ອາຫານສຸຂະພາບທີ່ຄວນມີໄວ້ຕິດລົດ

ຈາກ​ການ​ສຳ​ຫຼວດ​ຂອງ​ສູນ​ວິ­ໄຈ​ຫຼາຍ​ແຫ່ງ​ພົບ​ວ່າ ຄົນ​ໃນ​ນະ­ຄອນ­ຫຼວງ ໃຊ້​ເວ­ລາ​ໃນ​ການ​ເດີນ­ທາງ​ດົນ​ນານ​ຂຶ້ນ​ນັ້ນ ໝາຍ​ຄວາມ​ວ່າ ນອກ­ຈາກ​ເຮົາ​ຈະ​ສູນ​ເສຍ​ໂອ­ກາດ​ໃນ​ການ​ເຮັດ​ກິດ­ຈະ­ກຳ​ຕ່າງໆ​ຫຼາຍ​ດ້ານ ຍັງ​ລວມ​ໄປ​ເຖິງ​ການ​ດູ​ແລ​ສຸ­ຂະ­ພາບ ບໍ່​ວ່າ​ຈະ​ເປັນ​ສຸ­ຂະ­ພາບ​ຈິດ ເຊັ່ນ: ຄວາມ​ຫງຸດ​ຫງິດ ຄວາມ​ວິ­ຕົກ​ກັງ­ວົນ ແລະ ຄວາມ​ຕຶງ​ຄຽດ ລວມ​ເຖິງ​ສຸ­ຂະ­ພາບ​ກາຍ ກໍ​ຍັງ​ໄດ້​ຮັບ​ຄວາມ​ອ່ອນ­ເພຍ ແລະ ພັກ­ຜ່ອນ​ບໍ່​ພຽງ­ພໍ​ເຊັ່ນ​ກັນ.

ສຳ­ລັບ​ຄົນ​ທີ່​ມີ​ແຜນ​ຕ້ອງ​ເດີນ­ທາງ​ໄກ ຫຼື​ເຮັດ​ວຽກ​ແຕ່​ເຊົ້າ​ກັບ​ເດິກ​ຕະ­ຫຼອດ​ອາ­ທິດ ມັກ​ຈະ​ພົບ​ກັບ​ສະ­ພາ­ວະ​ງ່ວງ​ເຫງົາ ອ່ອນ­ເພຍ ຫຼື ຂັບ​ໄປ​ພົບ​ລົດ​ຕິດໆ​ແລ້ວ​ເກີດ​ຫິວ​ຂຶ້ນ​ມາ ການ​ກຽມ​ອາ­ຫານ​ໄວ້​ຕິດ​ລົດ ນອກ­ຈາກ​ຈະ​ເພື່ອ​ຊ່ວຍ​ຜ່ອນ­ຄາຍ​ຄວາມ​ຫິວ​ແລ້ວ ຍັງ​ຊ່ວຍ​ປຸກ​ໃຫ້​ເຮົາ​ສົດ­ຊື່ນ ຕື່ນ​ຈາກ​ຄວາມ​ງ່ວງ​ເຫງົາ​ຫາວ​ນອນ​ອີກ​ດ້ວຍ.

ວັນ​ນີ້​ຈຶ່ງ​ຂໍ​ແນະ­ນຳ “5 ອາ­ຫານ​ສຸ­ຂະ­ພາບ​ທີ່​ຄວນ​ມີ​ຕິດ​ໄວ້​ໃນ​ລົດ” ທີ່​ເຮົາ​ສາ­ມາດ​ຫາ​ໄດ້​ງ່າຍ​ໃນ​ຊີ­ວິດ​ປະ­ຈຳ​ວັນ ຢາກ​ໃຫ້​ລອງ​ຫາ​ໄວ້​ຕິດ​ລົດ ຊ່ວຍ​ເຮົາ​ໃນ​ຍາມ​ຈຳ­ເປັນ…

ນ້ຳ​ດື່ມ​ບໍ­ລິ­ສຸດ
ການ​ຈິບ​ນ້ຳ​ດື່ມ​ບໍ­ລິ­ສຸດ ຊ່ວຍ​ໃຫ້​ລະ­ດັບ​ອົກ​ຊີ​ແຊນ​ໃນ​ເລືອດ​ເພີ່ມ​ຂຶ້ນ ຮ່າງ­ກາຍ​ເຮົາ​ຈະ​ຮູ້­ສຶກ​ຕື່ນ​ຕົວ​ໄດ້​ທັນ­ທີ ແລະ ທາງ​ທີ່​ດີ ຄວນ​ດື່ມ­ນ້ຳ​ອຸນ­ຫະ­ພູມ​ຫ້ອງ ເພື່ອ​ໃຫ້​ຮ່າງ­ກາຍ​ດູດ​ຊຶມ​ໄປ​ໃຊ້​ໃນ​ລະ­ບົບ​ໄຫຼ​ວຽນ​ເລືອດ​ໄດ້​ທັນ­ທີ ຊຶ່ງ​ຈະ​ຊ່ວຍ​ເພີ່ມ​ຄວາມ​ສົດ­ຊື່ນ​ໄດ້.

