ສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ ເພື່ອສຸຂະພາບທີ່ດີໃນໂລກ

ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ສັບ­ປະ­ດາ​ສາ­ກົນ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ຈັດ​ຂຶ້ນ​ວັນ​ທີ 5 ສິງ­ຫາ 2020 ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ ວິ­ທະ­ຍາ­ສາດ​ສຸ­ຂະ­ພາບ (ມວ​ສ) ພາຍ​ໃຕ້​ຄຳ​ຂວັນ “ສົ່ງ­ເສີມ​ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ເພື່ອ​ສຸ­ຂະ­ພາບ​ທີ່​ດີ​ໃນ​ໂລກ” ໂດຍ​ມີ​ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ​ນາງ Pia Rebello Britto ຜູ້­ຕາງ­ໜ້າ​ອົງ­ການ UNICEF ປະ­ຈຳ​ລາວ ທ່ານ Leo Faber ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ­ຫະ­ພາບ​ເອີ​ຣົບ (EU) ປະ­ຈຳ​ລາວ ພ້ອມ​ດ້ວຍ​ບັນ­ດາ​ກົມ ສູນ ສະ​ຖາ​ບັນ ຄະ­ນະ​ອະ­ທິ­ການ​ບໍ­ດີ ມວສ ຄູ່​ຮ່ວມ​ພັດ­ທະ­ນາ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ພູ­ທອນ ເມືອງ​ປາກ ກ່າວ​ວ່າ: ທຸກໆ​ປີ ໄລ­ຍະ​ວັນ​ທີ 1-7 ສິງ­ຫາ ປະ­ເທດ​ຕ່າງໆ​ໃນ​ໂລກ​ໄດ້​ພ້ອມ​ກັນ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສັບ­ປະ­ດາ​ສາ­ກົນ ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ດ້ວຍ​ການ​ຈັດ​ງານ ແລະ ສ້າງ​ຂະ​ບວນ​ການ​ຕ່າງໆ​ຫຼາຍ​ຮູບ​ແບບ ປີ 2020 ນີ້ ອົງ​ກອນ​ພັນ­ທະ​ມິດ­ສາ​ກົນ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ໄດ້​ເນັ້ນ​ໜັກ​ໃສ່​ຫົວ­ຂໍ້ “ສົ່ງ­ເສີມ​ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ເພື່ອ​ສຸ­ຂະ­ພາບ​ທີ່​ດີ​ໃນ​ໂລກ” “ສະ­ໜັບ­ສະ­ໜູນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ເພື່ອ​ສຸ­ຂະ­ພາບ​ທີ່​ດີ​ໃນ​ໂລກ” ໝາຍ​ເຖິງ​ການ​ຮັກ​ລູກ ຮັກ​ຫຼານ ຮັກ​ເຮົາ​ເອງ ຮັກ​ໂລກ ຕ້ອງ​ສະ­ໜັບ­ສະ­ໜູນ​ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່​ຢ່າງ​ດຽວ​ແຕ່​ມື້​ເກີດ​ຮອດ​ອາ­ຍຸ 6 ເດືອນ ແລະ ສືບ­ຕໍ່​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່​ຮອດ​ອາ­ຍຸ​ໄດ້ 2 ປີ ຫຼື ຫຼາຍ​ກວ່າ​ນັ້ນ ຄຽງ​ຄູ່​ກັບ​ການ​ໃຫ້​ອາ­ຫານ​ເສີມ ເມື່ອ​ອາ­ຍຸ​ໄດ້ 6 ເດືອນ​ຂຶ້ນ​ໄປ ໂດຍ​ສະ­ເພາະ​ຊ່ວຍ​ໃຫ້​ບັນ­ດາ​ແມ່​ທີ່​ເຮັດ​ວຽກ​ນອກ​ບ້ານ ໃຫ້​ສາ­ມາດ​ຜ່ານ​ຜ່າ​ຂໍ້​ຫຍຸ້ງ­ຍາກ​ຕ່າງໆ​ໄດ້ ພ້ອມ​ນີ້ ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ຍັງ​ຊ່ວຍ​ປະ­ຢັດ​ລາຍ​ຈ່າຍ ເພາະ​ນ້ຳ​ນົມ​ແມ່​ແມ່ນ​ຜະ­ລິດ​ຕາມ​ທຳ​ມະ​ຊາດ​ໂດຍ​ແມ່​ເອງ ແລະ ນ້ຳ​ນົມ​ແມ່ ມີ​ສານ​ອາ­ຫານ​ຄົບ​ຖ້ວນ ສົມ­ສ່ວນ ແລະ ພຽງ­ພໍ​ສຳ­ລັບ​ເດັກ ການ​ປະ­ຕິ­ບັດ 3 ດູດ (ດູດ​ໄວ​ທັນ­ທີ​ຫຼັງ​ເກີດ ດູດ​ເລື້ອຍໆ ແລະ ດູດ​ຖືກ​ວິ­ທີ) ຈະ​ຊ່ວຍ​ປ້ອງ​ກັນ​ການ​ຂາດ​ສານ​ອາ­ຫານ​ໃນ​ເດັກ ສຳ­ຄັນ​ກວ່າ​ນັ້ນ ໃນ​ນ້ຳ​ນົມ​ແມ່​ຍັງ​ມີ​ພູມ​ຄຸ້ມ​ກັນ ປ້ອງ​ກັນ​ເດັກ​ຈາກ​ພະ­ຍາດ​ຊຶມ​ເຊື້ອ​ຕ່າງໆ ຫຼຸດ­ຜ່ອນ​ການ​ເຈັບ​ປ່ວຍ ແລະ ການ​ເສຍ​ຊີ­ວິດ​ຂອງ​ເດັກ ຍິ່ງ​ລູກ​ກິນ​ນ້ຳ​ນົມ​ແມ່​ດົນ​ເທົ່າ­ໃດ ກໍ​ຈະ​ໄດ້​ຮັບ​ພູມ​ຕ້ານ­ທານ​ພະ­ຍາດ​ດົນ​ເທົ່າ​ນັ້ນ.

