ຮອງນາຍົກ ລົງຕິດຕາມກວດກາສູນແຍກປ່ຽວຫຼັກ 27

ວັນ​ທີ 4 ສິງ­ຫາ 2020 ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງ​ຢ້ຽມ­ຢາມ ແລະ ຕິດ­ຕາມ​ກວດ­ກາ​ຄວາມ​ຄືບ​ໜ້າ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກັກ​ກັນ ແລະ ກວດ​ຫາ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຢູ່​ສູນ​ແຍກ​ປ່ຽວ​ຫຼັກ 27 ນະ­ຄອນ­ຫຼວງ​ວຽງ​ຈັນ.

ໃນ​ໂອ­ກາດ​ນີ້ ທ່ານ ດຣ ນາ­ລີ ຂັນ​ທະ​ລັກ ຫົວ­ໜ້າ​ສູນ​ແຍກ​ປ່ຽວ ຫຼັກ 27 ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ສະ­ພາບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ສູນ ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ຕົກ­ລົງ​ໃຫ້​ນຳ​ໃຊ້​ສູນ​ແຫ່ງ​ນີ້​ເປັນ​ບ່ອນ​ກັກ​ຕົວ ແລະ ແຍກ​ປ່ຽວ​ຈຳ­ນວນ 14 ວັນ​ຂອງ​ຄົນ​ລາວ​ທີ່​ກັບ​ມາ​ຈາກ​ຕ່າງ­ປະ­ເທດ ສ່ວນ​ໃຫຍ່​ເປັນ​ແຮງ​ງານ​ລາວ​ທີ່​ກັບ​ຈາກ​ຕ່າງ­ປະ­ເທດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຫຼ້າ​ສຸດ ສູນ​ແຫ່ງ​ນີ້​ຍັງ​ເຫຼືອ​ຜູ້​ກັກ​ກັນ 350 ກວ່າ​ຄົນ​ທີ່​ມາ​ຈາກ​ນະ­ຄອນ ຫຼວງ​ວຽງ​ຈັນ ແລະ ແຂວງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ສ່ວນ​ຜູ້​ທີ່​ອອກ​ຈາກ​ສູນ​ໄປ​ກ່ອນ​ໜ້າ​ນີ້ ມີ​ຈຳ­ນວນ 3.000 ກວ່າ​ຄົນ ບໍ່​ພົບ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຈັກ​ຄົນ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຊົມ­ເຊີຍ​ຕໍ່​ຄະ­ນະ​ຮັບ­ຜິດ­ຊອບ ແລະ ເຈົ້າ​ໜ້າ­ທີ່​ສູນ​ແຍກ​ປ່ຽວ ຫຼັກ 27 ນະ­ຄອນ­ຫຼວງ​ວຽງ​ຈັນ ທຸກ​ຄົນ​ທີ່​ປະ­ກອບ­ສ່ວນ ແລະ ປະ­ຕິ­ບັດ​ໜ້າ­ທີ່​ອັນ​ມີ​ກຽດ​ຄັ້ງ​ນີ້​ຢ່າງ​ເປັນ​ເຈົ້າ​ການ​ແບບ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ ແລະ ຍອມ​ເສຍ­ສະ­ຫຼະ​ເວ­ລາ​ສ່ວນ​ຕົວ​ເພື່ອ​ສ່ວນ​ລວມ ເຂົ້າ​ໃນ​ວຽກ​ງານ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ປະ­ເທດ​ເຮົາ​ສາ­ມາດ​ຄວບ​ຄຸມ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໄດ້​ດີ ບໍ່​ພົບ​ຜູ້​ຕິດ­ເຊື້ອ​ເປັນ​ເວ­ລາ​ຫຼາຍ​ວັນ​ຕິດ­ຕໍ່​ກັນ​ຈົນ​ເຖິງ​ທຸກ​ມື້­ນີ້ ພ້ອມ​ນີ້ ຍັງ​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ນຳ​ເອົາ​ຄຳ​ສະ­ເໜີ​ຂອງ​ເຈົ້າ​ໜ້າ­ທີ່​ສູນ​ທີ່​ເຫັນ​ວ່າ​ຍັງ​ເປັນ​ຈຸດ​ອ່ອນ ນຳ­ໄປ​ປັບ­ປຸງ ແລະ ສະ­ເໜີ​ຕໍ່​ລັດ­ຖະ­ບານ​ເພື່ອ​ແກ້​ໄຂ​ຊ່ວຍ­ເຫຼືອ​ໃນ​ຂັ້ນ​ຕໍ່​ໄປ.

error: Content is protected !!