ຊັອບເທັນນິດລາວ ຈົບພຽງທີ 3 ລາຍການ ຊີງແຊັມໂລກ ທີ່ປະເທດໄທ

    ທັບ​ນັກ​ກິ­ລາ​ຊັອບ​ເທັນ​ນິດ​ທີມ​ຊາດ​ລາວ ເຮັດ​ໄດ້​ດີ​ທີ່​ສຸດ​ພຽງ​ຈົບ​ອັນ​ດັບ​ທີ 3 ປະ­ເພດ​ທີມ​ຊຸດ​ຊາຍ ຈາກ 4 ຊາດ ໃນ​ການ​ແຂ່ງ­ຂັນ​ກິ­ລາ​ຊັອບ​ເທັນ​ນິດ​ຊີງ​ແຊ໋ມ​ໂລກ ຫຼື “The King’s Cup World Tour Master 2020 International Soft Tennis Championships” ທີ່​ແຂວງ​ຊົນ​ບູ​ລີ ປະ­ເທດ​ໄທ ຮັບ​ກຽດ​ເປັນ​ເຈົ້າ­ພາບ ລະ­ຫວ່າງ​ວັນ​ທີ 9-15 ມີ­ນາ ຜ່ານ​ມາ.

    ທ່ານ ບຸນ​ທະ​ມາ­ລີ ຫຼວງ​ໂຄດ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ຊັອບ​ເທັນ​ນິດ​ແຫ່ງ​ຊາດ​ລາວ ທັງ​ເປັນ​ຮອງ​ປະ­ທານ​ສະ­ຫະ­ພັນ​ຊັອບ​ເທັນ​ນິດ​ອາ​ຊຽນ ແຈ້ງ​ໃຫ້​ຊາບ​ວ່າ: ໃນ​ລະ­ຫວ່າງ​ວັນ​ທີ 9-15 ມີ­ນາ ຜ່ານ​ມາ ທີ່​ແຂວງ​ຊົນ​ບູ​ລີ ປະ­ເທດ​ໄທ ເປັນ​ເຈົ້າ­ພາບ ຈັດ­ການ​ແຂ່ງ­ຂັນ​ກິ­ລາ​ຊັອບ​ເທັນ​ນິດ​ຊີງ​ແຊ໋ມ​ໂລກ ຫຼື “The King’s Cup World Tour Master 2020 International Soft Tennis Championships” ຊຶ່ງ​ລາຍ­ການ​ດັ່ງ­ກ່າວ​ມີ​ພຽງ 4 ຊາດ ສົ່ງ​ນັກ​ກິ­ລາ​ເຂົ້າ​ຮ່ວມ ເຫດ­ຜົນ​ທີ່​ຫຼາຍ​ຊາດ​ບໍ່​ສົ່ງ​ຍ້ອນ​ເປັນ​ການ​ປ້ອງ​ກັນ​ນັກ​ກິ­ລາ ຫຼີກ​ລ່ຽງ​ບັນ­ຫາ​ການ​ຕິດ­ເຊື້ອ​ພະ­ຍາດ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ​ໃນ​ທົ່ວ​ໂລກ ສຳ­ລັບ​ນັກ​ກິ­ລາ 4 ຊາດ ປະ­ກອບ​ມີ ເຈົ້າ­ພາບ ໄທ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ແລະ ສປປ ລາວ ໃນ​ນັ້ນ ມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ 6 ລາຍ­ການ ຄື: ປະ­ເພດ​ດ່ຽວ​ຍິງ-ຊາຍ ທີມ​ຄູ່​ຍິງ-ຊາຍ ແລະ ທີມ​ຊຸດ​ຍິງ-ຊາຍ ແຕ່​ສະ­ເພາະ​ລາວ ສົ່ງ​ພຽງ 3 ລາຍ­ການ ກໍ​ຄື ດ່ຽວ ທີມ​ຄູ່ ແລະ ທີມ​ຊຸດ ປະ­ເພດ​ຊາຍ​ເທົ່າ​ນັ້ນ ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປະ­ກົດ​ວ່າ: ແຊ໋ມ​ທັງ 6 ລາຍ­ການ ແມ່ນ​ຕົກ​ເປັນ​ຂອງ​ເຈົ້າ­ພາບ ໄທ ທັງ​ໝົດ ສ່ວນ​ຜົນ­ງານ​ຂອງ​ທັບ​ນັກ​ກິ­ລາ​ລາວ​ເຮົາ ເຮັດ​ໄດ້​ດີ​ທີ່​ສຸດ​ພຽງ​ຈົບ​ອັນ​ດັບ​ທີ 3.

    ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຊີງ​ແຊ໋ມ​ໂລກ​ໃນ​ຄັ້ງ​ນີ້ ສາ­ມາດ​ຕີ​ລາ­ຄາ​ໄດ້​ສູງ ນັກ​ກິ­ລາ​ຊັອບ​ເທັນ​ນິດ​ລາວ ໄດ້​ຖອດ​ຖອນ​ບົດ­ຮຽນ​ອັນ​ລ້ຳ​ຄ່າ​ກັບ​ນັກ​ກິ­ລາ​ຕ່າງ­ປະ­ເທດ ໄດ້​ມີ​ປະ­ໂຫຍດ​ຢ່າງ​ຫຼວງ ເຊື່ອ​ວ່າ​ປະ­ສົບ​ການ​ຄັ້ງ​ນີ້ ຈະ​ສາ­ມາດ​ເຮັດ​ໃຫ້​ນັກ​ກິ­ລາ​ລາວ ນຳ​ມາ​ພັດ­ທະ­ນາ​ທີ່​ບ້ານ​ເກີດ​ໄດ້​ຢ່າງ​ມີ​ຄຸ­ນະ­ພາບ ແລະ ປະ​ສິດ­ທິ​ຜົນ​ທີ່​ດີ ອີກ​ຢ່າງ​ສະ­ຫະ­ພັນ​ຊັອບ​ເທັນ​ນິດ​ແຫ່ງ​ຊາດ ພວກ​ເຮົາ​ກໍ​ໄດ້​ມີ​ການ​ແລກ­ປ່ຽນ​ປະ­ສົບ​ການ​ກັບ​ສະ­ມາ­ຄົມ​ຊັອບ​ເທັນ​ນິດ​ໄທ ເປັນ­ຕົ້ນ​ແມ່ນ ໄດ້​ເຫັນ​ລະ­ບົບ​ການ​ບໍ­ລິ­ຫານ​ຂອງ​ວົງ​ການ​ຊັອບ​ເທັນ​ນິດ​ໄທ ຊຶ່ງ​ເປັນ​ປະ­ໂຫຍດ​ສູງ​ສຸດ ທີ່​ພວກ​ເຮົາ​ຈະ​ນຳ​ພັດ­ທະ­ນາ​ວົງ​ການ​ຊັອບ​ເທັນ​ນິດ​ລາວ ໃຫ້​ເຕີບ​ໃຫຍ່​ກວ່າ​ເກົ່າ ເນື່ອງ​ຈາກ​ຕະ­ຫຼອດ​ໄລ­ຍະ 10 ຜ່ານ​ມາ ຄວາມ​ນິ­ຍົມ​ການ​ຫຼິ້ນ​ກິ­ລາ​ຊັອບ​ເທັນ​ນິດ​ແມ່ນ​ມີ​ຂີດ​ຈຳ­ກັດ ແລະ ໜ້ອຍ​ທີ່​ສຸດ.

    ລາຍ­ການ​ນີ້ ສຳ­ລັບ​ຊັອບ​ເທັນ​ນິດ​ລາວ ໄດ້​ສົ່ງ​ນັກ​ກິ­ລາ​ເຂົ້າ​ຮ່ວມ​ຊີງ​ໄຊ 3 ລາຍ­ການ ກໍ​ຄື ດ່ຽວ ຄູ່ ແລະ ທີມ​ຊຸດ ຈຳ­ນວນ 5 ຄົນ (ຊາຍ​ໝົດ) ປະ­ກອບ​ມີ ອາ​ນັນ​ດາ ຄຳ​ພູ­ມີ ອາ​ນັນ​ດອນ ຄຳ​ພູ­ມີ ສົມ​ຊາຍ ວັນ­ນະ​ສັກ ໂຕ​ບີ້ ບຸນ​ສະ­ອາດ ແລະ ປະ­ລິນ­ຍາ ອິນ​ທະ­ລັງ​ສີ ສ່ວນ​ຄະ­ນະ​ນຳ​ແມ່ນ​ທ່ານ ບຸນ​ທະ​ມາ­ລີ ຫຼວງ​ໂຄດ ຜູ້​ຈັດ­ການ ແລະ ທ່ານ ພູ​ແກ້ວ ພັນ​ນະ​ລັດ ຫົວ­ໜ້າ​ຄູ​ຝຶກ​ເຂົ້າ​ຮ່ວມ​ແຂ່ງ­ຂັນ.

error: Content is protected !!