ທ່ານ​ນາງ Pia Rebello Britto ກ່າວ​ວ່າ: ການ​ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ​ແມ່ ບໍ່​ພຽງ​ແຕ່​ເປັນ​ພື້ນ­ຖານ​ຂອງ​ການ​ພັດ­ທະ­ນາ​ເດັກ​ໃຫ້​ແຂງ­ແຮງ ຍັງ​ເປັນ​ພື້ນ­ຖານ​ການ​ພັດ­ທະ­ນາ​ປະ­ເທດ​ອີກ​ດ້ວຍ ມັນ​ຄຸ້ມ​ຄ່າ ແລະ ເປັນ​ການ​ປະ­ຢັດ ປັບ­ປຸງ​ຊີ­ວິດ​ຂອງ​ເດັກ ຄອບ­ຄົວ ແລະ ສັງ­ຄົມ​ໃຫ້​ດີ​ຂຶ້ນ ດ້ວຍ​ການ​ຢຸດ­ຕິ​ການ​ຕາຍ​ຂອງ​ເດັກ​ທີ່​ສາ­ມາດ​ປ້ອງ​ກັນ​ໄດ້ ດ້ວຍ​ການ​ປັບ­ປຸງ​ສຸ­ຂະ­ພາບ​ຂອງ​ແມ່ ແລະ ເດັກ​ໃຫ້​ດີ​ຂຶ້ນ ສັງ­ຄົມ​ຈະ​ເກັບ​ກ່ຽວ​ຜົນ​ປະ­ໂຫຍດ​ຂອງ​ຕົນ ດ້ວຍ​ການ​ເພີ່ມ​ທະ­ວີ​ການ​ບັນ­ລຸ​ເປົ້າ​ໝາຍ​ດ້ານ​ການ​ສຶກ​ສາ ແລະ ມີ​ຜະ­ລິດ​ຕະ​ຜົນ​ເພີ່ມ​ຂຶ້ນ.

error: Content is protected !!