ພັດທະນາວຽກງານ ຍທຂ ໃຫ້ເປັນໃຈກາງເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ຄະ­ນະ​ພັກ​ຮາກ​ຖານ ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ ຄອນ​ຫຼວງ​ວຽງ​ຈັນ (ຍທຂ ນວ) ຈັດ​ຂຶ້ນ​ວັນ​ທີ 31 ກໍ­ລະ­ກົດ ຜ່ານ​ມາ ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສຸ​ລິ​ວັນ ພົມ​ມະ­ຫາ​ໄຊ ເລ­ຂາ​ຄະ­ນະ​ພັກ​ຮາກ​ຖານ ຫົວ­ໜ້າ​ພະ​ແນກ ຍທຂ ນວ  ມີ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຄະ​ພັກ ແຂກ​ຖືກ​ເຊີນ ແລະ ສະ­ຫາຍ​ສະ­ມາ­ຊິກ​ພັກ ເຂົ້າ​ຮ່ວມ.

ສະ­ຫາຍ ສຸ​ລິ​ວັນ ພົມ​ມະ­ຫາ​ໄຊ ກ່າວ​ວ່າ: ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ ຍທຂ ນວ ມີ​ໜ່ວຍ​ພັກ​ຂຶ້ນ​ກັບ 8 ໜ່ວຍ ສະ­ມາ­ຊິກ​ພັກ 229 ສະ­ຫາຍ ຍິງ 52 ສະ­ຫາຍ 5 ປີ­ຜ່ານ­ມາ ໜ່ວຍ​ພັກ​ໄດ້​ຮັບ​ນາມ­ມະ­ຍົດ​ໜ່ວຍ​ພັກ​ເຂັ້ມ­ແຂງ-ຮູ້​ນຳ­ພາ​ຮອບ­ດ້ານ 3 ປີ​ຕິດ­ຕໍ່​ກັນ ພ້ອມ​ນີ້​ຍັງ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ວຽກ​ງານ​ວິ­ຊາ​ສະ ເພາະ​ຂອງ​ຕົນ​ຢ່າງ​ມີ​ຜົນ­ສຳ­ເລັດ ໂດຍ​ສົມ­ທົບ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ກວດ­ກາ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວ­ທີ ຄື: ໂຄງ­ການ​ກໍ່­ສ້າງ​ທາງ​ເບ​ຕົງ​ແຕ່ 3 ແຍກ​ຈີ​ນາຍ​ໂມ້-ບໍ່​ໂອ-ບ້ານ​ຫ້ອມ-ຊາຍ​ຟອງ ສຳ ເລັດ 100% ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ແຕ່ 4 ແຍກ​ຕານ​ມີ​ໄຊ-3 ແຍກ​ສີ​ເກີດ ຕືບ​ໜ້າ 86,42% (ຊ້າ​ກວ່າ​ແຜນ­ການ 13,58%) ກວດ­ກາ 20 ເປົ້າ​ໝາຍ ກວດ­ກາ​ສະ­ເພາະ​ກິດ 65 ໂຄງ­ການ ສະ­ເໜີ​ດັດ­ແກ້​ມູນ​ຄ່າ 14 ໂຄງ­ການ ອະ­ນຸ­ຍາດ​ສິ່ງ​ປຸກ​ສ້າງ 7.122 ຫຼັງ ເນື້ອ­ທີ່ 