ບໍລິຄັນ ອອກແຈ້ງການ ກຽມຮັບມືກັບໄພພິບັດນ້ຳຖ້ວມ

ຈາກ​ສະ­ພາບ​ຝົນ­ຕົກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ ຍ້ອນ​ພາ­ຍຸ​ພັດ​ຜ່ານ ເຮັດ​ໃຫ້​ຫຼາຍ​ປະ­ເທດ​ຖືກ​ນ້ຳ​ຖ້ວມ ສະ ເພາະ ສປປ ລາວ ກໍ​ມີ​ສະ­ພາບ​ນ້ຳ​ຖ້ວມ​ຢູ່​ບາງ​ທ້ອງ­ຖິ່ນ ເປັນ­ຕົ້ນ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ ສ່ວນ​ພາກ​ກາງ ກໍ​ມີ​ບາງ​ແມ່­ນ້ຳ​ທີ່​ລະ­ດັບ​ນ້ຳ​ເພີ່ມ​ຂຶ້ນ​ເລື້ອຍໆ ໂດຍ​ສະ­ເພາະ​ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເຮັດ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ເມືອງ ໄດ້​ອອກ​ແຈ້ງ​ການ​ໃຫ້​ເຝົ້າ​ລະ­ວັງ​ແມ່­ນ້ຳ ມາ​ຮອດ​ວັນ​ທີ 5 ສິງ­ຫາ 2020 ນ້ຳ​ໄດ້​ໄຫຼ​ເຂົ້າ​ເທດ­ສະ­ບານ​ເມືອງ​ດັ່ງ­ກ່າວ​ບາງ​ຈຸດ ເປັນ­ຕົ້ນ​ເຂດ​ບ້ານ​ນາ​ແຫນ ສີ​ສະ­ຫວາດ ຫາດ​ດອນ​ຄູນ ແລະ ຈຸດ ອື່ນໆ​ທີ່​ຕ່ຳ ຈຶ່ງ​ຮຽກ­ຮ້ອງ​ທຸກ​ຄົນ​ມີ​ສະ­ຕິ​ກຽມ​ຍົກ­ຍ້າຍ​ເຄື່ອງ​ຂອງ ແລະ ສັດ­ລ້ຽງ​ອອກ​ຈາກ​ຈຸດ​ທີ່​ມີ​ຄວາມ​ສ່ຽງ.

ເພື່ອ​ກຽມ­ພ້ອມ​ຕອບ​ໂຕ້ ແລະ ຮັບ​ມື​ກັບ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ ວັນ​ທີ 4 ສິງ­ຫາ 2020 ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ບໍ​ລິ​ຄັນ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວ­ໜ້າ​ຫ້ອງ­ການ ອົງ­ການ​ທຽບ​ເທົ່າ ກອງ​ບັນ­ຊາ​ການ ປກຊ ກອງ​ບັນ­ຊາ​ການ ປກສ ເມືອງ ນາຍ­ບ້ານ ປະ­ຊາ­ຊົນ ແລະ ທຸກ​ພາກ­ສ່ວນ ຊາບ​ວ່າ: ວັນ​ທີ 3-10 ສິງ­ຫາ 2020 ຈະ​ເກີດ​ມີ​ຝົນ­ຕົກ​ເປັນ​ບໍ­ລິ­ເວນ​ກວ້າງ ພ້ອມ​ມີ​ລົມ​ພັດ​ແຮງ​ທົ່ວ​ແຂວງ ໂດຍ​ສະ­ເພາະ​ທົ່ວ​ເມືອງ​ບໍ​ລິ​ຄັນ ຈາກ​ການ​ລົງ​ກວດ­ກາ​ຕິດ­ຕາມ​ສະ­ພາບ​ນ້ຳ​ສາຍ​ຕ່າງໆ​ແມ່ນ​ເພີ່ມ​ຂຶ້ນ​ຫຼາຍ ແລະ ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ ຈຶ່ງ​ເຕືອນ​ໃຫ້​ທຸກ​ພາກ­ສ່ວນ​ມີ​ສະ­ຕິ​ລະ­ວັງ​ຕົວ​ຕໍ່​ພາ­ຍຸ​ລົມ​ແຮງ ຝົນ­ຕົກ​ໜັກ ນ້ຳ​ຖ້ວມ​ຂັງ ນ້ຳ​ເຊາະ​ດິນ​ເຈື່ອນ ແລະ ການ​ແຜນ​ລະ­ບາດ​ຂອງ​ພະ­ຍາດ​ຕ່າງໆ ເພື່ອ​ຮັບ​ມື​ໃຫ້​ໄດ້​ຢ່າງ​ທັນ​ການ.

