ຮພກ ເປີດການສອບເສັງຄັດເລືອກນັກຮຽນກີລາ

ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ (ຮພກ) ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ເປີດ​ບັ້ນ​ສອບ­ເສັງ​ເພື່ອ​ຄັດ​ເລືອກ​ນັກ­ຮຽນ​ກີ­ລາ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ລະ­ຫວ່າງ​ວັນ​ທີ 3-14 ສິງ­ຫາ 2020 ຢູ່​ໂຮງ­ຮຽນ​ດັ່ງ­ກ່າວ ບ້ານ​ສີ​ເກີດ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ​ໂດຍ​ມີ​ທ່ານ ສິງ​ຄຳ ນາ​ລິນ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ ທ່ານ ກິ່ງ​ລັດ­ຕະ­ນະ ທອງ​ສະ­ໝຸດ ຮອງ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ ທັງ​ເປັນ​ຜູ້­ອຳ­ນວຍ­ການ​ສູນ​ເຝິກ​ກີ­ລາ​ແຫ່ງ​ຊາດ ແລະ ທ່ານ​ນາງ ເກດ​ສຸ­ດາ ເລັ່ງ​ສະ​ຫວັດ ຮອງ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ ພ້ອມ​ດ້ວຍ​ບັນ­ດາ​ກົມ​ກ່ຽວ­ຂ້ອງ ຄະ­ນະ​ພະ​ແນກ ຕາງ­ໜ້າ​ນຳ­ພາ​ນັກ­ຮຽນ​ກີ­ລາ​ຈາກ 13 ແຂວງ ແລະ 1 ນະ­ຄອນ­ຫຼວງ ຄະ­ນະ​ອຳ­ນວຍ​ການ​ສູນ ຮພກ ພະ­ນັກ­ງານ ຄູ​ອາ­ຈານ ແລະ ນ້ອງ​ນັກ­ຮຽນ ຕະ­ຫຼອດ​ຮອດ​ພໍ່​ແມ່​ຜູ້​ປົກ­ຄອງ​ນັກ­ຮຽນ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

ໂອ­ກາດ​ນີ້ ທ່ານ ສູນ​ທອນ ຄຳ​ສານ ຮັກ­ສາ​ການ​ຮອງ​ຜູ້­ອຳ­ນວຍ­ການ ຮພກ ລາຍ​ງານ​ໃຫ້​ຊາບ​ວ່າ: ຮພກ ໄດ້​ມີ​ແຜນ​ຮັບ​ນັກ­ຮຽນ​ກີ­ລາ​ຊັ້ນ ມ5 ໃນ​ສົກ­ຮຽນ 2020-2021 ເຂົ້າ​ຮຽນ ແລະ ເຝິກ­ແອບ​ໃນ 12 ປະ­ເພດ​ກີ­ລາ ຄື: ເທ​ຄວັນ​ໂດ ຢູ​ໂດ ຄາ​ຣາ​ເຕ​ໂດ ມວຍ​ປ້ຳ ມວຍ​ສາ­ກົນ​ສະ­ໝັກ​ຫຼິ້ນ ວູ​ຊຸ ຍິງ​ທະ­ນູ ແລ່ນ-ລານ ຍົກ​ນ້ຳ­ໜັກ ເປ​ຕັງ ປິ່ງ​ປ່ອງ ແລະ ກະ­ຕໍ້ ຜ່ານ​ມາ​ໄດ້​ຂໍ​ອະ­ນຸ­ມັດ​ອອກ​ແຈ້ງ​ການ​ຈາກ​ຫ້ອງ­ການ​ກະ­ຊວງ ສສກ ຫາ​ບັນ­ດາ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ນະ­ຄອນ­ຫຼວງ ແຂວງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເພື່ອ​ຮັບ​ສະ­ໝັກ ແລະ ຄັດ​ເລືອກ​ນັກ­ກີ­ລາ​ທີ່​ມີ​ຄວາມ​ມັກ​ຮັກ​ໃນ​ການ​ຫຼິ້ນ​ກີ­ລາ ແລະ ມີ​ພອນ​ສະ­ຫວັນ​ໃນ​ກີ­ລາ​ປະ­ເພດ​ຕ່າງໆ ໃຫ້​ແກ່​ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ ໂດຍ​ໄດ້​ກຳ­ນົດ​ເງື່ອນ­ໄຂ ແລະ ມາດ­ຖານ​ສະ­ເພາະ​ຂອງ​ແຕ່​ລະ​ປະ­ເພດ​ກີ­ລາ​ໄວ້ ເຊິ່ງ​ມີ​ຜູ້​ສະ­ໝັກ​ທັງ​ໝົດ 524 ຄົນ ຈາກ 13 ແຂວງ ມາ​ຮອດ​ປັດ­ຈຸ­ບັນ ສາ­ມາດ​ເລືອກ​ໄດ້​ນັກ­ຮຽນ​ກີ­ລາ ຈຳ­ນວນ 132 ຄົນ ທີ່​ມີ​ເງື່ອນ­ໄຂ ແລະ ມາດ­ຖານ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ແຕ່​ລະ​ປະ­ເພດ​ກີ­ລາ​ໂດຍ​ພື້ນ­ຖານ ເພື່ອ​ມາ​ເຂົ້າ​ສູນ​ເຝິກ­ແອບ​ຄັດ​ເລືອກ​ຮອບ​ສຸດ​ທ້າຍ ລະ­ຫວ່າງ​ວັນ​ທີ 3-14 ສິງ­ຫາ 2020 ຈາກ​ຈຳ­ນວນ 13 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ກອບ​ມີ: ນະ­ຄອນ­ຫຼວງ​ວຽງ​ຈັນ 8 ຄົນ ແຂວງ​ວຽງ​ຈັນ 12 ຄົນ ແຂວງ​ຊຽງ​ຂວາງ 3 ຄົນ ແຂວງ​ຫຼວງ​ພະ​ບາງ 8 ຄົນ ແຂວງ​ອຸ­ດົມ​ໄຊ 32 ຄົນ ແຂວງ​ຫຼວງ​ນ້ຳ​ທາ 8 ຄົນ ແຂວງ​ບໍ​ລິ​ຄຳ​ໄຊ 9 ຄົນ ແຂວງ​ສະ­ຫວັນ​ນະ​ເຂດ 10 ຄົນ ແຂວງ​ສາ­ລະ​ວັນ 15 ຄົນ ແຂວງ​ຈຳ­ປາ​ສັກ 15 ຄົນ ແຂວງ​ໄຊ​ຍະ​ບູ​ລີ 4 ຄົນ ແຂວງ​ຫົວ­ພັນ 4 ຄົນ ແລະ ແຂວງ​ຜົ້ງ​ສາ­ລີ 4 ຄົນ.

ໃນ​ການ​ເຂົ້າ​ສູນ​ເຝິກ­ແອບ​ຄັດ​ເລືອກ​ຮອບ​ສຸດ​ທ້າຍ​ນີ້ ຈະ​ຄັດ​ເອົາ​ນັກ­ຮຽນ​ເຂົ້າ​ຮຽນ​ຊັ້ນ ມ5 ທັງ​ໝົດ 60 ຄົນ ໃນ 12 ປະ­ເພດ ເຊິ່ງ​ຈະ​ໃຊ້​ເວ­ລາ​ຄັດ​ເລືອກ 14 ວັນ ເລີ່ມ​ເຝິກ­ແອບ​ແຕ່​ວັນ​ທີ 3-12 ສິງ­ຫາ 2020 ສຳ­ລັບ​ວັນ​ທີ 13 ສິງ­ຫາ 2020 ເປັນ​ມື້​ທົດ​ສອບ​ຄັ້ງ​ສຸດ​ທ້າຍ ວັນ​ທີ 14 ສິງ­ຫາ 2020 ເປັນ​ມື້​ປະ­ກາດ​ຜົນ​ການ​ສອບ​ຄັດ​ເລືອກ ຢ່າງ­ໃດ​ກໍ​ຕາມ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ພວກ​ເຮົາ​ຈະ​ບັນ­ລຸ​ເປົ້າ​ໝາຍ​ຕາມ​ແຜນ­ການ​ທີ່​ຕັ້ງ​ໄວ້ ສາ­ມາດ​ເລືອກ​ໄດ້​ນັກ­ຮຽນ​ກີ­ລາ​ທີ່​ມີ​ຄວາມ​ສາ­ມາດ ມີ​ພອນ​ສະ­ຫວັນ ຖືກ­ຕ້ອງ​ຕາມ​ເປົ້າ​ໝາຍ​ຂອງ​ແຕ່​ລະ​ປະ­ເພດ ເພື່ອ​ເຂົ້າ​ຮຽນ​ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ ໃນ​ສົກ­ຮຽນ 2020-2021 ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ ສິງ​ຄຳ ນາ​ລິນ ກໍ​ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ ມາ​ຍັງ​ບັນ­ດາ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ​ທຸກໆ​ຄົນ ທີ່​ໄດ້​ພ້ອມ­ພຽງ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຮຽນ-ການ​ສອນ​ວິ­ຊາ​ສະ­ເພາະ​ຂອງ​ຕົນ ສາ­ມາດ​ປະ­ກອບ­ສ່ວນ​ສ້າງ​ບຸ​ຄະ­ລາ​ກອນ ກາຍ­ເປັນ​ທ່າ­ແຮງ ແລະ ກຳ­ລັງ​ສຳ­ຄັນ​ຂອງ​ຊາດ ພ້ອມ​ທັງ​ສ້າງ​ກຽດ​ສັກ​ສີ ແລະ ຊື່​ສຽງ​ມາ­ສູ່​ປະ­ເທດ​ຊາດ​ໄດ້​ຢ່າງ​ໜ້າ​ພາກ­ພູມ​ໃຈ ແລະ ຕະ­ຫຼອດ​ໄລ­ຍະ​ການ​ສ້າງ­ຕັ້ງ​ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ 7 ປີ­ຜ່ານ­ມາ ນັກ­ຮຽນ​ກີ­ລາ​ທີ່​ຈົບ​ຈາກ​ນີ້​ໄປ ກໍ​ສາ­ມາດ​ສືບ­ຕໍ່​ຮຽນ​ສາຍ​ວິ­ຊາ​ຊີບ​ທີ່​ວິ­ທະ­ຍາ­ໄລ​ພະ­ລະ­ສຶກ­ສາ ແລະ ຄະ­ນະ​ວິ­ທະ­ຍາ­ສາດ​ການ​ກິ­ລາ-ກາຍ­ຍະ­ກຳ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຈາກ​ຜົນ­ງານ​ທີ່​ກ່າວ​ມາ​ນັ້ນ ຫວັງ​ວ່າ​ຈະ​ເປັນ​ແຮງ​ຊຸກ​ດັນ​ໃຫ້​ນ້ອງໆ​ທຸກ​ຄົນ ມີ​ກຳ­ລັງ​ໃຈ​ທີ່​ດີ​ຕໍ່​ການ​ເຂົ້າ​ຮ່ວມ​ສອບ­ເສັງ​ໃນ​ຄັ້ງ​ນີ້ ແລະ ຂໍ​ຮຽກ­ຮ້ອງ​ມາ​ຍັງ​ຄູ-ອາ­ຈານ ຜູ້­ນຳ​ພາ ແລະ ພໍ່​ແມ່​ນັກ­ຮຽນ​ກີ­ລາ​ທຸກ​ຄົນ ຈົ່ງ​ເອົາ­ໃຈ­ໃສ່​ໃນ​ການ​ຕິດ­ຕາມ ແລະ ໃຫ້​ກຳ­ລັງ​ໃຈ​ເຂົາ­ເຈົ້າ ເພື່ອ​ໃຫ້​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ຮ່ວມ​ຄັດ​ເລືອກ​ໃນ​ຄັ້ງ​ນີ້ ປາ­ກົດ​ຜົນ​ເປັນ​ຈິງ.

error: Content is protected !!