ໃຊ້ເວລາຫວ່າງ ສ້າງເສດຖະກິດ ສ້າງລາຍຮັບໃຫ້ຄອບຄົວ

ສະ­ຫາຍ ຮທ ນາງ ຈວນ​ແກ້ວ ມະ​ລິນ​ທອງ​ພັນ ຊາວ​ໜຸ່ມ​ຕົວ​ແບບ​ດ້ານ​ການ​ປູກ­ຝັງ-ລ້ຽງ­ສັດ ຢູ່​ກອງ­ພັນ​ນ້ອຍ​ທະ­ຫານ​ຮາບ 513 ກອງ​ບັນ­ຊາ​ການ​ທະ­ຫານ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ພາຍ­ຫຼັງ​ຮຽນ​ຈົບ​ສາຍ​ສາ­ມັນ (ມ6) ຕົນ​ໄດ້​ມີ​ຄວາມ​ຕື່ນ​ຕົວ​ສະ­ໝັກ​ເຂົ້າ​ຮັບ​ໃຊ້​ວຽກ​ງານ​ໃນ​ກອງ­ທັບ ຢູ່​ກອງ­ພັນ 661 ແລະ ໄດ້​ໄປ​ຍົກ​ລະ­ດັບ​ວິ­ຊາ​ສະ­ເພາະ​ສື່­ສານ (ໂຮງ­ຮຽນ 205) ພາຍ­ຫຼັງ​ຮຽນ​ຈົບ ໄດ້​ຖືກ­ຊັບ­ຊ້ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ກອງ­ພັນ​ນ້ອຍ​ທະ­ຫານ​ຮາບ 513 ກອງ​ບັນ­ຊາ​ການ​ທະ­ຫານ ນວ ຈົນ​ເຖິງ​ປັດ­ຈຸ­ບັນ.

ຫຼັງ​ຈາກ​ທີ່​ເຂົ້າ​ສັງ­ກັດ​ຢູ່​ຖັນ​ແຖວ​ກອງ­ທັບ​ແລ້ວ ຕົນ​ກໍ​ໄດ້​ເອົາ­ໃຈ­ໃສ່​ເຝິກ­ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ສຶກ​ສາ​ຮ່ຳ­ຮຽນ​ນຳ​ໝູ່­ຄູ່ ແລະ ການ­ຈັດ­ຕັ້ງ ໂດຍ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະ­ນະ​ພັກ-ຄະ­ນະ​ບັນ­ຊາ ກໍ​ຄື​ທິດ​ທາງ​ຂອງ​ກົມ​ວາງ​ອອກ ໂດຍ​ສະ­ເພາະ 4 ປູກ 4 ລ້ຽງ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ໄປ​ພ້ອມໆ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ຂໍ້​ແຂ່ງ­ຂັນ 4 ບຸກ ທີ່​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ​ວາງ​ອອກ ເພື່ອ​ສ້າງ​ໃຫ້​ຕົນ​ກາຍ­ເປັນ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ ໄລ­ຍະ​ຜ່ານ​ມາ ຕົນ​ໄດ້​ໃຊ້​ເວ­ລາ​ຫວ່າງ​ຈາກ​ວຽກ​ລວມ ເພື່ອ​ທຳ​ການ​ຜະ­ລິດ​ປູກ­ຝັງ-ລ້ຽງ­ສັດ ໂດຍ​ການ​ປູກ​ຜັກ​ຊະ­ນິດ​ຕ່າງໆ ເຊັ່ນ: ພືດ​ລົ້ມ​ລຸກ ໜໍ່­ໄມ້ ແລະ ພືດ​ຕາມ​ລະ­ດູ​ການ ສະ­ໜອງ​ເຂົ້າ​ເຮືອນ­ຄົວ​ລວມ ແລະ ຂາຍ​ໃຫ້​ແມ່​ຄ້າ​ໄດ້ 20-30 ກິ​ໂລ ສ້າງ​ລາຍ​ຮັບ 200.000-300.000 ກີບ​ຕໍ່​ເດືອນ ພ້ອມ​ນີ້ ຍັງ​ໄດ້​ລ້ຽງ­ສັດ​ປີກ ເຊັ່ນ: ນົກ­ກາງ­ແກ ເປັດ ໄກ່ ຂາຍ 70-80 ໂຕ ສ້າງ​ລາຍ​ຮັບ​ໄດ້ 1-2 ລ້ານ​ກີບ​ຕໍ່​ເດືອນ ລ້ຽງ​ກົບ​ພໍ່-ແມ່ 120 ໂຕ ເພາະ​ພັນ​ກົບ​ນ້ອຍ​ຈຳ­ໜ່າຍ​ໄດ້ 10.000 ໂຕ ເປັນ​ເງິນ 5 ລ້ານ​ກີບ​ຕໍ່​ປີ ປ່ອຍ​ປາ​ຊະ­ນິດ​ຕ່າງໆ 150.000-200.000 ໂຕ ໃນ 7 ໜອງ ສ້າງ​ລາຍ​ຮັບ 25-26 ລ້ານ​ກີບ ລ້ຽງ​ໝູ​ພໍ່-ແມ່​ພັນ 35 ໂຕ ເພາະ​ພັນ​ໝູ​ນ້ອຍ​ຂາຍ 24-25 ລ້ານ​ກີບ ສະ­ເລ່ຍ​ແລ້ວ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກ­ຝັງ-ລ້ຽງ­ສັດ 65-70 ລ້ານ​ກີບ​ຕໍ່​ປີ.

ສະ­ຫາຍ ຮທ ນາງ ຈວນ​ແກ້ວ ມະ​ລິນ​ທອງ​ພັນ ກ່າວ​ຕື່ມ​ອີ​ກວ່າ: ເພື່ອ​ເຮັດ​ໃຫ້­ການ​ປູກ­ຝັງ-ລ້ຽງ­ສັດ​ມີ​ຄວາມ​ຍືນ​ຍົງ ແລະ ຂະ­ຫຍາຍ­ຕົວ​ຂຶ້ນ​ເລື້ອຍໆ ໃນ­ຕໍ່­ໜ້າ​ຈະ​ສືບ­ຕໍ່​ປູກ­ຝັງ ແລະ ລ້ຽງ­ສັດ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເປັນ­ຕົ້ນ​ຈະ​ໄດ້​ສຸມ​ໃສ່​ລ້ຽງ­ສັດ​ປີກ​ໃຫ້​ໄດ້ 1.000-1.200 ໂຕ​ຕໍ່​ປີ​ຂຶ້ນ​ໄປ ປ່ອຍ ແລະ ລ້ຽງ​ປາ​ຊະ­ນິດ​ຕ່າງໆ​ໃຫ້​ໄດ້ 250.000–300.000 ໂຕ​ຕໍ່​ປີ ຂະ­ຫຍາຍ​ເພາະ​ພັນ​ກົບ​ໃຫ້​ໄດ້ 11.000-12.000 ໂຕ​ຕໍ່​ປີ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ໄດ້ 70-75 ລ້ານ​ກີບ​ຕໍ່​ປີ.

error: Content is protected !!