ກາ­ເຟ
ກາ­ເຟ​ອີນ ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ຮ່າງ­ກາຍ​ຕື່ນ​ຕົວ​ໄດ້​ຢ່າງ​ມີ​ປະ­ສິດ­ທິ­ພາບ ກ່ອນ​ອອກ​ເດີນ­ທາງ​ກໍ​ຊົງ​ກາ­ເຟ​ໃສ່​ກະ­ຕຸກ​ເກັບ​ຄວາມ​ຮ້ອນ ແລ້ວ​ເອົາ​ຕິດ​ລົດ​ໄປ​ນຳ​ດ້ວຍ ປັດ­ຈຸ­ບັນ​ມີ​ກາ­ເຟ​ທີ່​ດື່ມ​ແລ້ວ​ດີ​ຕໍ່​ສຸ­ຂະ­ພາບ ເອີ້ນ​ວ່າ​ນອກ­ຈາກ​ຊ່ວຍ​ໃຫ້​ຮ່າງ­ກາຍ​ຕື່ນ​ຕົວ​ແລ້ວ ຍັງ​ໄດ້​ສຸ­ຂະ­ພາບ​ອີກ​ດ້ວຍ ຂໍ​ກ່າວ​ເສີມ​ວ່າ ໃນ​ລະ­ຫວ່າງ​ດື່ມ​ກາ­ເຟ ສາ­ມາດ​ສະ­ຫຼັບ​ກັບ​ນ້ຳ​ບໍ­ລິ­ສຸດ ໃຫ້​ກາ­ເຟ​ອີນ​ຊຶມ​ເຂົ້າ​ໄປ​ໃນ​ເລືອດ ອີກ​ທັງ​ການ​ທີ່​ເຮົາ​ດື່ມ­ນ້ຳ​ໄປ​ຂະ­ໜາດ​ນີ້ ກໍ​ອາດ​ເຮັດ​ໃຫ້​ເຮົາ​ຮູ້­ສຶກ​ປວດ​ປັດ­ສາ­ວະ​ເລື້ອຍ ຈົນ​ຕ້ອງ​ແວ່​ເຂົ້າ​ຫ້ອງ​ນ້ຳ​ເລື້ອຍໆ ຖື​ເປັນ​ການ​ພັກ​ຄົນ ພັກ​ລົດ​ໄປ​ໃນ​ຕົວ​ດ້ວຍ​ອີກ​ທາງ.

ອາ­ຫານ​ເພື່ອ​ສຸ­ຂະ­ພາບ
ປັດ­ຈຸ­ບັນ ມີ​ອາ­ຫານ​ສຸ­ຂະ­ພາບ​ສຳ­ເລັດ​ຮູບ ພ້ອມ​ຮັບ​ປະ­ທານ​ທີ່​ບໍ່​ພຽງ​ແຕ່​ມີ​ລົດ​ຊາດ​ແຊບ​ຖືກ​ໃຈ ແຕ່​ຍັງ​ອັດ​ແໜ້ນ​ໄປ​ດ້ວຍ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ​ສູງ ສ້ອມ­ແຊມ​ຮ່າງ­ກາຍ ແລະ ເສີມ​ພະ­ລັງ­ງານ ມີ​ວັດ­ຖຸ​ດິບ​ທີ່​ຊ່ວຍ​ເສີມ​ສ້າງ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ແລະ ໄຂ­ມັນ​ທີ່​ດີ​ໃນ​ຮ່າງ­ກາຍ​ດ້ວຍ ແລະ ເປັນ​ການ​ດູ​ແລ​ສຸ­ຂະ­ພາບ​ໄປ​ໃນ​ຕົວ​ອີກ​ດ້ວຍ ເປັນ​ທາງ​ເລືອກ​ທີ່​ດີ​ຕໍ່​ຜູ້​ບໍ­ລິ­ໂພກ.

ໝາກ​ໄມ້
ເຮົາ​ສາ­ມາດ​ເລືອກ​ໝາກ​ໄມ້​ທີ່​ເຮົາ​ມັກ​ຕິດ​ໄວ້​ໃນ​ລົດ ຈະ​ກຽມ​ໄວ້​ຕັ້ງ­ແຕ່​ຕອນ​ແລງ ຫຼື ຊອກ​ຫາ​ຊື້​ໃນ​ຕະ­ຫຼາດ ຊຶ່ງ​ໝາກ​ໄມ້​ມີ​ວິ­ຕາ­ມິນ​ຫຼວງ­ຫຼາຍ ມີ​ກາກ​ໄຍ​ໄຟ​ເບີ​ຊ່ວຍ​ເລື່ອງ​ລະ­ບົບ​ຂັບ​ຖ່າຍ.

“ອາ­ຫານ​ສຸ­ຂະ­ພາບ​ທີ່​ຄວນ​ມີ​ຕິດ​ໄວ້​ໃນ​ລົດ” ທີ່​ເລືອກ​ມາ​ນີ້ ນອກ­ຈາກ​ຈະ​ຊ່ວຍ​ຜ່ອນ­ຄາຍ​ຄວາມ​ຫິວ ຊ່ວຍ​ໃຫ້­ການ​ເດີນ­ທາງ​ລະ­ຫວ່າງ​ວັນ​ເພີດ­ເພີນ​ຂຶ້ນ​ແລ້ວ ຍັງ​ຊ່ວຍ​ໃຫ້​ເຮົາ​ໄດ້​ດູ​ແລ​ສຸ­ຂະ­ພາບ​ລະ­ຫວ່າງ​ທາງ​ຂອງ​ເຮົາ​ໄປ​ໃນ​ຕົວ ຮູ້​ຈຳ­ນວນ​ປະ­ລິ­ມານ​ອາ­ຫານ ບໍ່​ເຜີ​ໄປ​ກິນ​ເຂົ້າ­ໜົມ​ອື່ນໆ​ຕາມ­ໃຈ​ປາກ ການ​ກຽມ​ອາ­ຫານ​ຈາກ​ເຮືອນ ຍັງ​ເຮັດ​ໃຫ້​ເຮົາ​ໝົດ​ຫ່ວງ​ເລື່ອງ​ຄວາມ​ສະ­ອາດ​ຂອງ​ອາ­ຫານ ທີ່​ເຮົາ​ຮັບ​ປະ­ທານ​ໄດ້​ອີກ​ດ້ວຍ.

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!