5 ປີຜ່ານມາ ປກສ ນະຄອນຫຼວງວຽງຈັນ ແກ້ໄຂຄະດີໄດ້ 1.000 ກວ່າເລື່ອງ

ອົງ­ຄະ​ນະ​ພັກ​ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ຄະ­ນະ​ພັກ​ໜຶ່ງ​ຢູ່​ພາຍ​ໃຕ້​ການ​ນຳ ພາ​ໂດຍ​ກົງ ເດັດ­ຂາດ ແລະ ຮອບ­ດ້ານ ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຄະ­ນະ​ພັກ​ກະ­ຊວງ​ປ້ອງ​ກັນ ຄວາມ​ສະ­ຫງົບ ມີ​ພາ­ລະ​ບົດ­ບາດ​ເປັນ​ເສ ນາ​ທິ​ການ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ ຫງົບ​ດ້ານ​ການ­ເມືອງ ແລະ ຄວາມ​ເປັນ ລະ­ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​ສັງ­ຄົມ​ຢູ່​ນະ ຄອນ​ຫຼວງ​ວຽງ​ຈັນ ຮັບ­ຜິດ­ຊອບ​ຊີ້​ນຳ-ນຳ ພາ​ກໍ່­ສ້າງ​ພັກ ກໍ່­ສ້າງ​ກຳ­ລັງ​ຢູ່​ໃນ​ຂອບ​ເຂດ ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ­ເມືອງ ເຂັ້ມ­ແຂງ​ທາງ​ດ້ານ​ການ­ຈັດ­ຕັ້ງ ລະ­ບຽບ​ວິ­ໄນ ແລະ ວິ­ຊາ​ສະ­ເພາະ​ເປັນ​ຫຼັກ​ແຫຼ່ງ ໃຫ້​ແກ່​ການ​ປະ­ຕິ­ບັດ​ແນວ­ທາງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ທົ່ວ​ປວງ​ຊົນ​ຮອບ­ດ້ານ​ຂອງ​ພັກ ແນ­ໃສ່​ຮັບ ປະ­ກັນ​ຄວາມ​ສະ­ຫງົບ ມີ​ສະ­ຖຽນ​ລະ​ພາບ ດ້ານ​ການ­ເມືອງ ຄວາມ​ເປັນ​ລະ­ບຽບ​ຮຽບ ຮ້ອຍ ແລະ ຄວາມ​ປອດ​ໄພ​ທົ່ວ​ນະ­ຄອນ ຫຼວງ​ວຽງ​ຈັນ.

