ພິທີມອບ-ຮັບຢາປົວພະຍາດ ແລະ ອຸປະກອນການແພດ ຈາກປະຊາຊົນ ແລະ ລັດຖະບານອິນເດຍ ໃຫ້ປະຊາຊົນ ແລະ ລັດຖະບານລາວ ຈັດຂຶ້ນວັນທີ 4 ສິງຫາ 2020 ຢູ່ກະຊວງສາທາລະນະສຸກ ເຊິ່ງມອບໂດຍທ່ານ Dinkar Asthana ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ແລະ ຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງເພື່ອຕອບສະໜອງຕໍ່ການສົນທະນາທາງໂທລະສັບ ລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ Shri Narendra Modi ນາຍົກລັດຖະມົນຕີອິນເດຍ ວັນທີ 12 ມິຖຸນາ ຜ່າມມາ ໂດຍຜູ້ນຳທັງສອງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາດ້ານສຸຂະພາບ ແລະ ເສດຖະກິດ ທີ່ເກີດຈາກພະຍາດໂຄວິດ-19 ໃນທົ່ວໂລກ ເຊິ່ງຜູ້ນຳທັງສອງໄດ້ຕົກລົງເຫັນດີກ່ຽວກັບຄວາມຈຳເປັນໃນການຮ່ວມມືກັບສາກົນ ແລະ ເພື່ອແລກປ່ຽນປະສົບການ ແລະ ການປະຕິບັດ ເປັນການກຽມພ້ອມຕໍ່ກັບສະພາບການຫຼັງການລະບາດຂອງພະຍາດດັ່ງກ່າວ ພ້ອມນີ້ທ່ານ Shri Narendra Modi ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາມາດຕະການທີ່ມີປະສິດທິຜົນ ທີ່ລັດຖະບານລາວປະຕິບັດເພື່ອສະກັດກັ້ນການແຜ່ລະບາດຂອງໂຣກລະບາດຢູ່ ສປປ ລາວ ອີກດ້ວຍ.
ໂອກາດນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນ ແລະ ລັດຖະບານອິນເດຍ ທີ່ໃຫ້ການຊ່ວຍເຫຼືອດ້ານຢາປົວພະຍາດ ແລະ ອຸປະກອນການແພດ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ແລະ ເປັນການຢ້ຳເຕືອນເຖິງຄວາມເປັນມິດຕະພາບອັນໃກ້ຊິດຂອງສອງຝ່າຍ ກໍຄືການພົວພັນຂອງສອງປະເທດ.