ໃຫ້​ທຸກ​ພາກ­ສ່ວນ​ທີ່­ຢູ່​ເຂດ​ທີ່​ມີ​ຄວາມ​ສ່ຽງ​ກຽມ­ພ້ອມ​ດ້ານ​ສະ­ຖານ­ທີ່​ມີ​ຄວາມ​ປອດ​ໄພ ເພື່ອ​ຍົກ­ຍ້າຍ​ວັດ­ຖຸ​ສິ່ງ​ຂອງ​ຕ່າງໆ​ໃນ​ເມື່ອ​ມີ​ເຫດ­ການ​ເກີດ​ຂຶ້ນ ຫ້າມ​ໄປ​ຢູ່​ບ່ອນ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ນ້ຳ​ປ່າ​ໄຫຼ​ແຮງ ການ​ເຊາະ​ເຈື່ອນ​ຂອງ​ດິນ​ພູ ແລະ ດິນ​ແຄມ​ຕາ­ຝັ່ງ​ຂອງ​ສາຍ​ນ້ຳ​ຕ່າງໆ ຖ້າ​ຜູ້​ໃດ​ຢູ່​ເຂດ​ສ່ຽງ​ດັ່ງ­ກ່າວ​ແມ່ນ​ໃຫ້​ຍົກ­ຍ້າຍ​ອອກ ໃຫ້​ນາຍ­ບ້ານ​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ປະ­ສານ​ງານ​ກັບ​ຂັ້ນ​ເທິງ ພ້ອມ​ແຈ້ງ​ໃຫ້​ປະ­ຊາ­ຊົນ​ຮັບ​ຮູ້​ຂໍ້​ມູນ​ຂ່າວ­ສານ​ຈາກ​ການ­ຈັດ­ຕັ້ງ-ຂະ­ແໜງ­ການ​ກ່ຽວ­ຂ້ອງ​ແຕ່​ລະ​ໄລ­ຍະ ຜ່ານ​ໂທລະ​ໂຄ່ງ ແລະ ສື່​ຕ່າງໆ ໃຫ້​ບ້ານ​ກະ­ກຽມ​ເຮືອ ແລະ ວັດ­ຖຸ​ອຸ­ປະ­ກອນ​ຕ່າງໆ​ໄວ້​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ ໃຫ້​ຄະ­ນະ​ຕ້ານ​ໄພ­ພິ­ບັດ​ຂັ້ນ​ເມືອງ ແລະ ຫົວ­ໜ້າ​ຫ້ອງ­ການ ອົງ­ການ ແຈ້ງ​ໃຫ້​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ​ທີ່­ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ​ຮັບ​ຊາບ ກຽມ​ຄວາມ​ຮັບ​ມື ເຂົ້າ​ຮ່ວມ​ອຳ­ນວຍ​ຄວາມ​ສະ­ດວກ​ຮັບ​ໃຊ້ ເວລາ​ມີ​ຄວາມ​ຈຳ­ເປັນ ພ້ອມ​ທັງ​ຕິດ­ຕາມ​ແກ້​ໄຂ​ສະ­ພາບ​ເສັ້ນ­ທາງ ການ​ສັນ­ຈອນ ສະ­ພາບ​ລະ­ບາດ​ຂອງ​ພະ ຍາດ ກຽມ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ເພື່ອ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ.

error: Content is protected !!