ຄືດັ່ງຮູ້ກັນດີແລ້ວວ່າ ພະຍາດໂຄວິດ 19 ເປັນໂຣກລະບາດທີ່ຮ້າຍແຮງຊະນິດໜຶ່ງທີ່ກຳເນີດ ເກີດຂື້ນທີ່ເມືອງອູຮັ່ນ ມົນທົນຮູເປີ້ຍ ສປ ຈີນ ອັນເຮັດໃຫ້ມີຄົນເຈັບສາມາດປິ່ນປົວດີ ແລະ ເສຍຊີວິດຈຳນວນໜຶ່ງ ອິດທິລິດຂອງມັນຍັງມີການແຜ່ກະຈາຍຂະຫຍາຍເຊື້ອ ໄປຍັງພູມີພາກຕ່າງໆທີ່ສ້າງເງື່ອນໄຂ ໂດຍສະເພາະການເອົາໃຈໃສ່ປ້ອງກັນລະເຫຼີງຂາດຄວາມຕັ້ງໜ້າ.
ເຖິງແນວໃດກໍດີພາກພື້ນເຮົາ ທີ່ມີຫຼາຍປະເທດ ກໍເອົາໃຈໃສ່ຢ່າງຕັ້ງໜ້າສະກັດກັ້ນບໍ່ໃຫ້ພະຍາດຮ້າຍດັ່ງກ່າວນີ້ ຮຸກຮານຂະຫຍາຍຕົວຕໍ່ໄປໄດ້ ແຕ່ເປັນທີ່ໜ້າສົນໃຈ ສິ່ງມາພ້ອມກັບໂຣກຮ້າຍດັ່ງກ່າວ ກໍແມ່ນການປັ່ນປ່ວນສວຍໂອກາດ ທາງເສດຖະກິດ ທັງໂດຍກົງ ແລະ ທາງອ້ອມ ໂດຍກົງຜົນກະທົບແມ່ນທຸລະກິດທ່ອງທ່ຽວ ການບໍລິການຕ່າງໆປິ່ນອ້ອມການທ່ອງທ່ຽວ ການຈັດຕັ້ງກີລາ ສິລະປະ (ຄອນເສີດ) ການບັນເທີງຕ່າງໆຖືກປິດໂດຍກົງ ສ່ວນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງສຳຄັນຂອງໂລກ ຂອງປະເທດກໍເຊັ່ນກັນ ນອກຈາກນີ້ການຊຸມນຸມທາງການເມືອງ ເພື່ອບໍ່ໃຫ້ໂຣກຮ້າຍດັ່ງກ່າວເຂົ້າໄປມີບົດບາດຂະຫຍາຍຕົວຕໍ່ໄປໄດ້ກໍສັ່ງໂຈະ ແລະ ເກືອດຫ້າມແບບມີກຳນົດຕາມການປະເມີນການລະບາດຂອງພະຍາດ ໃນແຕ່ລະປະເທດ.
ຄຽງຄູ່ກັບປາກົດການທີ່ເກີດຂຶ້ນດັ່ງກ່າວມານັ້ນ ມີຄົນບໍ່ດີຈຳນວນໜຶ່ງທັງພາຍໃນ ແລະ ຕ່າງປະເທດສ້າງຂ່າວປອມທາງສື່ອອນລາຍ ເພື່ອປັ່ນ ປ່ວນສັງຄົມ ສ່ວນທາງດ້ານເສດຖະກິດກໍແມ່ນ ການສວຍໂອກາດ ກັກຕຸນຂຶ້ນລາຄາສິນຄ້າ ທັງອາຫານ ແລະ ຢາ ເຄື່ອງຮັບໃຊ້ຊີວິດການເປັນຢູ່ ປະຈຳວັນທີ່ຈຳເປັນອີກດ້ວຍ ໃນນັ້ນ ກໍມີຜ້າໜ້າກາກອະນາໄມທີ່ໃນບາງຮ້ານຂາຍຢາບໍ່ມີຂາຍ ຫຼື ອື່ນໆເຊິ່ງເປັນການສ້າງພາບພົດບໍ່ດີແກ່ການຈັດຕັ້ງ ປະເທດຊາດບ້ານເມືອງແທນທີ່ຈະຮ່ວມແຮງຮ່ວມໃຈ ພາກັນແກ້ໄຂວິກິດໃຫ້ຜ່ານໄປໄດ້.
ເວລານີ້ຍິ່ງກວ່າເວລາໃດໝົດ ຕ້ອງສາມັກຄີກັນເຮັດໜ້າທີ່ແກ້ໄຂວິກິດຊ່ວຍພັກ-ລັດ ແລະ ປະຊາຊົນ ແຕ່ບໍ່ແມ່ນການສ້າງໂອກາດຫາຜົນປະໂຫຍດໃສ່ສ່ວນຕົວ ໂດຍບໍ່ເຫັນຄວາມຫຍຸ້ງຍາກຂອງສັງຄົມ ເຊິ່ງຊຸມເຮົາເຈົ້າຂ້ອຍກໍພໍເຂົ້າໃຈວ່າ “ໄຟໄໝ້ປ່າຈຶ່ງເຫັນໜ້າໜູ” ຫຼື ບາງທີ ມັນກໍແມ່ນວິທີການໜຶ່ງທີ່ພາຕົນເຂົ້າສູ່ຈຸດອາວະສານແຫ່ງການທຳມາຫາກິນກໍໄດ້ ຖ້າຫາກມີພະຍານຫຼັກ ຖານໜັກແໜ້ນ.
ໂດຍ: ຊຽງເອງ