AFC ລົງວິໄນນັກເຕະລາວ ບໍ່ໃຫ້ຫຍຸ້ງທຸກໆກິດຈະກຳກ່ຽວກັບບານເຕະ

ອີງ​ຕາມ​ຂໍ້​ມູນ​ຈາກ​ເຟ​ສ​ບຸກ ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 30 ກໍ­ລະ­ກົດ 2020 ຢູ່​ກົວ​ລາ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ ຄະ­ນະ​ກຳ­ມະ­ການ​ລະ­ບຽບ​ວິ­ໄນ ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ (AFC) ໄດ້​ມີ​ມະ­ຕິ​ຕົກ­ລົງ​ລົງ​ວິ­ໄນ ທ. ທິບ​ພອນ​ໄຊ ອິນ​ທະ​ວົງ­ສາ ຫ້າມ​ບໍ່​ໃຫ້​ຫຍຸ້ງ​ກ່ຽວ​ກັບ​ທຸກໆ​ກິດ­ຈະ­ກຳ​ກ່ຽວ​ກັບ​ກີ­ລາ​ບານ­ເຕະ​ຕະ­ຫຼອດ​ຊີ­ວິດ ໂດຍ​ທີ່​ຜູ້­ກ່ຽວ​ໄດ້​ລະ­ເມີດ​ມາດ­ຕາ 66.1 ຂອງ​ກົດ​ລະ­ບຽບ​ວ່າ​ດ້ວຍ​ວິ­ໄນ ແລະ ຈັນ​ຍາ​ບັນ​ຂອງ AFC ໂດຍ​ມີ​ສ່ວນ​ກ່ຽວ­ຂ້ອງ​ກັບ​ການ​ລ໋ອກ​ສະ​ກໍ ໃນ​ການ​ແຂ່ງ­ຂັນ​ນັດ​ມິດ­ຕະ­ພາບ​ລະ­ຫວ່າງ​ທີມ​ຊາດ​ຮົງ​ກົງ ແລະ ທີມ​ຊາດ​ລາວ ໃນ​ວັນ​ທີ 5 ຕຸ­ລາ 2017 ທີ່​ເຂດ​ປົກ­ຄອງ​ພິ­ເສດ​ຮົງ​ກົງ ຜົນ​ປາ­ກົດ​ວ່າ​ທີມ​ຊາດ​ລາວ ເສຍ​ໃຫ້​ກັບ​ທີມ​ຊາດ​ຮົງ​ກົງ 0-4.

ຜູ້­ກ່ຽວ​ແມ່ນ​ບໍ່​ໄດ້​ຮ່ວມ​ທີມ​ໄປ​ແຂ່ງ­ຂັນ​ໃນ​ນັດ​ດັ່ງ­ກ່າວ ແຕ່​ຫາກ​ເປັນ​ຜູ້​ຕິດ­ຕໍ່​ປະ­ສານ​ງານ​ໃຫ້​ມີ​ການ​ລ໋ອກ​ສະ​ກໍ ໃນ​ໜ້າ​ຂ່າວ​ຫຼາຍ​ສຳ­ນັກ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ລົງ​ຂ່າວ​ກ່ຽວ​ກັບ​ກໍ­ລະ­ນີ​ນີ້ ເຊິ່ງ​ຮູບ​ພາບ​ປະ­ກອບ​ນັ້ນ ແມ່ນ​ຜູ້​ຮັກ­ສາ​ປະ­ຕູ​ທີ່​ລົງ​ແຂ່ງ­ຂັນ​ໃນ​ນັດ​ດັ່ງ­ກ່າວ ທີ່​ບໍ່​ມີ​ສ່ວນ​ກ່ຽວ­ຂ້ອງ​ກັບ​ການ​ລ໋ອກ​ສະ​ກໍ ເຊິ່ງ​ອາດ​ເຮັດ​ໃຫ້​ມວນ​ຊົນ​ເຂົ້າ­ໃຈ​ຜິດ ວ່າ​ແມ່ນ​ຜູ້​ກະ­ທຳ​ຜິດ​ດັ່ງ­ນັ້ນ ສຕລ ຈຶ່ງ​ຂໍ​ແຈ້ງ​ມາ​ຍັງ​ບັນ­ດາ​ມວນ​ຊົນ ເພື່ອ​ຊີ້​ແຈງ​ລາຍ​ລະ­ອຽດ​ຂອງ​ກໍ­ລະ­ນີ​ດັ່ງ­ກ່າວ.

ສຕລ ໄດ້​ຮ່ວມ​ມື​ກັບ FIFA ແລະ AFC ໃນ​ການ​ສະ­ກັດ​ກັ້ນ​ການ​ລ໋ອກ​ສະ​ກໍ​ໃນ​ກີ­ລາ​ບານ­ເຕະ​ຢ່າງ​ເຄັ່ງ​ຄັດ ນອກ​ນັ້ນ ສຕລ ຍັງ​ໄດ້​ຈັດ­ການ​ເຝິກ­ອົບ­ຮົມ​ຢ່າງ​ເປັນ​ປະ­ຈຳ ໃຫ້​ກັບ​ນັກ­ກີ­ລາ ແລະ ຄະ­ນະ​ຄູ​ເຝິກ​ທີມ​ຊາດ​ລາວ​ທຸກໆ​ລຸ້ນ ກ່ອນ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ລະ­ດັບ​ພາກ​ພື້ນ ແລະ ສາ­ກົນ ລວມ​ທັງ​ບັນ­ດາ​ສະ­ໂມ­ສອນ​ບານ­ເຕະ​ສະ­ມາ­ຊິກ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ຂອງ ສຕລ ໃນ​ທຸກໆ​ລາຍ­ການ ກ່ຽວ​ກັບ​ຄວາມ​ອັນ­ຕະ­ລາຍ​ຂອງ​ການ​ລ໋ອກ​ສະ​ກໍ.

error: Content is protected !!