ສະ­ຫາຍ ພັນ​ເອກ ສຸກ​ພະ­ຈັນ ບຸດ​ດາ ຄຳ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນະ ຄອນ​ຫຼວງ​ວຽງ​ຈັນ ໄດ້​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ­ເມືອງ​ທີ່​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ວ່າ: ຄະ­ນະ​ພັກ-ຄະ­ນະ​ກອງ​ບັນ­ຊາ​ການ ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ­ດາ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ຮັບ­ປະ­ກັນ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ​ປອດ​ໄພ ໂດຍ​ການ​ນຳ​ໃຊ້​ວຽກ​ງານ​ວິ­ຊາ​ສະ­ເພາະ ເຂົ້າ​ສະ­ກັດ​ກັ້ນ​ແກ້​ໄຂ​ໜໍ່​ແໜງ​ປັດ​ໄຈ​ທີ່​ບໍ່​ດີ ຈຳ­ກັດ​ບັນ­ດາ​ໄພ​ສັງ­ຄົມ​ທີ່​ກະ­ທົບ​ຕໍ່​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ ນຳ­ພາ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຕາມ​ຄຳ​ສັ່ງ​ເລກ​ທີ 27/ນຍ ຄຳ​ສັ່ງ​ເລກ​ທີ 1470/ປກສ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ສະ­ກັດ​ກັ້ນ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ແລະ ສຸມ​ໃສ່​ແກ້​ໄຂ​ອຸ­ບັດ​ຕິ​ເຫດ ຢາ​ເສບ​ຕິດ ອັກ­ຄີ​ໄພ ແລະ ຂໍ້​ຂັດ​ແຍ້ງ​ທີ່​ດິນ (4 ຫຼຸດ) ຕິດ​ພັນ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 4 ແຜນ​ງານ​ສະ­ເພາະ​ກິດ ເພື່ອ​ສ້າງ​ເງື່ອນ­ໄຂ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ຄື: ໃນ 5 ປີ­ຜ່ານ­ມາ ມີ​ລາຍ​ຄະ­ດີ​ອາ­ຍາ​ເກີດ​ຂຶ້ນ​ທັງ​ໝົດ 14.614 ເລື່ອງ ແກ້​ໄຂ​ໄດ້ 10.964 ເລື່ອງ ກັກ​ຕົວ​ຜູ້​ກະ­ທຳ​ຜິດ​ມາ​ດຳ­ເນີນ​ຄະ­ດີ 12.906 ຄົນ ຍິງ1.689 ຄົນ ເກັບ​ກູ້​ຊັບ​ສິນ ແລະ ຂອງ​ກາງ​ຄະ­ດີ​ສົ່ງ​ຄືນ​ໃຫ້​ລັດ​ລວມ​ໝູ່ ແລະ ພົນ­ລະ­ເມືອງ​ເປັນ​ເງິນ 3 ຕື້​ກວ່າ​ກີບ ຄຳ​ຮູບ​ປະ­ພັນ 13 ກິ​ໂລ ແລະ 26 ບາດ ລົດ​ໃຫຍ່​ຈຳ­ນວນ 25 ຄັນ ລົດ­ຈັກ 1.874 ຄັນ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 165 ຄັ້ງ ສ້າງ​ຜົນ​ເສຍ​ຫາຍ​ປະ­ມານ 56 ຕື້​ກວ່າ​ກີບ ເສຍ​ຊີ­ວິດ 1 ຄົນ ໄດ້​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ກຸ່ມ​ແກ້ງ​ກວນ​ເມືອງ​ຕາມ​ຖະ­ໜົນ ສາ­ມາດ​ກັກ​ລົດ­ຈັກ​ບໍ່​ມີ​ປ້າຍ ບໍ່​ມີ​ເອ­ກະ­ສານ ແລະ ລົດ​ດັດ­ແປງ​ສະ­ພາບ​ໄດ້ 554 ຄັນ ລົດ​ໃຫຍ່ 6 ຄັນ ແກ້​ໄຂ​ລົດ​ທີ່​ກັກ​ມາ​ໄດ້ 457 ຄັນ ພ້ອມ​ທັງ​ສຶກ​ສາ​ອົບ­ຮົມ​ປັບ​ໃໝ​ເຈົ້າ​ຂອງ​ລົດ ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ເສັ້ນ­ທາງ ໂຄ­ສະ­ນາ​ກົດ​ລະ­ບຽບ​ຈະ­ລາ­ຈອນ ແລະ ເຜີຍ­ແຜ່​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຫຼຸດ­ຜ່ອນ​ອຸ­ປະ­ຕິ­ເຫດ ແລະ ຂັບ​ຂີ່​ປອດ​ໄພ ເພື່ອ​ຫຼຸດ­ຜ່ອນ​ອຸ­ປະ­ຕິ­ເຫດ ຜ່ານ​ມາ​ໄດ້​ກວດ­ກາ​ພົບ​ເຫັນ​ຜູ້​ລະ­ເມີດ​ກົດ​ລະ­ບຽບ​ຈະ­ລາ­ຈອນ 55.477 ຄົນ ຍິງ 5.119 ຄົນ ສຶກ​ສາ​ອົບ­ຮົມ​ກ່າວ​ເຕືອນ 22.753 ຄົນ ຍິງ 7.976 ຄົນ ກັກ​ເອກ​ກະ​ສານ 31.161 ໃບ ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 6.975 ລາຍ ມີ​ພາ­ຫະ­ນະ​ເປ່​ເພ​ເສຍ​ຫາຍ 6.259 ຄັນ ຄົນ​ບາດ­ເຈັບ 4.559 ຄົນ ແລະ ເສຍ​ຊີ­ວິດ 742 ຄົນ.