5 ລ້ານ​ກວ່າ​ຕາ​ແມັດ ແກ້​ໄຂ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ເປັນ­ຕົ້ນ​ການ​ມ້າງ​ເທີບ-ເງີບ ການ​ຂາຍ­ເຄື່ອງ​ຕາມ​ແຄມ​ທາງ ຂາຍ­ເຄື່ອງ​ຊະ­ຊາຍ ຮື້​ຖອນ ແລະ ຕັດ​ປ້າຍ​ໂຄ­ສະ­ນາ​ທີ່​ບໍ່​ຖືກ­ຕ້ອງ 4.500 ຈຸດ ແກ້​ໄຂ​ການ​ຮ້ອງ​ຟ້ອງ​ປຸກ​ສ້າງ​ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ຜູ້​ຢູ່​ໃກ້​ຄຽງ ແລະ ເສັ້ນ­ທາງ​ເປິ​ເປື້ອຍ 150 ກໍ­ລະ­ນີ ກວດ­ກາ​ບໍ​ລິ​ມາດ ແລະ ລາ­ຄາ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ 69 ໂຄງ­ການ ເຮັດ​ໃຫ້​ລາ­ຄາ​ຜິດ​ດ່ຽງ ຫຼຸດ​ລົງ 109 ຕື້​ກີບ ຕິດ­ຕາມ ຊຸກ­ຍູ້​ໂຄງ­ການ​ລົງ­ທຶນ​ຂອງ​ລັດ ແລະ ເອ­ກະ​ຊົນ 45 ໂຄງ­ການ ປັບ­ປຸງ-ກໍ່­ສ້າງ​ເສັ້ນ­ທາງ​ເກົ່າ​ສາຍ​ຫຼັກ ປຸກ­ລະ­ດົມ​ປະ­ຊາ­ຊົນ​ປະ­ກອບ­ສ່ວນ​ວຽກ​ງານ​ໄກ່​ເກ່ຍ-ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ ໂຄງ­ການ​ກໍ່­ສ້າງ​ທາງ​ລົດ­ໄຟ ລາວ-ຈີນ ເຮັດ​ໃຫ້­ການ​ກໍ່­ສ້າງ​ມີ​ຄວາມ​ຄືບ​ໜ້າ 89,8% ບູ­ລະ­ນະ ຮັກ­ສາ ແລະ ສ້ອມ­ແປງ​ເສັ້ນ­ທາງ​ໃນ​ຕົວ​ເມືອງ 11.410 ຕາ​ແມັດ ປັດ­ຈຸ­ບັນ​ພື້ນ­ຖານ​ໂຄງ​ລ່າງ​ເສັ້ນ­ທາງ​ໂທລະ​ຄົມ­ມະ­ນາ­ຄົມ​ທົ່ວ ນວ ຍາວ 2.740,18 ກິ­ໂລ­ແມັດ ໃນ​ນີ້​ທາງ​ເບ​ຕົງ ກວມ 61,6% ທາງ​ອັດ​ສະ​ຟານ 49,1% ທາງ​ປູ­ຢາງ 2 ຊັ້ນ 12,1% ທາງ​ປູ​ແຮ່ 1,6% ທາງ​ທຳ​ມະ​ຊາດ 7,3%.

ວຽກ​ງານ​ຄຸ້ມ​ຄອງ​ພາ­ຫະ­ນະ ແລະ ການ​ຂັບ​ຂີ່ ໄດ້​ຮັບ​ການ​ການ​ປັງ​ປຸງ​ນັບ​ມື້​ດີ​ຂຶ້ນ ສາ­ມາດ​ເຊື່ອມ​ໂຍງ​ຂໍ້​ມູນ​ພາ­ຫະ­ນະ​ກັບ​ພາກ­ສ່ວນ​ຕ່າງໆ ເຮັດ​ໃຫ້­ການ​ຍື່ນ​ເອ­ກະ­ສານ ການ​ຂຶ້ນ​ທະ­ບຽນ​ລົດ​ໄວ​ຂຶ້ນ ປີ 2014-2019 ສ້າງ​ລາຍ​ຮັບ​ໄດ້ 140,14 ຕື້​ກີບ ມອບ​ເຂົ້າ​ງົບ­ປະ­ມານ 31,19 