍຸງ​ລາຍ​ທັງ​ໝົດ 167 ກໍ­ລະ­ນີ ໃນ​ນີ້ ເມືອງ​ໄຊ​ທາ­ນີ​ມີ 49 ກໍ­ລະ­ນີ ໄຊ​ເສດ​ຖາ 24 ກໍ­ລະ­ນີ ແລະ ເມືອງ​ນາ​ຊາຍ​ທອງ 18 ກໍ­ລະ­ນີ.

    ຕໍ່​ກັບ​ສະ­ພາບ​ການ­ລະ­ບາດ­ພະ­ຍາດ​ດັ່ງ­ກ່າວ ປີ 2020 ຕ້ອງ​ໄດ້​ເພີ່ມ​ທະ­ວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ພະ­ຍາດ​ໄຂ້­ຍຸງ​ລາຍ ໂດຍ​ນຳ​ໃຊ້​ມາດ​ຕະ­ການ​ທີ່​ສຳ­ຄັນ​ໃນ​ການ​ຄວບ​ຄຸມ ໂດຍ​ຫັນ​ເອົາ​ຊຸມ​ຊົນ​ເປັນ​ກະ­ແຈ​ສຳ­ຄັນ ເຊັ່ນ: ການ​ເປັນ​ເຈົ້າ​ການ​ຂອງ​ບຸກ­ຄົນ ຄອບ­ຄົວ ໃນ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ດ້ວຍ​ຕົນ​ເອງ ເຊິ່ງ​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ​ເປັນ​ຜູ້​ເຜີຍ­ແຜ່ ແລະ ແນະ­ນຳ​ວິ­ທີ​ການ​ປະ­ຕິ­ບັດ ສ່ວນ​ການ​ປະ­ຕິ­ບັດ​ຕົວ​ຈິງ​ຕ້ອງ​ແມ່ນ​ໜ້າ­ທີ່​ຂອງ​ໝົດ​ທຸກ​ຄົນ ຄອບ­ຄົວ​ຕ້ອງ​ເປັນ​ເຈົ້າ​ການ​ປະ­ຕິ­ບັດ ເພາະ­ວ່າ​ຍຸງ​ລາຍ​ເກີດ ແລະ ແຜ່­ພັນ​ຢູ່​ກັບ​ເຮືອນ​ຄົນ ດັ່ງ­ນັ້ນ ຮຽກ­ຮ້ອງ​ມາ​ຍັງ​ອຳ­ນາດ​ການ​ປົກ­ຄອງ​ທຸກ​ຂັ້ນ ບັນ­ດາ​ພະ­ແນກ­ການ​ຕ່າງໆ​ຕ້ອງ​ຖື​ເອົາ​ວຽກ​ງານ​ດັ່ງ­ກ່າວ ເປັນ​ບຸ­ລິ­ມະ­ສິດ​ສຳ­ຄັນ​ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ເພື່ອ​ບໍ່​ໃຫ້​ມີ​ໜອນ​ນ້ຳ​ຍຸງ​ລາຍ​ເຮັດ​ໃຫ້​ປະ­ຊາ­ຊົນ ປາ­ສະ­ຈາກ​ການ​ເປັນ​ພະ­ຍາດ​ໄຂ້­ຍຸງ​ລາຍ ເຮັດ​ໃຫ້​ຕົວ​ເລກ​ການ​ລາຍ​ງານ​ກໍ­ລະ­ນີ​ເຈັບ­ເປັນ​ຍ້ອນ​ໄຂ້­ຍຸງ​ລາຍ​ຫຼຸດ​ລົງ​ເຖິງ 70% ທຽບ­ໃສ່​ປີ 2019.

Leave a Reply

error: Content is protected !!