1.261 ຄອບຄົວໃນ 2 ແຂວງ ໄດ້ຮັບຜົນກະທົບຈາກພາຍຸຊິນລາກຸ

ເນື່ອງ​ຈາກ​ພາ­ຍຸ ຊິນ​ລາ​ກຸ (SINLAKU) ໄດ້​ພັດ​ຜ່ານ ສປປ ລາວ ໃນ​ວັນ​ທີ 2 ສິງ­ຫາ 2020 ເຮັດ​ໃຫ້​ເກີດ​ຝົນ­ຕົກ​ໜັກ ນ້ຳ​ຖ້ວມ ແລະ ດິນ​ເຈື່ອນ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ປະ­ຊາ­ຊົນ​ຢູ່ 2 ແຂວງ ຄື: ແຂວງ​ໄຊ​ຍະ​ບູ​ລີ ແລະ ແຂວງ​ວຽງ​ຈັນ 12 ເມືອງ (ໃນ​ນີ້ ແຂວງ​ໄຊ​ຍະ​ບູ​ລີ​ມີ 9 ເມືອງ ຄື: ເມືອງ​ໄຊ​ຍະ​ບູ​ລີ ຊຽງ​ຮ່ອນ ຫົງ​ສາ ເງິນ ໄຊ​ສະ­ຖານ ພຽງ ບໍ່​ແຕນ ທົ່ງ​ມີ​ໄຊ ແກ່ນ​ທ້າວ ແລະ ແຂວງ​ວຽງ​ຈັນ​ມີ 3 ເມືອງ ຄື: ເມືອງ​ຊະ­ນະ​ຄາມ ເມືອງ​ວັງ​ວຽງ ເມືອງ​ກາ­ສີ) 87 ບ້ານ 1.261 ຄອບ­ຄົວ 3.406 ຄົນ (ຍິງ 1.672 ຄົນ) ເຮືອນ​ເສຍ​ຫາຍ 150 ຫຼັງ ເນື້ອ­ທີ່​ນາ​ຖືກ​ນ້ຳ​ຖ້ວມ 562.81 ເຮັກ­ຕາ ນອກ​ນີ້ ຍັງ​ສົ່ງ​ຜົນ​ກະ­ທົບ​ຕໍ່​ພື້ນ­ຖານ​ໂຄງ​ລ່າງ​ຈຳ­ນວນ​ໜຶ່ງ.

ໃນ​ວັນ​ທີ 5 ສິງ­ຫາ 2020 ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ທັງ​ເປັນ​ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ຄະ­ນະ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ພ້ອມ​ຄະ­ນະ ໄດ້​ລົງ​ໄປ​ຊຸກ­ຍູ້​ຕິດ­ຕາມ ແລະ ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ຜູ້​ທີ່​ປະ­ສົບ​ໄພ­ພິ­ບັດ​ດັ່ງ­ກ່າວ​ໃນ 2 ແຂວງ​ຄື ໄຊ​ຍະ​ບູ​ລີ ແລະ ແຂວງ​ວຽງ​ຈັນ.

error: Content is protected !!