ໄດ້​ເປັນ​ເຈົ້າ​ການ​ສະ­ກັດ​ກັ້ນ ຕ້ານ​ກຸ່ມ​ແກ້ງ​ຜະ­ລິດ ຄ້າ­ຂາຍ ມົ້ວ​ສຸມ ແລະ ເສບ​ຢາ​ເສບ​ຕິດ ຕິດ­ຕາມ​ກວດ­ກາ​ຂຶ້ນ​ບັນ­ຊີ​ກຳ­ນົດ​ເປົ້າ​ໝາຍ ແລະ ໄດ້​ສົມ­ທົບ​ກັບ ປກສ ກຸ່ມ​ບ້ານ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ ສາ­ມາດ​ແກ້​ໄຂ​ເປົ້າ​ໝາຍ​ຊື້​ຂາຍ ຂົນ­ສົ່ງ ແລະ ມົ້ວ​ສຸມ​ຢາ​ເສບ​ຕິດ​ໄດ້​ທັງ​ໝົດ 4.158 ເລື່ອງ ໃນ​ນັ້ນ ຊື້-ຂາຍ 2.907 ເລື່ອງ ມົ້ວ​ສຸມ​ເສບ​ຢາ​ເສບ​ຕິດ 1.251 ເລື່ອງ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ 7.042 ຄົນ ຍິງ 760 ຄົນ​ຄົນ​ຕ່າງ­ປະ­ເທດ 19 ຄົນ ຍິງ 2 ຄົນ ໄດ້​ບຳ ບັດ​ປິ່ນ­ປົວ​ຜູ້​ຕິດ​ຢາ​ເສບ​ຕິດ​ຢູ່​ສູນ​ສົມ​ສະ­ຫງ່າ​ຈຳ­ນວນ 6.100 ຄົນ.

ສຳ­ລັບ​ທິດ​ທາງ ແລະ ຄາດ­ໝາຍ​ການ​ພັດ­ທະ­ນາ ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ ແຕ່​ນີ້​ຮອດ​ປີ 2025 ຄະ­ນະ​ພັກ-ຄະ­ນະ​ກອງ​ບັນ­ຊາ​ການ ຈະ​ເພີ່ມ​ທະ­ວີ​ຈັດ​ຕັ້ງ​ຜັນ​ຂະ​ຫາຍ​ແນວ­ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ທົ່ວ​ປວງ​ຊົນ​ຮອບ­ດ້ານ​ໃຫ້​ເລິກ­ເຊິ່ງ ກາຍ­ເປັນ​ໜ້າ­ທີ່​ຂອງ​ທົ່ວ​ປວງ​ຊົນ ຍົກ​ສູງ​ບົດ­ບາດ​ການ​ນຳ­ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ປ້ອງ​ກັນ ຄວາມ​ສະ­ຫງົບ ທາງ​ດ້ານ​ການ­ເມືອງ ແລະ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ​ຢ່າງ­ຮອບ­ດ້ານ​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຕັ້ງ­ໜ້າ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ໃຫ້​ມີ​ການ​ຫັນ­ປ່ຽນ​ຢ່າງ​ຕັ້ງ­ໜ້າ ຈຳ­ກັດ ແລະ ສະ­ກັດ​ກັ້ນ​ໜໍ່​ແໜ່ງ​ທີ່​ຈະ​ພາ­ໃຫ້​ກະ­ທົບ​ຕໍ່​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ກໍ​ຄື ຕໍ່​ຄວາມ​ໝັ້ນ ຄົງ​ການ­ເມືອງ ເສດ­ຖະ­ກິດ ແລະ ວັດ​ທະ ນະ​ທຳ-ສັງ­ຄົມ ແລະ ອື່ນໆ.

error: Content is protected !!