ຕື້​ກີບ 5 ປີ­ຜ່ານ­ມາ ສຳ­ເລັດ​ໂຄງ ການ​ກໍ່­ສ້າງ​ປ້ອງ​ກັນ​ຕາ­ຝັ່ງ​ເຈື່ອນ​ຕາມ​ເຂດ​ຕ່າງໆ​ໃນ​ຄວາມ​ຮັບ­ຜິດ­ຊອບ ມີ​ລະ­ບົບ​ປ້ອງ​ກັນ​ຕາ­ຝັ່ງ​ເຈື່ອນ ຍາວ 65,5 ກິ­ໂລ­ແມັດ ກວມ 36% ຂອງ 182 ກິ­ໂລ­ແມັດ ຕາມ​ຊາຍ​ແດນ​ທາງ­ນ້ຳ ພ້ອມ​ນີ້​ຍັງ​ສາ­ມາດ​ຂົນ­ສົ່ງ​ສິນ­ຄ້າ​ໄດ້ 2 ລ້ານ​ໂຕນ ຂົນ­ສົ່ງ​ໂດຍ­ສານ​ໄດ້ 50 ລ້ານ​ກວ່າ​ຄົນ ການ​ຂົນ­ສົ່ງ​ທາງ­ນ້ຳ ແລະ ຂຸດ​ຄົ້ນ​ຫີນ ແຮ່ ຊາຍ ໄດ້​ຮັບ​ການ​ຄຸ້ມ​ຄອງ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ການ ຂຶ້ນ​ທະ­ບຽນ​ເຮືອ 109 ລຳ ກວດ­ກາ​ເຕັກ​ນິດ​ເຮືອ 180 ລຳ ອອກ​ໃບ​ອະ­ນຸ­ຍາດ​ແລ່ນ​ເຮືອນ 26 ລຳ ອະ­ນຸ­ຍາດ​ຂຸດ​ຄົ້ນ​ຫີນ ແຮ່ ຊາຍ ຕາມ​ລຳ​ນ້ຳ­ຂອງ ນ້ຳ​ງື່ມ 34 ບໍ­ລິ­ສັດ 105 ຈຸດ ເນື້ອ­ທີ່ 419 ເຮັກ­ຕາ ສາ­ມາດ​ສະ­ໜອງ​ຫີນ-ຊາຍ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ 10,92 ລ້ານ​ແມັດ​ກ້ອນ.

ເພື່ອ​ໃຫ້​ບັນ­ລຸ​ວິ­ໄສ​ທັດ ຍຸດ​ທະ​ສາດ ແລະ ຄາດ­ໝາຍ ທີ່​ກຳ­ນົດ​ໄວ້ ແຜນ­ການ​ຕໍ່­ໜ້າ​ຕ້ອງ​ໄດ້​ເອົາ­ໃຈ ໃສ່​ພັດ­ທະ­ນາ​ວຽກ​ງານ ຍທຂ ໃຫ້​ເປັນ​ປາຍ​ແຫຼມ ມີ​ຈຸດ​ສຸມ ມີ​ປະ​ສິດ­ທິ​ຜົນ ເປັນ­ໃຈ​ກາງ​ເຊື່ອມ​ໂຍງ​ກັບ​ອະ ນຸ​ພາກ​ພື້ນ ແລະ ສາ­ກົນ ພັດ­ທະ­ນາ​ຕົວ​ເມືອງ​ວຽງ​ຈັນ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ວຍ​ພັດ­ທະ­ນາ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ​ຄົມ­ມະ­ນາ­ຄົມ ແລະ ເຄ­ຫາ​ສະ­ຖານ ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ​ໃຫ້​ໄດ້​ປີ​ລະ 85% ກໍ່­ສ້າງ​ປັບ­ປຸງ​ຕາ​ໜ່າງ​ເສັ້ນ­ທາງ​ໃຫ້​ໄດ້ 40 ເສັ້ນ ຍາວ 291 ກິ­ໂລ­ແມັດ ຂົວ 1 ແຫ່ງ ຮ່ອງ​ລະ­ບາຍ ນ້ຳ 6 ຮ່ອງ ສະ­ໜັບ­ສະ­ໜູນ ແລະ ສົ່ງ­ເສີມ​ວິ­ທີ​ທາງ​ອອກ​ການ​ແກ້​ໄຂ​ໜີ້​ສິນ​ໂຄງ­ການ​ກໍ່­ສ້າງ​ໂຄງ​ລ່າງ​ພື້ນ ຖານ​ໃຫ້​ຫຼຸດ​ລົງ ຢັບ​ຢັ້ງ​ການ​ສ້າງ​ໜີ້​ສິນ​ໃໝ່​ດ້ວຍ​ຮູບ​ການ​ເກັບ​ລາຍ​ຮັບ​ຈາກ​ອາ­ກອນ​ຕົວ​ເມືອງ ແລະ ກອງ​ທຶນ​ທາງ ນວ ກໍ່­ສ້າງ​ປ້ອງ​ກັນ​ຕາ­ຝັ່ງ​ເຈື່ອນ​ພັດ­ທະ­ນາ​ແຄມ​ຂອງ ແລະ ແມ່­ນ້ຳ​ງື່ມ 18 ໂຄງ­ການ ຍາວ 48 ກິ­ໂລ­ແມັດ ຂະ­ຫຍາຍ​ນ້ຳ​ປະ­ປາ​ໃຫ້​ໄດ້ 400.000 ແມັດ​ກ້ອນ​ຕໍ່​ມື້ ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ 7 ຕົວ​ເມືອງ​ໃຫ້​ໄດ້ 100% ແລະ 2 ເມືອງ​ນອກ​ໃຫ້​ໄດ້ 95% ພັດ­ທະ­ນາ​ຂົນ­ສົ່ງ​ລະ­ບົບ​ມວນ​ຊົນ​ໃຫ້​ມີ​ຄວາມ​ທັນ​ສະ­ໄໝ ແກ້​ໄຂ​ການ​ເກີດ​ອຸ­ປະ­ຕິ­ເຫດ​ຕາມ​ທ້ອງ​ຖະ­ໜົນ ຍ້ອນ​ຄວາມ​ບົກ​ຜ່ອງ​ຂອງ​ວຽກ​ງານ ຍທຂ ໃຫ້​ຫຼຸດ​ລົງ 50% ຂະ­ຫຍາຍ​ຈຸດ​ບໍ­ລິ­ການ​ຂຶ້ນ​ທະ­ບຽນ ກວດ­ກາ​ເຕັກ­ນິກ ສອບ­ເສັງ​ການ​ຂັບ​ຂີ່​ໃຫ້​ໄດ້ 3 ຈຸດ ໃນ 3 ເມືອງ ແລະ ສູ້​ຊົນ​ສ້າງ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໃຫ້​ໄດ້ 30 ຕື້​ກວ່າ​ກີບ​ຕໍ່​ປີ.

ໂອ­ກາດ​ນີ້ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ­ນະ​ພັກ​ຮາກ​ຖານ ຊຸດ​ໃໝ່ ໂດຍ​ມີ​ຜູ້​ສະ­ໝັກ 12 ສະ­ຫາຍ ເລືອກ​ເອົາ 9 ສະ­ຫາຍ ໃນ​ນີ້​ໄດ້​ເລືອກ​ເອົາ​ສະ­ຫາຍ ສຸ​ລິ​ວັນ ພົມ​ມະ​ໄຊ ເປັນ​ເລ­ຂາ ສະ­ຫາຍ ສີ​ວອນ ຊັບ​ທະ­ວີ ເປັນ​ຮອງ​ເລ­ຂາ ທັງ​ເປັນ​ປະ­ທານ​ກວດ­ກາ ສະ­ຫາຍ ໄຊ​ຍາ ໄຊ​ມຸງ­ຄຸນ ເປັນ​ຮອງ​ປະ­ທານ​ກວດ­ກາ ພ້ອມ​ນີ້​ຍັງ​ໄດ້​ເລືອກ​ເອົາ​ຜູ້​ແທນ​ສົມ­ບູນ ແລະ ສຳ­ຮອງ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ ຄະ­ນະ​ພັກ ນວ ແລະ ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ຕື່ມ​ອີກ.

error: Content is protected !!