ສື່ມວນຊົນ ມີສ່ວນຮ່ວມໃນການສົ່ງເສີມວຽກງານບໍລິຈາກເລືອດ

ທ່ານ ແພງ​ທອງ ບານ​ຈັນ­ທະ​ວົງ ຮອງ​ຫົວ­ໜ້າ​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ໃຫ້​ສຳ​ພາກ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13 ສິງ­ຫາ 1950-13 ສິງ­ຫາ 2020) ທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ໃນ​ນາມ​ຕາງ­ໜ້າ​ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ສູນ​ເລືອດ​ແຫ່ງ​ຊາດ ແລະ ບັນ­ດາ​ສູນ​ເລືອດ​ທົ່ວ​ປະ­ເທດ ຂໍ​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຂອບ­ໃຈ​ເປັນ​ຢ່າງ​ສູງ ມາ​ຍັງ​ສື່​ມວນ​ຊົນ​ລາວ​ທຸກ​ພາກ­ສ່ວນ ທີ່​ໄດ້​ເຮັດ​ໜ້າ­ທີ່​ຂອງ​ຕົນ​ຢ່າງ​ຕັ້ງ­ໜ້າ ໃນ​ການ​ປະ­ກອບ­ສ່ວນ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ເວົ້າ​ສະ­ເພາະ ການ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ວຽກ​ງານ​ການ​ປຸກ­ລະ­ດົມ​ຂົນ­ຂວາຍ​ຜູ້​ບໍ­ລິ­ຈາກ​ເລືອດ​ແບບ​ສະ­ໝັກ​ໃຈ ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ​ໄດ້​ຮັບ​ຮູ້​ຢ່າງ​ກວ້າງ­ຂວາງ.

ປັດ­ຈຸ­ບັນ ວຽກ​ງານ​ການ​ບໍ­ລິ­ຈາກ​ເລືອດ​ໄດ້​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ມີ​ຜົນ­ສຳ­ເລັດ​ຢ່າງ​ໜ້າ​ພໍ­ໃຈ ພິ­ເສດ​ແມ່ນ​ມີ​ພະ­ນັກ­ງານ​ສື່​ມວນ​ຊົນ​ຈຳ­ນວນ​ໜຶ່ງ ໄດ້​ເປັນ​ແບບ­ຢ່າງ​ທີ່​ດີ​ຕໍ່​ການ​ປະ­ກອບ­ສ່ວນ​ບໍ­ລິ­ຈາກ​ເລືອດ​ເພື່ອ​ສັງ­ຄົມ​ໃນ​ແຕ່​ລະ​ໄລ­ຍະ ທັງ​ເຮັດ​ວຽກ​ໂຄ­ສະ­ນາ​ເຜີຍ­ແຜ່ ທັງ​ເປັນ​ຜູ້​ບໍ­ລິ­ຈາກ​ເລືອດ​ເປັນ​ປະ­ຈຳ ຈົນ​ໄດ້​ຮັບ​ການ​ຍ້ອງ­ຍໍ​ຊົມ­ເຊີຍ​ຈາກ​ການ­ຈັດ­ຕັ້ງ ພັກ-ລັດ ແລະ ພາກ­ສ່ວນ​ອື່ນໆ.

ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ​ທີ່​ຈະ​ມາ​ເຖິງ​ນີ້ ຂໍ​ອວຍ​ໄຊ​ໃຫ້​ພອນ​ມາ​ຍັງ​ພະ­ນັກ­ງານ-ລັດ­ຖະ­ກອນ​ຂອງ​ສື່​ມວນ​ຊົນ​ລາວ​ທຸກ​ຂະ­ແໜງ­ການ ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ ແລະ ມີ​ຜົນ­ສຳ­ເລັດ​ໃນ​ໜ້າ­ທີ່ ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້ ພິ­ເສດ​ຂໍ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ມາ​ຍັງ​ຜູ້­ນຳ​ພັກ-ລັດ ຈົ່ງ​ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ສືບ­ຕໍ່​ຊີ້​ນຳ​ສື່​ມວນ​ລາວ​ໃຫ້​ກ້າວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

error: Content is protected !!