ສ້າງຄວາມເຂົ້າໃຈໃຫ້ສື່ມວນຊົນ ໃນການນຳສະເໜີຂ່າວກ່ຽວກັບພະຍາດໂຄວິດ-19

    ເພື່ອເປັນການສ້າງຄວາມເຂົ້າໃຈເພີ່ມເຕີມໃຫ້ແກ່ສື່ມວນຊົນ ກ່ຽວກັບການລາຍງານສະພາບຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ແລະ ໂລກໃນໄລຍະປັດປັດຈຸບັນ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຮັບຟັງການບັນຍາຍກ່ຽວກັບສະພາບຂອງພະຍາດໂຄວິດ-19 ຢູ່ລາວ ແລະ ສາກົນໃນປັດຈຸບັນ ໂດຍມີທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ທ່ານນາງ ບຸນຖະໜອມ ແສງແກ້ວປະເສີດ ຫົວໜ້າຂະແໜງລະບາດວິທະຍາ ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າຈາກສື່ມວນຊົນ ພາກສ່ວນຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ ບຸນຖະໜອມ ແສງແກ້ວປະເສີດ ຫົວໜ້າຂະແໜງລະບາດວິທະຍາ ສູນວິເຄາະ ແລະ ລະບາດວິທະ ຍາ ກະຊວງສາທາລະນະສຸກ ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ນັບແຕ່ການປະຕິບັດ ວຽກງານມາແຕ່ເດືອນມັງກອນ 2020 ມາຈົນເຖິງປັດຈຸບັນ ກ່ຽວກັບການປະຕິບັດໜ້າທີ່ຕິດຕາມການລະບາດ ພະຍາດໂຄວີດ-19 ໃນແຕ່ລະໄລຍະ ຈາກກໍລະນີຜູ້ຕິດເຊື້ອຜູ້ທຳອິດ ຈົນເງິງກໍລະນີທີ 20 ໄດ້ຄົ້ນຄວ້າວິໄຈ ສາເຫດທີ່ມາ ແລະ ສາຍກ່ຽວພັນຕ່າງໆ ຮ່ວມກັບວິຊາການ ໜ່ວຍງານທີ່ກ່ຽວຂ້ອງ

ພ້ອມທັງຮ່ວມມືກັບສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ເພື່ອນຳສະເໜີຂໍ້ມູນຂ່າວສານທີ່ຖືກຕ້ອງຕໍ່ສັງ ຄົມ ແຕ່ກໍຍັງມີກໍລະນີທີ່ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ບິດເບືອນຈາກຄວາມຈິງ ອັນເນື່ອງມາຈາກການບໍລິໂພກ ຂໍ້ມູນຂ່າວສານຈາກສື່ອອນລາຍຕ່າງໆທີ່ບໍ່ໄດ້ຜ່ານການກັ່ນຕອງ ແຫຼ່ງຂໍ້ມູນທີ່ບໍ່ຖືກຕ້ອງຊັດເຈນ ພາໃຫ້ເກີດມີ ກະແສວິພາກວິຈານຕ່າງໆໃນສັງຄົມ ຈຶ່ງຈັດກອງປະຊຸມນີ້ຂຶ້ນ.

# ຂ່າວ & ພາບ: ບຸນມີ

error: Content is protected !!