ເຜີຍແຜ່ວຽກງານແຜນງານຜູ້ປະກອບການມາດຕະຖານ AEO

    ກົມພາສີ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ແຜນງານຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operators Program) ຂຶ້ນໃນວັນທີ 5 ສິງຫາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ມີຜູ້ຕາງໜ້າຈາກພາກລັດ ແລະ ຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພູເຂົາຄໍາ ວັນນະວົງໄຊ ກ່າວວ່າ: ຜູ້ປະກອບການມາດຕະຖານ AEO ແມ່ນຜູ້ປະກອບການທີ່ຖືກຮັບຮອງຢ່າງເປັນທາງການຈາກລັດຖະການພາສີ ໃຫ້ໄດ້ຮັບສິດທິພິເສດກ່ຽວກັບການປະຕິບັດຂັ້ນຕອນການແຈ້ງພາສີ ແລະ ການກວດປ່ອຍສິນຄ້າ ປະກອບມີ: ຜູ້ນໍາເຂົ້າສິນຄ້າ ຜູ້ສົ່ງອອກສິນຄ້າ ຜູ້ບໍລິການຂົນສົ່ງສິນຄ້າ ຜູ້ບໍລິການຈັດສົ່ງສິນຄ້າ ຜູ້ບໍລິການສາງສິນຄ້າ ຜູ້ບໍລິການທ່າເຮືອ ຜູ້ບໍລິການສະໜາມບິນ ຜູ້ບໍລິການແຈ້ງພາສີ ຜູ້ຜະລິດສິນຄ້າ ແລະ ຕົວແທນຈໍາໜ່າຍສິນຄ້າ ເປັນຕົ້ນ.

    ແຜນງານຜູ້ປະກອບການມາດຕະຖານ AEO ເປັນແຜນງານໜຶ່ງທີ່ນອນຢູ່ໃນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ເປັນການຮ່ວມມືກັນລະຫວ່າງພາກລັດ ແລະ ພາກຜູ້ປະກອບການ ເພື່ອຍົກສູງການຈັດຕັ້ງປະຕິບັດລະບຽບກົດໝາຍ ຮັບປະກັນຄວາມປອດໄພທາງດ້ານການຄ້າສາກົນ ແລະ ເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ ເຊິ່ງເປັນລະບຽບການຂອງອົງການພາສີໂລກ ໃນຂອບມາດຕະຖານການຮັກສາຄວາມປອດໄພ ແລະ ການອໍານວຍຄວາມສະດວກທາງການຄ້າ ລະຫວ່າງປະເທດ ແລະ ບັນດາປະເທດສະມາຊິກຂອງອົງການພາສີໂລກ ຈະຕ້ອງໄດ້ຈັດຕັ້ງປະຕິບັດ.

        # ຂ່າວ & ພາບ: ວຽງມາ

error: Content is protected !!